ລຸ້ນໆ ແລະ ເຊຍຊຸດ “ ມ່ວນຊື່ນປະເພນີ ຜີຕາໂຂນ ” ຂຶ້ນໂຊໃນເວທີ Miss International Queen 2023

106

ງົດງາມສະດຸດຕາ ສື່ໄດ້ເຖິງວັດທະນະທໍາ, ປະເພນີລາວຢ່າງແທ້ຈິງ ຕ້ອງຊົມເຊີຍຜູ້ອອກແບບຊຸດປະຈໍາຊາດ ທີ່ ປໍ້ ກັນລະຍານີ ສີສຸພັນ ຈະສວມໃສ່ໃນຮອບຊຸດປະຈຳຊາດ ວັນທີ 19 ມິຖຸນາ 2023 ນີ້ ໂດຍຊຸດປະຈຳຊາດດັ່ງກ່າວແມ່ນໄດ້ຮັບແຮງບັນດານໃຈມາຈາກ “ ບຸນປະເພນີຜີໂຂນ ເມືອງປາກລາຍ ແຂວງໄຊຍະບູລີ ” ໃນເວທີ Miss International Queen 2023 ນຳສະເໜີໂດຍ Kanrayany Sisouphanh Miss Qeen Laos 2023 ນັ້ນເອງ.


ການອອກຊຸດປະຈໍາຊາດດັ່ງກ່າວນີ້ ກໍບໍ່ແມ່ນໃຜອື່ນເປັນຜູ້ອອກແບບຊຸດປະຈໍາຊາດໃຫ້ກັບນາງງາມມາແລ້ວຫຼາຍເວທີ ເຊິ່ງອອກແບບໂດຍ ຂັນໄຊ ແຖມພູຄຳ ແລະ ຕັດຫຍິບໂດຍ ຫ້ອງເສື້ອປານເທບ ເຊິ່ງໃນນີ້ຜູ້ອອກແບບເອງກໍໄດ້ເຜີຍເຖິງ ຄວາມຮູ້ສຶກວ່າ “ ອີກ 1 ຜົນງານຂອງເຮົາໃນປີນີ້ ໃນການອອກແບບຊຸດປະຈຳຊາດໃຫ້ກັບເອື້ອຍ ປໍ້ Kanrayany Sisouphanh Miss Queen Laos 2023 ເຊິ່ງມາໃນຊຸດ “ມ່ວນຊື່ນປະເພນີຜີຕາໂຂນ ” ເຊິ່ງໄດ້ແຮງບັນດານໃຈມາຈາກປະເພນີຜີໂຂນຈາກເມືອງປາກລາຍ ແຂວງໄຊຍະບູລີ ນຳສະເໜີໃຫ້ມີຄວາມໂມເດິ້ນທັນສະໄໝຂຶ້ນ ແຕ່ຍັງຄົງຮັກສາເອກະລັກຄວາມເປັນທ້ອງຖິ່ນຂອງແຂວງໄຊຍະບູລີໄວ້ ຂອບໃຈທາງກອງປະກວດທີ່ໄວ້ໃຈ ແລະ ໃຫ້ໂອກາດນ້ອງ ແລະທີມງານໄດ້ສະແດງຄວາມສາມາດອີກຄັ້ງ ຝາກທຸກຄົນສົ່ງແຮງເຊຍແຮງໃຈໃຫ້ກັບສາຍສະພາຍລາວໃນຮອບຊຸດປະຈຳຊາດໃນ ວັນທີ 19 ມິຖຸນາ 2023 ແນ່ເດີ ”.

ຕາມຂໍ້ມູນເປີດເຜີຍຈາກກອງປະກວດບອກວ່າ: ສໍາລັບຊຸດ “ ມ່ວນຊື່ນປະເພນີຜີຕາໂຂນ ” ແມ່ນໄດ້ແຮງບັນດານໃຈມາຈາກບຸນປະເພນີຜີຕາ ໂຂນຂອງແຂວງໄຊຍະບູລີ ເຊິ່ງລາວເຮົາກໍເປັນປະເທດໜຶ່ງທີ່ເຕັມໄປດ້ວຍຮີດຄອງປະເພນີ ແລະ ວັດທະນະທຳອັນເກົ່າແກ່ ເຊິ່ງໜຶ່ງໃນນັ້ນກໍແມ່ນບຸນປະເພນີແຫ່ຜີຕາໂຂນ ເຊິ່ງຈັດຂຶ້ນ ແລະ ສືບທອດກັນມາຍາວນານ ມີປະຫວັດຄວາມເປັນມາຈາກເລື່ອງພະເວດສັນດອນ ເຊິ່ງຜີໂຂນເປັນຜີທີ່ບໍ່ມີຜິດໄພເປັນມິດຕໍ່ຜູ້ຄົນ ແລະ ໃນແຕ່ລະປີຊາວລາວເຮົາກໍຈະມີພິທີແຫ່ຜີຕາໂຂນ ເພື່ອເປັນການບົ່ງບອກເຖິງງານບຸນງານສິນ ຫຼື ເອີ້ນກັນວ່າບຸນພະເຫວດນັ້ນເອງ ເຊິ່ງຈະຈັດຂຶ້ນທີ່ເມືອງປາກລາຍ ແຂວງໄຊຍະບູລີໃນທຸກໆປີ.

ໂຕຊຸດໄດ້ນຳມາອອກແບບໃຫ້ມີຄວາມຮ່ວມສະໄໝ ໂດຍການໃຊ້ຜ້າຄາມຍ້ອນນິນ ຫຼື ຜ້າໄຕລື້ ເຊິ່ງມີລວດລາຍເປັນເອກະລັກສະເພາະຂອງແຂວງໄຊຍະບູລີ ມາປະສົມປະສານກັບງານປັກ ແລະ ເຄື່ອງເງິນຂອງລາວເຮົາ ໃຫ້ໂຕຊຸດມີ ຄວາມລຽບຫຼູ, ມີຄວາມມ່ວນຊື່ນ ຄ່ອງແຄ້ວ ປຽບດັ່ງເຮົາຍົກເອົາການແຫ່ບຸນຜີຕາໂຂນມາໄວ້ໃນຊຸດນີ້ ”.

ນີ້ກໍເປັນອີກໜຶ່ງຊຸດປະຈໍາຊາດທີ່ສື່ເຖິງຄວາມເປັນລາວໄດ້ດີທີ່ສຸດ ຂ່າວບັນເທີງກໍຂໍຝາກແຟນໆທຸກຄົນຕິດຕາມຜົນງານຂອງຜູ້ອອກແບບ ແລະ ຜູ້ລົງປະກວດໃນຄັ້ງນີ້ດ້ວຍ ຮ່ວມເຊຍ ແລະ ເປັນກໍາລັງໃຈໃຫ້ສາຍສະພາຍລາວ ໃນເວທີສາກົນນໍາກັນເດີ.
ສາມາດຕິດຕາມການເຄື່ອນໄຫວຂອງການປະກວດໄດ້ທີ່ເພຈຂອງ Miss Queen Laos.