ໜຶ່ງປີແຂວງວຽງຈັນສາມາດຢຶດຢາບ້າໄດ້ 3 ລ້ານກວ່າເມັດ ແລະຢາໄອສ໌ 100 ກວ່າໂລ

41

ຂໍ້ມູນລາຍງານໃນພິທີທຳລາຍຢາເສບຕິດທີ່ຈັດຂຶ້ນໃນ ວັນທີ 29 ມິຖຸນາ 2023 ນີ້ ຢູ່ທີ່ຫ້ອງວ່າການແຂວງວຽງຈັນ ທ່ານ ພັອ ສົມຄິດ ດວງພະຈັນ ຫົວຫນ້າກອງບັນຊາການ ປກສ ແຂວງວຽງຈັນໄດ້ໃຫ້ຮູ້ວ່າ: ຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນ 06 ເດືອນທ້າຍປີ 2022 ຫາ 06 ເດືອນຕົ້ນປີ 2023 ສາມາດແກ້ໄຂຄະດີໄດ້ທັງໝົດ 437 ເລື່ອງ, ມີຜູ້ຖືກຫາທັງໝົດ 642 ຄົນຍິງ 43 ຄົນ ແລະ ສາມາດຍຶດຂອງກາງປະເພດຕ່າງໆ ໄດ້ຄື: ຢາບ້າ 3.916,981 ເມັດ,ຢາໄອສ໌ 105 kg,ຄັນຊາອັດແທ່ງ 14,27 kg, ເຮໂຣອິນ 1,2 kg, 6,51 g ກັບ 05 ຖົງນ້ອຍ,ຢາຝິ່ນ 181,36 g,ຢາອີ 65 ເມັດ.

May be an image of 12 people and text

ນອກຈາກຢາແລ້ວຍັງຢືດເຄື່ອງຈາກຜູ້ຕ້ອງຫາໄດ້ໂທລະສັບ 483 ເຄື່ອງ, ລົດຈັກ 117 ຄັນ,ລົດໃຫຍ່ 06 ຄັນ,ປືນສັ້ນ ຈໍານວນ 07 ກະບອກ,ປືນປະດິດຍິງລູກແວ່ງ ຈຳນວນ 10 ກະບອກ, ປືນດັດແປງ ຈໍານວນ 09 ກະບອກ,ປືນແກັບ ຈຳນວນ 03 ກະບອກ,ປືນກາຕົງ ຈໍານວນ 01 ກະບອກ. – ລູກປືນສັ້ນ ຈໍານວນ 18 ລູກ,ລູກປືນແວ່ງ ຈຳນວນ 50 ລູກ. ລູກປືນກາຕົງ ຈຳນວນ 02 ລູກ,,ລູກປືນລູກຂອງ ຈໍານວນ 07ລູກ,ລູກປືນອາກາ ຈໍານວນ 25 ລູກ. – ໝາກແຕກຂຽບ ຈຳນວນ 01 ໜ່ວຍ,ໝາກຝ່າ 01 kg, ເງິນກີບ 437.750.000 ກີບ, ເງິນບາດ 35.790 ບາດ. – ເງິນໂດຣາ 505 ໂດຣາ, ສົ່ງສຳນວນຄະດີໃຫ້ອົງການໄອຍະການປະຊາຊົນມີທັງໝົດ 132 ເລື່ອງ, ມີຜູ້ຖືກຫາ 169 ຄົນ, ຍິງ 14 ຄົນພ້ອມດ້ວຍຂອງກາງທັງໝົດ.ສຶກສາອົບຮົມປ່ອຍຕົວຜູ້ທີ່ບໍ່ມີຂໍ້ມູນຫຼັກຖານໜັກແໜ້ນ ແລະ ບໍ່ມີເງື່ອນໄຂດຳເນີນຄະດີຈຳ ນວນ 14 ເລື່ອງມີຜູ້ຖືກຫາ 19 ຄົນ, ຍິງ 00 ຄົນ,ຊັດມ້ຽນຄະດີ 03 ເລື່ອງ (ຜູ້ຖືກຫາເສຍຊີວິດ 03 ຄົນ, ຍິງ 00 ຄົນຂອງກາງຢາບ້າ 403 ເມັດ),ຄະດີພວມດຳເນີນການສືບສວນ-ສອບສວນມີທັງໝົດ 288 ເລື່ອງ, ມີຜູ້ຖືກຫາ 451 ຄົນ, ຍິງ 29 ຄົນພ້ອມດ້ວຍຂອງກາງທັງໝົດ.

May be an image of text
ການອະນຸມັດໃຫ້ທໍາລາຍ (ຈູດ) ສິ່ງເສບຕິດທີ່ສານປະຊາຊົນແຂວງວຽງຈັນໄດ້ຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວໃນພິທີ ສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 36 ປີ (ວັນທີ 26 ມິຖຸນາ 1987 ຫາ 26 ມິຖຸນາ 2023) ໃນວັນທີ 29 ມິຖຸ ນາ 2023 ມີ: ຢາບ້າ 392.156 ເມັດ ນໍ້າໜັກ 33,93 ກິໂລກຣາມ,ຢາໄອສ໌ ລວມທັງໝົດມີ 6,91 ກຣາມ,ເຮໂຣອິນ ລວມມີທັງໝົດ 84,62 ກຣາມ ກັບ 05 ຖົງນ້ອຍ,ຢາອີ ລວມມີທັງໝົດ 08 ເມັດ, ຄັນຊາ ລວມມີທັງໝົດ 18 ກຣາມ,ຢາຝິ່ນ ລວມມີທັງໝົດ 11,15 ກຣາມ (ໝາຍເຫດ: ບໍ່ໄດ້ທໍາລາຍ), ໃບກະທ່ອມມີ 27,5kg,ນ້ຳກະທ່ອມມີ 10 ຕຸກ,ຢາດີໄອມີ 655 ແກ້ວຢາສູບໄຟຟ້າ 167 ອັນ.

May be an image of 9 people
ໃນໂອກາດນີ້ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ເຊິ່ງທ່ານໄດ້ເນັ້ນບາງບັນຫາທີ່ຕ້ອງເລັ່ງຈັດຕັ້ງປະຕິບັດຕິດພັນກັບການປະຕິບັດວາລະແຫ່ງຊາດເປັນຕົ້ນ…ເພີ່ມທະວີການນຳພາຂອງຄະນະພັກອຳນາດການປົກຄອງທຸກຂັ້ນຕໍ່ກັບວຽກງານຕ້ານແລະສະກັ້ນຢາເສບຕິດໃນທຸກຮູບແບບ ເພີ່ມທະວີປາບປາມ,ຜູ້ຄ້າຂາຍ,ຜູ້ເສບສິ່ງເສບຕິດ,ຜູ້ປູກຝິ່ນ,ແກ້ໄຂບັນຫາຂີ້ລັກງັດແງະ,ບັນຫາໄພສັງຄົມຕ່າງໆເພື່ອແນໃສ່ສ້າງສັງຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອຍແລະປອດໄພ ສ້າງສະຖຽນລະພາບທາງດ້ານການເມືອງເຮັດໃຫ້ມີຄວາມສະຫງົບໂດຍພື້ນຖານ ເພື່ອພັດທະນາແຂວງວຽງຈັນຂອງພວກເຮົາໃຫ້ມີການພັດທະນາຢ່າງຕໍ່ເນື່ອງ.

May be an image of 6 people
ພາບ-ຂ່າວ: ຄຳຂຽນ ພົມມີໄຊ