ລາຄາເຂົ້າໃນອາຊີເພີ່ມຂຶ້ນ ຫຼັງປາກົດການແອວນີໂຍ ເລີ່ມຂຶ້ນ

37

ສຳນັກຂ່າວບລູມເບີກລາຍງານວ່າ ລາຄາເຂົ້າໃນພາກພື້ນອາຊີ ເພີ່ມຂຶ້ນສູ່ຈຸດສູງສຸດໃນຮອບກວ່າ 2 ປີ ເນື່ອງຈາກຜູ້ນຳເຂົ້າກັກຕຸນເຂົ້າໄວ້ ເພາະມີ ຄວາມກັງວົນວ່າ ປາກົດການແອວນີໂຍ ຈະເຮັດໃຫ້ເນື້ອທີ່ການຜະລິດແຫ້ງແລ້ງ ສົ່ງຜົນກະທົບຕໍ່ຜົນຜະລິດເຂົ້າ ໂດຍສະເພາະປະເທດໄທ ເຊິ່ງເປັນຜູ້ສົ່ງອອກເຂົ້າລາຍໃຫຍ່ອັນດັບ 2 ຂອງໂລກ.

ຂໍ້ມູນຈາກສະມາຄົມຜູ້ສົ່ງອອກເຂົ້າຂອງໄທ ເປີດເຜີຍວ່າ: ລາຄາເຂົ້າຂາວຫັກ 5% ຂອງໄທ ເພີ່ມຂຶ້ນ 15% ສູ່ລະດັບ 535 ໂດລາຕໍ່ໂຕນ ຖືວ່າແພງທີ່ສຸດ ນັບແຕ່ເດືອນມີນາ 2021 ເປັນຕົ້ນມາ. ໃນຂະນະທີ່ມໍລະສຸມພັດຜ່ານອິນເດຍໄດ້ເຮັດໃຫ້ຝົນຕົກ ຊ່ວຍບັນເທົາຜົນຜະລິດເຂົ້າໃນອິນເດຍ, ແຕ່ສຳລັບປະເທດໄທ ຫຼາຍພື້ນທີ່ອາດຈະປະເຊີນກັບໄພແຫ້ງແລ້ງ ແລະ ລັດຖະບານໄທ ໄດ້ຮຽກຮ້ອງໃຫ້ຊາວນາຈຳກັດການປູກເຂົ້າ ເຫຼືອພຽງລະດູດຽວໃນປີນີ້.

อาจเป็นรูปภาพของ 1 คน และ พื้นหญ้า

ສະມາຄົມຜູ້ສົ່ງອອກເຂົ້າຂອງໄທ ເປີດເຜີຍວ່າ: ເມື່ອປາກົດການແອວນີໂຍເລີ່ມຂຶ້ນ ພວກເຮົາຈະເລີ່ມເຫັນຜົນກະທົບຈາກໄພແຫ້ງແລ້ງໃນໄລຍະເດືອນກັນຍາ – ເດືອນຕຸລາ 2023 ນີ້, ການກັກຕຸນເຂົ້າອາດຈະເກີດຂຶ້ນຢ່າງຕໍ່ເນື່ອງ ເພາະປາກົດການແອວນີໂຍ ຈະແກ່ຍາວໄປຈົນຮອດຕົ້ນປີໜ້າ.

ທັງນີ້, ອົງການອຸຕຸນິຍົມວິທະຍາໂລກ ເຕືອນວ່າ: ປາກົດການແອວນີໂຍ ເກີດຂຶ້ນໃນພາກພື້ນປາຊີຟິກເຂດຮ້ອນ ເປັນຄັ້ງທຳອິດໃນຮອບ 7 ປີ ເຊິ່ງເປັນໄພຄຸກຄາມ ແລະ ສົ່ງຜົນໃຫ້ພາກພື້ນອາຊີຕາເວັນອອກສ່ຽງໃຕ້ເກີດໄພແຫ້ງແລ້ງ.

ໃນຂະນະທີ່ປະເທດຜູ້ນຳເຂົ້າ ເຂົ້າກໍເລີ່ມກັກຕຸນເຂົ້າໄວ້ໃນຄັງແຮສຳຮອງເພີ່ມສູງຂຶ້ນ, ຫວຽດນາມ ເຊິ່ງເປັນຜູ້ສົ່ງອອກເຂົ້າລາຍໃຫຍ່ອັນດັບຕົ້ນໆຂອງໂລກ ຈຶ່ງມີໂອກາດສົ່ງອອກເຂົ້າເພີ່ມຂຶ້ນສູງທີ່ສຸດໃນຮອບ 10 ປີ ໃນປີ 2023 ນີ້.