ດັດຊະນີ CPI ຂອງສະຫະລັດ ເພີ່ມຂຶ້ນ 3% ໃນເດືອນມິຖຸນາ

25

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 12 ຜ່ານມາວ່າ: ກະຊວງແຮງງານສະຫະລັດອາເມຣິກາ ເປີດເຜີຍດັດຊະນີລາຄາຜູ້ບໍລິໂພກ ( CPI ) ເຊິ່ງເປັນມາດຕາວັດເງິນເຟີ້ຈາກການໃຊ້ຈ່າຍຂອງຜູ້ບໍລິໂພກປະຈໍາເດືອນມິຖຸນາປີນີ້ ໂດຍຕົວເລກ CPI ທຸກລາຍການຕໍ່າກວ່າຕົວເລກຄາດການຂອງນັກວິເຄາະ.

ດັດຊະນີ CPI ທົ່ວໄປລວມມີໝວດອາຫານ ແລະ ພະລັງງານ ປັບຕົວຂຶ້ນ 3% ໃນເດືອນຜ່ານມາ ເມື່ອທຽບລາຍປີ ເຊິ່ງເປັນລະດັບຕໍ່າສຸດໃນຮອບຫຼາຍກວ່າ 2 ປີ ຫຼື ນັບຕັ້ງແຕ່ເດືອນມີນາ 2021 ແລະ ຕ່ຳກວ່າທີ່ນັກວິເຄາະຄາດການທີ່ລະດັບ 3,1% ຈາກລະດັບ 4,0% ໃນເດືອນພຶດສະພາປີນີ້.

ເມື່ອທຽບລາຍເດືອນແລ້ວ, ດັດຊະນີ CPI ທົ່ວໄປປັບຕົວຂຶ້ນ 0,2% ໃນເດືອນມິຖຸນາ ຕ່ຳກວ່າທີ່ນັກວິເຄາະຄາດການໄວ້ທີ່ລະດັບ 0,3% ຈາກລະດັບ 0,1% ໃນເດືອນພຶດສະພາ. ສ່ວນດັດຊະນີ CPI ພື້ນຖານ ບໍ່ລວມໝວດອາຫານ ແລະ ພະລັງງານ ປັບຕົວຂຶ້ນ 4,8% ໃນເດືອນມິຖຸນາ ເມື່ອທຽບເປັນລາຍປີ ເຊິ່ງຕໍ່າກວ່າທີ່ນັກວິເຄາະຄາດການທີ່ລະດັບ 5% ຈາກລະດັບ 5,3% ເມື່ອທຽບເປັນລາຍເດືອນຂອງປີດຽວກັນ.

ຖ້າທຽບເປັນລາຍເດືອນຂອງດັດຊະນີ CPI ພື້ນຖານປັບຕົວຂຶ້ນ 0,2% ໃນເດືອນມິຖຸນາ ເຊິ່ງຕໍ່າກວ່ານັກວິເຄາະຄາດການທີ່ລະດັບ 0,3% ຈາກ 0,4%.