ອີຊີບີ ປັບຂຶ້ນດອກເບ້ຍສູ່ລະດັບສູງສຸດ ເປັນປະຫວັດການ

79

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ອັດຕາດອກເບ້ຍນະໂຍບາຍຂອງທະນາຄານກາງເອີຣົບ ຫຼື ອີຊີບີ ( ECB ) ເພີ່ມຂຶ້ນຈາກ -0,5% ເປັນ 3,5% ເຊິ່ງສູງສຸດເປັນປະຫວັດການ ນັບຕັ້ງແຕ່ປີ 2001 ເປັນຕົ້ນມາ. ທ່າມກາງທີ່ເສດຖະກິດເຢຍລະມັນ ກຳລັງຢູ່ໃນພາວະຖົດຖອຍທາງເຕັກນິກ, ຄວາມຕ້ອງການສິນຄ້າ ແລະ ສິນເຊື່ອຈາກປະຊາຊົນ ແລະ ພາກທຸລະກິດຍັງຢູ່ໃນລະດັບຕໍ່າ ECB ຍັງປະກາດຂຶ້ນດອກເບ້ຍອັດຕາ 0,25%.

ການປັບຂຶ້ນຄັ້ງນີ້ເປັນການຂຶ້ນອັດຕາດອກເບ້ຍ ຄັ້ງທີ 8 ຕິດຕໍ່ກັນ ເຊິ່ງດຳເນີນການໂດຍ ECB ໃນເວລາໜ້ອຍກວ່າ 1 ປີ ນັບຈາກເດືອນກໍລະກົດ 2022 ອັດຕາດອກເບ້ຍນະໂຍບາຍຂອງ ECB ຈາກ -0,5% ເປັນ 3,5% ເຊິ່ງສູງເປັນປະຫວັດການ ນັບຕັ້ງແຕ່ປີ 2001.

ສາເຫດທີ່ ອີຊີບີ ປັບຂຶ້ນອັດຕາດອກເບ້ຍ ເນື່ອງຈາກອັດຕາເງິນເຟີ້ໃນກຸ່ມປະເທດເອີໂຣໂຊນ ເຖິງວ່າຈະຫຼຸດລົງຈາກລະດັບສູງສຸດ 10,6% ໃນເດືອນຕຸລາປີຜ່ານມາ ຫຼຸດລົງປະມານ 3,1% ແຕ່ກໍຍັງສູງກວ່າເປົ້າໝາຍ 2% ກວ່າ 3 ເທົ່າ.

ອັດຕາເງິນເຟີ້ພື້ນຖານທີ່ບໍ່ລວມໝວດພະລັງງານ ແລະ ອາຫານໃນເດືອນພຶດສະພາ ຍັງຢູ່ທີ່ 5,3% ແລະ ຄາດວ່າຈະຫຼຸດລົງເລັກໜ້ອຍເປັນ 4,9% ໃນໄຕມາດຕໍ່ໄປ ແລະ 3,9% ໃນໄລຍະ 3 ເດືອນທ້າຍປີ. ຢ່າງໃດກໍຕາມ, ແຮງກົດດັນດ້ານເງິນເຟີ້ຕໍ່ ECB ອາດຍັງປ່ຽນແປງໄປໃນທິດທາງທີ່ບໍ່ປະສົງ ເນື່ອງຈາກຜົນກະທົບຂອງແຜນການປັບຂຶ້ນຄ່າແຮງງານຂອງປະເທດໃນເອີຣົບ.

ຂ່າວຍັງລາຍງານວ່າ: ໄດ້ມີຜູ້ຊ່ຽວຊານດ້ານການເງິນຂອງເອີຣົບ ກ່າວວ່າ ນີ້ບໍ່ແມ່ນການປັບຂຶ້ນອັດຕາດອກເບ້ຍຄັ້ງສຸດທ້າຍຂອງ ECB ເຊິ່ງ 75% ຂອງນັກເສດຖະສາດ ໄດ້ຄາດການວ່າ ECB ອາດປັບຂຶ້ນອັດຕາດອກເບ້ຍເປັນຄັ້ງທີ 9 ໃນເດືອກໍລະກົດ ເຮັດໃຫ້ອັດຕາດອກເບ້ຍນະໂຍບາຍຢູ່ທີ່ 3,15% ເພື່ອຮັກສາຄວາມແຂງແກ່ນຂອງສະກຸນເງິນເອີໂຣ ເມື່ອອັດຕາເງິນເຟີ້ຍັງບໍ່ຫຼຸດລົງເຖິງລະດັບເປົ້າໝາຍ ທີ່ 2%.