ມື້ນີ້ ຢູ 17 ລາວ ລົງສະໜາມນັດສົ່ງທ້າຍພົບ ມາເລເຊຍ ໃນບານເຕະຊີງແຊັມອາຊີ 2023

209

ພາຍຫຼັງທີ່ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ລົງສະໜາມນັດທີ 2 ເສຍທັງໝົດ ເຮັດໃຫ້ຕົກຮອບເປັນທີ່ແນ່ນອນແລ້ວ. ຢ່າງໃດກໍຕາມ, ຢູ 17 ລາວ ຍັງມີນັດລົງແຂ່ງຂັນພົບກັບ ມາເລເຊຍ ໃນການແຂ່ງຂັນບານເຕະຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 17 ປີ ຮອບສຸດທ້າຍ ມື້ນີ້ວັນທີ 21 ມິຖຸນາ 2023 ເວລາ 19:00 ໂມງ ທີ່ສະໜາມທໍາມະສາດ ປະເທດໄທ.

ຜົນງານຂອງ ທີມຊາດລາວ ລົງສະໜາມເສຍໃຫ້ກັບ ໄທ 1-2 ໂດຍນັດນີ້ ທີມຊາດລາວ ໄດ້ປະຕູຈາກ ປີເຕີ ພັນທະວົງ, ແຕ່ໜ້າເສຍດາຍ ໄທ ມາໄດ້ປະຕູໄຊໃນນາທີໆ 90+5 ແລະ ຫຼ້າສຸດ ຢູ 17 ລາວ ລົງສະໜາມນັດທີ 2 ວັນທີ 18 ມິຖຸນາ 2023 ກໍເສຍໃຫ້ກັບ ເຢເມນ ຫວຸດຫວິດ 1-2 ໂດຍນັດນີ້ ພູສົມບູນ ປັນຍາວົງ ຍິງປະຕູຕີສະເໝີໃຫ້ກັບ ຢູ 17 ລາວ ໄລ່ເປັນ 1-1, ແຕ່ໜ້າເສຍດາຍນາທີໆ 75 ທີມຊາດລາວ ມາເສຍຈຸດໂທດ ກ່ອນທີ່ ເຢເມນ ຈະຍິງເຂົ້າໄປບຽດເອົາຊະນະ 2-1.

ຈາກຜົນດັ່ງກ່າວ ເຮັດໃຫ້ ຢູ 17 ລາວ ລົງສະໜາມ 2 ນັດບໍ່ມີຈັກຄະແນນ ຕົກຮອບເປັນທີ່ແນ່່ນອນແລ້ວ ເນື່ອງຈາກປັດຈຸບັນ ເຢເມນ ກັບ ໄທ ມີ 6 ຄະແນນ, ສ່ວນ ລາວ ກັບ ມາເລເຊຍ ຍັງບໍ່ມີຈັກຄະແນນຕົກຮອບໄປ ໂດຍຕາຕະລາງນັດສຸດທ້າຍຮອບແບ່ງກຸ່ມໆ A ກໍານົດແຂ່ງຂັນຍໃນວັນຈທີ 21 ມິຖຸງານ 2023 ເວລາ 19:00 ໂມງເທົ່າກັນ ໄທ ພົບ ເຢເມນ ແລະ ມາເລເຊຍ ພົບ ລາວ.

ສໍາລັບ ການແຂ່ງຂັນບານເຕະຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 17 ປີ ( AFC U17 ASIAN CUP 2023 ) ຮອບສຸດທ້າຍທີ່ປະເທດໄທ ແມ່ນແຂ່ງຂັນລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ ໂດຍມີທັງໝົດ 16 ທີມ ແບ່ງອອກເປັນ 4 ກຸ່ມຄັດເອົາທີ 1 ແລະ 2 ເຂົ້າຮອບ 8 ທີມສຸດທ້າຍ ເຊິ່ງປັດຈຸບັນທີມທີ່ເຂົ້າຮອບແລ້ວປະກອບມີ: ເຢເມນ ກັບ ໄທ ຈາກກຸ່ມ A, ສ ເກົາຫຼີ ຈາກກຸ່ມ B, ອາຣັບບີ ຊາອຸດິດ ຈາກກຸ່ມ C.
ຂ່າວ: Larh Creators; ຮູບຈາກ: ສຕລ