ຂ່າວດີ ວິສາຫະກິດຢູ່ຜົ້ງສາລີຜູ້ສົນໃຈບ້ວງທຶນດອກເບ້ຍ 3%ຕໍ່ປີສາມາດກູ້ໄດ້ແລ້ວ

80

ວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນເປັນພາກສ່ວນໜຶ່ງທີ່ສຳຄັນໃນການພັດທະນາເສດຖະກິດຂອງປະເທດ ດັ່ງນັ້ນທາງພາກລັດຈຶ່ງໃຫ້ບຸລິມະສິດພິເສດສົ່ງເສີມວິສາຫະກິດເຫຼົ່ານີ້ໃນຫຼາຍໆດ້ານຕະຫຼອດໄລຍະຜ່ານມາ ບໍ່ວ່າຈະເປັນການອອກນະໂຍບາຍ, ນິຕິກຳ, ລວມທັງບ້ວງເງິນທຶນເພື່ອ ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ເຂັ້ມແຂງ ດ້ວຍອັດຕາດອກເບ້ຍຕ່ຳ 3% ຕໍ່ປີ.

ຊາຜົ້ງສາລີ Archives - Actionpro

ໃນວັນທີ 21 ມິຖຸນາ ຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ ໄດ້ອອກແຈ້ງການ ລະບຸວ່າ: ປັດຈຸບັນທາງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ), ກະຊວງອຸດສາຫະກຳ ແລະ ການຄ້າໄດ້ມີບ້ວງເງິນປະກອບທຶນຂອງລັດຖະບານ ອັດຕາດອກເບ້ຍ 3% ຕໍ່ປີ ຮ່ວມກັບ ບັນດາຄູ່ຮ່ວມມືກັບກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍຜ່ານ 06 ທະນາຄານທຸລະກິດ.

ໂດຍຈຸດປະສົງເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ MSME ແລະ ບັນດາກຸ່ມຜູ້ຜະລິດຕ່າງໆ ໄດ້ມີໂອກາດເຂົ້າເຖິງແຫຼ່ງທຶນ ເພື່ອນຳມາໝູນໃຊ້ໃນການພັດທະນາ ແລະ ຕໍ່ຍອດທຸລະກິດ ໃນຂະບວນການຜະລິດ ແລະ ການບໍລິການ ເຮັດໃຫ້ຜະລິດຕະພັນສິນຄ້າ ແລະ ການບໍລິການ ມີຄຸນນະພາບທີ່ດີ.

ເນັ້ນສົ່ງເສີມຊາວກະສິກອນປູກພືດ-ລ້ຽງສັດ ຊຸກຍູ້ການຄ້ຳປະກັນສະບຽງອາຫານ –  Vientiane Mai

ໂດຍເງື່ອນໄຂຜູ້ຈະກູ້ຢືມເງິນໃນບ້ວງນີ້ ຕ້ອງປະກອບມີແຜນດຳເນີນງານທີ່ຈະແຈ້ງ ແລະ ຊັດເຈນ; ໄດ້ຮັບການຝຶກອົບຮົມສ້າງຄວາມເຂັ້ມແຂງຈາກຂະແໜງອຸດສາຫະກຳ ແລະ ການຄ້າ (ອຄ) ຫຼື ພາກສ່ວນອື່ນໂດຍໄດ້ຮັບການຢັ້ງຢືນຢ່າງເປັນທາງການຈາກຂະແໜງອຸດສາຫະກຳ ແລະການຄ້າ; ເປັນວິສາຫະກິດທີ່ຖືບັນຊີ ຕາມກົດໝາຍວ່າດ້ວຍບັນຊີ ແລະ ລະບຽບການທີ່ກ່ຽວຂ້ອງ; ບໍ່ເປັນໜີ້ບໍ່ເກີດດອກອອກຜົນ ຢູ່ທະນາຄານທຸລະກິດ ຫຼື ສະຖາບັນການເງິນໃດໜຶ່ງ; ເປັນຂະແໜງ ຫຼື ຂົງເຂດບູລິມະສິດ ທີ່ລັດຖະບານກຳນົດ ໃນແຕ່ລະໄລຍະ ແລະ ເປັນໂຄງການທີ່ຕອບແທນດ້ານທຸລະກິດ ເພື່ອຮັບປະກັນໃຫ້ ທສວ ມີຄວາມຍືນຍົງ; ແລະ ວິສາຫະກິດບໍ່ຮັບນະໂຍບາຍສົ່ງເສີມດ້ານສິນເຊື່ອອື່ນຂອງລັດຖະບານ ໃນເວລາດຽວກັນ.

ຈີນ ໃຊ້ສານເຄມີຫຼາຍ ໃນການ ປູກຝັງ — ຂ່າວລາວ ວິທຍຸເອເຊັຽເສຣີ ພາສາລາວ

ເຊິ່ງຂະແໜງທີ່ສາມາດກູ້ຢືມໄດ້ມີ: 1) ຂະແໜງການຜະລິດສິນຄ້າມີ: ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ຫັດຖະກຳ, ກະສິກຳປູກຝັງ ແລະ ລ້ຽງສັດ; 2) ຂະແໜງບໍລິການທີ່ດຳເນີນການກ່ຽວກັບການບໍລິການ ດ້ານການທ່ອງທ່ຽວ.

อาจเป็นรูปภาพของ ข้อความ

ไม่มีคำอธิบายรูปภาพ