FDI ທົ່ວໂລກຫຼຸດລົງ 12% ໃນປີ 2022

96

ເວັບໄຊສຳນັກຂ່າວ Vtv.vn ລາຍງານເມື່ອວັນທີ 6 ກໍລະກົດນີ້ວ່າ: ການລົງທຶນໂດຍກົງຈາກຕ່າງປະເທດ ( FDI ) ໃນທົ່ວໂລກໃນປີ 2022 ຫຼຸດລົງ 12% ມາຢູ່ທີ່ 1,3 ລ້ານໆໂດລາ.

ການລາຍງານຂ່າວດັ່ງກ່າວ ໄດ້ອີງຕາມຂໍ້ມູນທີ່ຫາກໍເຜີຍແຜ່ໃນລາຍງານການລົງທຶນໂລກທີ່ປະຊຸມອົງການສະຫະປະຊາຊາດ ດ້ານການຄ້າ ແລະ ການພັດທະນາ  ( UNCTAD ).

ລາຍງານລະບຸວ່າ: ການຊະລໍຕົວຂອງການເຕີບໂຕ FDI ທົ່ວໂລກ ມີສາເຫດຫຼັກມາຈາກວິກິດການຫຼາຍຊັ້ນທີ່ຕໍ່ເນື່ອງໃນທົ່ວໂລກ ຕັ້ງແຕ່ຄວາມຂັດແຍ່ງໃນອູແກຣນ ໄປຈົນເຖິງລາຄາອາຫານ ແລະ ພະລັງງານທີ່ສູງຂຶ້ນ ທັງແຮງກົດດັນຈາກໜີ້ສາທາລະນະ.

ການຈັດການເງິນທຶນສຳລັບໂຄງການລະຫວ່າງປະເທດ ແລະ ການຄວບຮ່ວມກິດຈະການຂ້າມຊາຍແດນ ຍັງໄດ້ຮັບຜົນກະທົບຈາກພາວະການເງິນທີ່ເຄັ່ງຕຶງ, ອັດຕາດອກເບ້ຍທີ່ສູງຂຶ້ນ ແລະ ຄວາມບໍ່ແນ່ນອນໃນຕະຫຼາດຮຸ້ນທົ່ວໂລກ.

ຂະນະທີ່ທ່າອ່ຽງການຫຼຸດລົງຂອງການດຶງດູດ FDI ໄດ້ສະແດງອອກຈະແຈ້ງທີ່ສຸດໃນບັນດາປະເທດທີ່ພັດທະນາແລ້ວ ໂດຍຫຼຸດລົງປະມານ 37% ມາເປັນ 378 ຕື້ໂດລາ. ສ່ວນປະເທດເສດຖະກິດທີ່ດຶງດູດ FDI ຫຼາຍທີ່ສຸດເປັນອັນດັບຕົ້ນໆໃນປີທີ່ຜ່ານມາ ແມ່ນສະຫະລັດອາເມຣິກາ, ຈີນ, ສິງກະໂປ, ບຣາຊິນ, ການາດາ, ອິນເດຍ ແລະ ຝຣັ່ງ.