ສະພາກາຊາດໄທຊ່ວຍສ້າງສາງ​ເກັບ​ມ້ຽນ​ເຄື່ອງ​ບັນ​ເທົາ​ທຸກໃຫ້ອົງການກາແດງລາວ

44

ໃນວັນທີ 19 ມີຖຸນາ 2023 ທີ່ຜ່ານມາ ທີ່ຫຼັກ16 ຖະ​ໜົນ ​13 ໃຕ້ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວ​ໄດ້​ຈັດ​ພິ​ທີ​ມອບ​-ຮັບ​ສາງ​ເກັບ​ມ້ຽນ​ເຄື່ອງ​ບັນ​ເທົາ​ທຸກ ໂດຍການເຂົ້າຮ່ວມຂອງທ່ານ ສຈ. ດຣ. ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ເຕດ ບຸນນາກ ເລຂາທິການໃຫຍ່ ສະພາກາຊາດໄທ, ມີ​ບັນ​ດາ​ພະ​ນັກ​ງານຈາກ​ກະ​ຊວງ​ຕ່າງໆ ແລະ ບໍລິສັດຮັບເໝົາກໍ່ສ້າງເຂົ້າຮ່ວມ.

อาจเป็นรูปภาพของ 10 คน และ แท่นบรรยาย

ໃນພິທີດັ່ງກ່າວໃຫ້ກຽດກ່າວມອບ​ໂດຍທ່ານ ເຕດ ບຸນນາກ ເລຂາທິການໃຫຍ່ ສະພາກາຊາດໄທ ແລະ ກ່າວ​ຮັບ​ໂດຍ​ແມ່ນ​ທ່ານ ສຈ.ດຣ. ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ. ສາງເກັບມ້ຽນເຄື່ອງດັ່ງກ່າວນີ້ ໄດ້ລົງມືກໍ່ສ້າງແຕ່ວັນທີ 13 ກັນຍາ 2022 ແລະ ໄດ້ສຳເລັດໃນເດືອນພຶດສະພາ 2023 ໃຊ້ເວລາກໍ່ສ້າງ 09 ເດືອນ, ໂດຍໂຄງສ້າງປະກອບມີ ຄວາມກວ້າງ 10 ​ແມັດ,ຍາວ 30 ​ແມັດ, ລວງສູງ 5,85 ແມັດ, ເປັນ​ໂຄງ​ເຫຼັກ​, ຝາ​ກໍ່​ດ້ວຍ​ດີນ​ຈີ່, ຟື້ນ​ເທ​ດ້ວຍ​ເປ​ຕົງເສີມ​ເຫຼັກ.

อาจเป็นรูปภาพของ 2 คน และ ข้อความ

ພາຍໃນອາຄານສາງປະກອບມີ: ຫ້ອງສາງມ້ຽນເຄື່ອງ, ຫ້ອງການບັນຊີ, ຫ້ອງນໍ້າ 2 ຫ້ອງ ແລະ ທາງນອກຍັງປະກອບມີ: ທາງຍ່າງອອ້ມອາຄານ, ຂັ້ນໄດ, ຮາກຖານ, ຄານດິນ ແລະ ພື້ນ ເປັນໂຄງສ້າງເບຕົງເສີມເຫຼັກ, ເສົາດ້ວຍເຫຼັກ H-BEAM ແລະ ໂຄງຫຼັງຄາດ້ວຍເຫຼັກກ່ອງ, ກໍ່ດ້ວຍດິນຈີ່ທັນສະໄໝ 6 ຮູ, ມຸງດ້ວຍແຜ່ນຊິ້ງ VXP, ນອກນັ້ນຍັງໄດ້ບຸກເບີກຖົມດິນ, ກໍ່ສ້າງຮົ້ວອ້ອມໂຄງການ, ອາຄານຈອດລົດ. ລວມມູນຄ່າທັງໝົດ 8.346.867 ບາດ ໂດຍ​ການ​ສະ​ໜັບ​ສະ​ໜູນ​ສະ​ພາ​ກາ​ຊາດ​ໄທ.

อาจเป็นรูปภาพของ 10 คน

ສາງ​ດັ່ງ​ກ່​າວ​ຈະ​ຊ່ວຍ​ໃຫ້​ການ​ເກັບ​ມ້ຽນ​ເຄື່ອງ​ບັນ​ເທົາ​ທຸກ​ອົງ​ການ​ກາ​ແດງ​ລາວ ມີ​ຄວາມ​ສະ​ດວກ​ສະ​ບາຍ​ຮັບ​ປະ​ກັນການ​ໃນ​ການ​ຮັກສາເຄື່ອງໃຫ້ມີຄຸນນະພາບ ແລະ ທັງເປັນ​ການ​ກະ​ກຽມ​ເຄື່ອງ​ແຮ​ໄວ້​ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ເວ​ລາ​ເກີດ​ໄພ​ພິ​ບັດ​ໃຫ້​ທັນ​ກັບ​ຄວາມ​ຕ້ອງ​ການ.

ໂດຍ: ອົງການກາແດງແຫ່ງຊາດລາວ