ລາວລີກ 2 ທີ່ນະຄອນຫຼວງ ຖະແຫຼງເປີດການແຂ່ງຂັນ-ຜູ້ສະໜັບສະໜູນຫຼັກຢ່າງ ລາວໂຕໂຢຕ້າ

72

ການແຂ່ງຂັນບານເຕະ ລາວລີກ 2 ທີ່ນະຄອນຫຼວງວຽງຈັນ ຫຼື ນະຄອນຫຼວງລີກ 2 Vientiane Capital League 2 ຖະແຫຼງການເປີດການແຂ່ງຂັນຢ່າງເປັນທາງການ ພ້ອມກັບເປີດຕົວຜູ້ສະໜັບສະໜູນຫຼັກຢ່າງ ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈໍາກັດ ທີ່ໃຫ້ການສະໜັບສະໜູນ ຫຼັກ 600 ລ້ານກີບ ເຂົ້າໃນການຈັດການແຂ່ງຂັນ. ນອກນັ້ນ, ກໍຍັງມີຜູ້ສະໜັບສະໜູນອື່ນໆຄື ລາວໂທລະຄົມ, Biz Production, Life Football Factory ແລະ ອື່ນໆ ຂຶ້ນຢ່າງເປັນທາງເມື່ອຕອນເຊົ້າຂອງວັນທີ 26 ມິຖຸນາ 2023 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ.

ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ເດດສົງຄາມ ທຳມະວົງ ປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ, ທ່ານ ຢາສຸໂອະ ພິລາພັນເດຊ ຮອງອໍານວຍການ ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈໍາກັດ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດຄູຝຶກ ແລະ ນັກກີລາຈາກ 12 ສະໂມສອນ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ເດດສົງຄາມ ທຳມະວົງ ປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ກ່າວວ່າ: ສະຫະພັນບານເຕະນະຄອນຫຼວງວຽງຈັນ ໄດ້ຮັບການມອບໝາຍຈາກສະຫະພັນບານເຕະແຫ່ງຊາດ ໃນການຈັດການແຂ່ງຂັນບານເຕະ ລາວລີກ 2 ຢູ່ທີ່ນະຄອນຫຼວງວຽງຈັນ ເຊິ່ງແນ່ນອນການແຂ່ງຂັນຈະເກີດບໍ່ໄດ້ ຖ້າຫາກບໍ່ໄດ້ຮັບການສະໜັບສະໜູນເປັນຕົ້ນແມ່ນ ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈໍາກັດ ທີ່ໃຫ້ການສະໜັບສະໜູນຫຼັກໃນປີນີ້ ລວມທັງບໍລິສັດອື່ນໆ ແລະ ຈາກສັງຄົມທີ່ຊ່ວຍໃຫ້ເຮັດການແຂ່ງຂັນລາຍການນີ້ເກີດຂຶ້ນ.

“ ແນ່ນອນໃນການແຂ່ງຂັນປີນີ້ ພວກເຮົາຈະສ້າງນັກກີລາລຸ້ນສືບທອດສູ່ການແຂ່ງຂັນ ລີກສູງສຸດຂອງ ສປປ ລາວ ເຊິ່ງປີນີ້ແມ່ນຈັດຂຶ້ນເປັນປີທີ 2 ຕໍ່ຈາກປີກາຍ ແລະ ປີນີ້ແມ່ນທາງນະຄອນຫຼວງວຽງຈັນ ຢາກສ້າງນັກກີລາໜຸ່ມນ້ອຍ ຈິ່ງໄດ້ກໍານົດອາຍຸນັກກີລາໜຸ່ມນ້ອຍ ເພື່ອເລື່ອນສູ່ລີກ 1 ສາມາດກາຍເປັນນັກກີລາທີ່ມີຄຸນນະພາບ ລວມເຖິງກາຍເປັນນັກເຕະທີມຊາດ ໃຫ້ໄດ້ ເຊິ່ງຈຸດນີ້ເປັນສິ່ງທີ່ຕ້ອງໄດ້ພັດທະນາ ” ທ່ານ ເດດສົງຄາມ ທຳມະວົງ ກ່າວ.

ຂະນະດຽວກັນ ທ່ານ ຢາສຸໂອະ ພິລາພັນເດຊ ຮອງອໍານວຍການ ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈໍາກັດ ກ່າວວ່າ: ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈໍາກັດ ມີຄວາມພາກພູມໃຈເປັນຢ່າງສູງໃນການເປັນຜູ້ສະໜັບສະໜູນໃນການແຂ່ງຂັນບານເຕະ ລາວລີກ 2 ທີ່ນະຄອນຫຼວງວຽງຈັນ ຄັ້ງນີ້, ເຊິ່ງບໍລິສັດພວກເຮົາໄດ້ສ້າງຕັ້ງຂຶ້ນມາແລ້ວ 31 ປີ ແລະ ໄດ້ມີການປະກອບສ່ວນຊ່ວຍເຫຼືອດ້ານຕ່າງໆໃຫ້ແກ່ພັກ-ລັດ ແລະ ເອກະຊົນຕະຫຼອດມາ ບໍ່ວ່າຈະເປັນທາງດ້ານການສຶກສາ, ກີລາ ແລະ ກິດຈະກໍາທາງສັງຄົມອື່ນໆ ເຊິ່ງເປັນການຄືນກໍາໄລໃຫ້ກັບສັງຄົມລາວ ແນ່ນອນການສະໜັບສະໜູນ ລາວລີກ 2 ຄັ້ງນີ້ພວກເຮົາມີຄວາມມຸ່ງຫວັງໃນການຊ່ວຍພັດທະນາວົງການບານເຕະລາວ ໃຫ້ຈະເລີນເຕີບໂຕຢ່າງບໍ່ຢຸດຢັ້ງ ລວມເຖິງສ້າງນັກກີລາຂຶ້ນສູ່ລີກສູງສຸດຂອງ ສປປ ລາວ ແລະ ກ້າວສູ່ອາຊີບ.

ສໍາລັບ ການແຂ່ງຂັນບານເຕະລາວລີກ 2 ທີ່ນະຄອນຫຼວງວຽງຈັນ ຫຼື ນະຄອນຫຼວງ ລີກ 2 ປະຈໍາປີ 2023 ແມ່ນແຂ່ງຂັນໄປແລ້ວ 5 ອາທິດ ເຊິ່ງມີ 12 ທີມເຂົ້າຮ່ວມຊີງໄຊຄື: ເຮັສບີທີ 941 ເອັຟຊີ, ເອັຟຊີ ຈັນທະບູລີ, ເຄເອັມທີ ເອັຟຊີ, ມຊ ເອັຟຊີ, ໄອ ສະປອດ ເອັຟຊີ, ເມືອງຫາດ ຢູໄນເຕັດ, ເອັສທີທີ ເອັຟຊີ, ຄິງດອມ ຢູໄນເຕັດ, ເອັສອີຊີ ຢູໄນເຕັດ, ທຣີນີຕີ ເອັຟຊີ, ເຄພີິເອັສ ເອັຟຊີ ແລະ ຈັນສີ ເອັຟຊີ.
ຂ່າວ-ຮູບຈາກ: Larh Cretors