ຢູ 9 ມາສດາ ຈີບີ ເອັຟຊີ ປະກາດສັກດາລາຍການທີ່ຫວຽດນາມຄວ້າແຊັມ ເອຊີເອັຟ ທົວນາເມັນ 2023

63

ມາສດາ ລາວ ຈີບີ ເອັຟຊີ ສະໂມສອນບານເຕະເຍົາວະຊົນຈາກ ສປປ ລາວ ໃນຮຸ່ນອາຍຸບໍ່ເກີນ 9 ປີ ສາມາດປະກາດສັກດາໃນລາຍການທີ່ຫວຽດນາມ ດ້ວຍການຄວ້າແຊັມ ໃນການແຂ່ງຂັນເຕະບານ ເຍົາວະຊົນ 6 ຮັບ 1 ລາຍການ ເອຊີເອັຟ ຫວຽດນາມ ຟຸດບອລ ທົວນາເມັນ 2023 ( ACF Vietnam Football Tournament 2023 ) ທີ່ນະຄອນ ທາຍຫງວຽນ ແຂວງທາຍຫງວຽນ ສສ ຫວຽດນາມ ລະຫວ່າງວັນທີ 17-18 ມິຖຸນາ 2023.

ລາຍການດັ່ງກ່າວມີສະໂມສອນທີ່ມາຈາກ 5 ຊາດເຂົ້າຮ່ວມ ປະກອບມີ: ຫວຽດນາມ ເຈົ້າພາບ, ໄທ, ລາວ, ມາເລເຊຍ ແລະ ອິນໂດເນເຊຍ ມີການຊີງໄຊກັນທັງໝົດ 5 ຮຸ່ນ ຄື ຮຸ່ນອາຍຸບໍ່ເກີນ 9 ປີ, 11 ປິ, 13 ປີ, 15 ປີ ແລະ 17 ປີ ສະເພາະ ມາສດາ ລາວ ຈີບີ ເອັຟຊີ ສົ່ງເຂົ້າຮ່ວມ 3 ຮຸ່ນ ປະກອບມີ: ຮຸ່ນອາຍຸບໍ່ເກີນ 9 ປີ, 13 ປີ ແລະ 15 ປີ ລວມທັງໝົດເຂົ້າຮ່ວມໃນລາຍການດັ່ງກ່າວ ເກືອບ 100 ຄົນ.

ສຳລັບ ຢູ 9 ປີ, ຢູ 13 ແລະ ຢູ 15 ແຕ່ລະຮຸ່ນມີ 8 ສະໂມສອນເຂົ້າຮ່ວມ ແຕ່ລະຮຸ່ນແມ່ນແບ່ງອອກເປັນ 2 ກຸ່ມແຕ່ລະກຸ່ມ ແຕ່ລະຮຸ່ນແຂ່ງຂັນພົບກັນໝົດ ຄັດເລືອກເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຂັນລະດັບ ດິວິຊັ່ນ 1 ແລະ ທີມທີ່ເສຍ ລົງໄປຫຼິ້ນຂັນດິວິຊັນ 2 ຜ່ານການແຂ່ງຂັນປາກົດວ່າ: ມາສດາ ລາວ ຈີບີ ເອັຟຊີ ສາມາດຍາດໄດ້ຂັນຊະນະເລີດ ຈາກຮຸ່ນອາຍຸບໍ່ເກີນ 9 ປີ ທີມ ເອ ແລະ ໄດ້ອັນດັບທີ 3 ຈາກຮຸ່ນອາຍຸບໍ່ເກີນ 9 ປີ ທີມ ບີ ຂັນລະດັບດິວິຊັນ 1.

ໂດຍສະເພາະ ຜົນງານຂອງ ມາສດາ ລາວ ຈີບີ ເອັຟຊີ ທີມ ເອ ລົງສະໜາມໃນຮອບຄັດເລືອກ ສາມາດເອົາຊະນະ KIDS CT ທີມຈາກຫວຽດນາມ 9-0, ຊະນະ Vietnam Soccer 10-2 ແລະ ນັດສຸດທ້າຍ ຊະນະ ຄູ່ປັບເກົ່າ ເຄີຍພົບກັນໃນນັດຊີງຊະນະເລີດ ລາຍການ ລາລິກາ ທີ່ປະເທດມາເລເຊຍ ປີ 2022 ຢ່າງສະໂມສອນ Velo CITY ໄປແບບສະບາຍ 5-2 ລວມ 3 ນັດ ມີ 9 ຄະແນນ ເປັນອັນດັບທີ 1 ຂອງກຸ່ມ ເອ ສ່ວນ Velo CITY ເປັນທີ 2 ຂອງກຸ່ມ.

ສ່ວນຜົນງານໃນຮອບ 4 ທີມສຸດທ້າຍ ມາສດາ ລາວ ຈີບີ ເອັຟຊີ ສາມາດໄລ່ເອົາຊະນະ NR Jounior 5-1 ຜ່ານເຂົ້າໄປຊີງຊະນະເລີດ ໂຄຈອນໄປພົບກັບ ຄູ່ປັບເກົ່າ Velo CITY ທີ່ຊະນະ ມາສດາ ລາວ ຈີບີ ເອັຟຊີ ທີມ ບີ 5-0 ປະຕູ ກ່ອນ ມາສດາ ລາວ ຈີບີ ເອັຟຊີ ທີມ ເອ ຈະສາມາດຕອກຢໍ້າໄຊຊະນະ 5-1 ຄວ້າແຊັມລາຍການດັ່ງກ່າວໄປຄອງ.

ຂະນະທີ່ ມາສດາ ລາວ ຈີບີ ເອັຟຊີ ທີມ ບີ ກໍສາມາດເອົາຊະນະຈຸດໂທດ NR Jounior ຈາກມາເລເຊຍ 4-2 ປະຕູ ຫຼັງໃນເກມ ສະເໝີກັນ 1-1 ຄວ້າອັນດັບທີ 3 ລາຍການນີ້ໄປຄອງ. ຂະນະທີ່ຜົນງານຂອງ ຢູ 13 ແລະ ຢູ 15 ບໍ່ສາມາດຕິດ 1 ໃນ 4 ໄດ້.
ຂ່າວ: ສົງການ – Larh Creators; ຮູບຈາກ: ສົງການ