ກຳນົດອອກມາແລ້ວ ອັດຕາແລກປ່ຽນທີ່ທະນາຄານທຸລະກິດຕ້ອງປະຕິບັດ

3932

ບັນຫາເງິນເຟີ້ກຳລັງສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຈຳນວນຫຼາຍໂດຍສະເພາະຜູ້ມີລາຍໄດ້ໜ້ອຍຖືວ່າບໍ່ກຸ້ມລາຍຈ່າຍ ໃນໄລຍະເວລາແບບນີ້ ທະນາຄານແຫ່ງ ສປປ ລາວ ຜູ້ຄຸ້ມຄອງມະຫາພາກແມ່ນບໍ່ໄດ້ນິ້ງເສີຍ ຫຼ້າສຸດໄດ້ອອກຂໍ້ຕົກລົງວ່າດ້ວຍການກຳນົດອັດຕາແລກປ່ຽນອອກມາແລ້ວ.

4 ​ເດືອນ ຕົ້ນ​ປີ ອັດ​ຕາ​ແລກປ່ຽນ ...

ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 553/ທຫລ ລົງວັນທີ 19  ມິຖຸນາ 2023 ວ່າດ້ວຍການກຳນົດອັດຕາແລກປ່ຽນ ໂດຍມີຈຸດປະສົງເພື່ອການກຳນົດລະບຽບການກ່ຽວກັບການກໍານົດອັດຕາແລກປ່ຽນຂອງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດ ໃຫ້ສອດຄ່ອງກັບກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ, ສ້າງເງື່ອນໄຂໃຫ້ລະບົບທະນາຄານສາມາດເຄື່ອນໄຫວບໍລິການແລກປ່ຽນເງິນຕາໄດ້ຢ່າງຄ່ອງຕົວ ເພື່ອປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບເງິນຕາ. ເຊິ່ງມີເນື້ອໃນສຳຄັນຄື:

ທະນາຄານແຫ່ງ ສປປ.ລາວ ຫຼື ທະນາຄານກາງແມ່ນໃຜ ຈຶ່ງມີສິດມາອອກແຈ້ງການ,  ອອກແຈ້ງເຕືອນຕ່າງໆ ໂດຍສະເພາະບັນຫາບໍລິສັດ PS ທະນາຄານກາງຈຶ່ງມາກ່ຽວຂ້ອງ ...

ການກໍານົດອັດຕາແລກປ່ຽນຂອງທະນາຄານແຫ່ງ ສປປ ລາວ: ກົມນະໂຍບາຍເງິນຕາກໍານົດອັດຕາແລກປ່ຽນອ້າງອີງລະຫວ່າງເງິນກີບກັບເງິນໂດລາສະຫະລັດ ປະຈຳວັນ ແລະ ແຈ້ງອັດຕາແລກປ່ຽນອ້າງອີງດັ່ງກ່າວ ຜ່ານເວັບໄຊທ໌ຂອງທະນາຄານແຫ່ງ ສປປ ລາວ ພາຍໃນເວລາ 08:10 ໂມງເຊົ້າຂອງທຸກໆວັນລັດຖະການ ເພື່ອໃຫ້ບັນດາທະນາຄານທຸລະກິດນໍາໃຊ້ເປັນບ່ອນອີງໃນການກຳນົດອັດຕາແລກປ່ຽນຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.

ອີງໃສ່ອັດຕາແລກປ່ຽນອ້າງອີງທີ່ກົມນະໂຍບາຍເງິນຕາກຳນົດອອກ, ກົມບໍລິການທະນາຄານກຳນົດອັດຕາແລກປ່ຽນສໍາລັບຊື້ ແລະ ຂາຍເງິນກີບ ກັບເງິນໂດລາສະຫະລັດ ແລະ ເງິນຕາຕ່າງປະເທດສະກຸນອື່ນໆ ພ້ອມທັງແຈ້ງອັດຕາແລກປ່ຽນຊື້-ຂາຍດັ່ງກ່າວຂອງຕົນ ຜ່ານເວັບໄຊທ໌ຂອງທະນາຄານແຫ່ງ ສປປ ລາວ ພາຍໃນ ເວລາ 08:30 ໂມງເຊົ້າຂອງທຸກໆວັນລັດຖະການ.

ການກຳນົດອັດຕາແລກປ່ຽນຂອງທະນາຄານທຸລະກິດ: ທະນາຄານທຸລະກິດເປັນເຈົ້າການກໍານົດອັດຕາແລກປ່ຽນລະຫວ່າງເງິນກີບກັບເງິນຕາຕ່າງປະເທດສະກຸນຕ່າງໆດ້ວຍຕົນເອງໃນແຕ່ລະວັນ ຕາມຫຼັກການດັ່ງນີ້:

  1. ກໍານົດອັດຕາແລກປ່ຽນສໍາລັບການຊື້ ຫຼື ຂາຍເງິນກີບກັບເງິນໂດລາສະຫະລັດ ໄດ້ໃນຂອບບໍ່ເກີນ + ຫຼື – 7,50% ທຽບໃສ່ອັດຕາແລກປ່ຽນອ້າງອີງທີ່ກົມນະໂຍບາຍເງິນຕາປະກາດອອກໃນແຕ່ລະວັນ ແລະ ສ່ວນຕ່າງລະຫວ່າງອັດຕາຊື້-ອັດຕາຂາຍ ບໍ່ເກີນ 2%.
  2. ກໍານົດໃຫ້ສ່ວນຕ່າງລະຫວ່າງອັດຕາ, ແລະ ອັດຕາຂາຍ ບໍ່ເກີນ 2% ສຳລັບການແລກປ່ຽນເງິນກີບກັບເງິນບາດ, ເງິນຢວນ, ເງິນເອີໂຣ ແລະ ສະກຸນອື່ນ.ไม่มีคำอธิบาย

ไม่มีคำอธิบาย