ທີມບານເຕະເຍົາວະຊົນ ມາສດາ ຈີບີ ເອັຟຊີ ຮ່ວມຊີງແຊັມ ເອຊີເອັຟ ຫວຽດນາມ ທົວນາເມັນ 2023

163

ສະໂມສອນ ບານເຕະ ເຍົາວະຊົນ ມາສດາ ລາວ ຈີບີ ເອັຟຊີ ໜຶ່ງດຽວຈາກ ສປປ ລາວ ສົ່ງຄະນະ, ຄູຝຶກ ແລະ ນັກກີລາຮຮ່ວມ 3 ຮຸ່ນ ກໍຄື: ຢູ 9 ປີ, ຢູ 13 ປີ ແລະ ຢູ 15 ປີ ເກືອບ 100 ຄົນ ອອກເດີນທາງເຂົ້າຮ່ວມການແຂ່ງຂັນເຕະບານ ເຍົາວະຊົນ ຊີງແຊັມລາຍການ ເອຊີເອັຟ ຫວຽດນາມ ຟຸດບອລ ທົວນາເມັນ 2023 ( ACF Vietnam Football Tournament 2023 ) ທີ່ນະຄອນຫຼວງ ຮ່າໂນຍ ສສ ຫວຽດນາມ ລະຫວ່າງວັນທີ 17-18 ມິຖຸນາ 2023.

ການເດີນທາງຄັ້ງນີ້ນໍາໂດຍ ທ່ານ ທິບພະເນດ ແກ້ວມະນີວົງ ປະທານບໍລິສັດ ແກ້ວໂອໂຕກຣຸບ ຈຳກັດຜູ້ດຽວ ຕົວແທນຈຳໜ່າຍລົດໃຫຍ່ ຍີ່ຫໍ້ Mazda ພຽງຜູ້ດຽວໃນສປປ ລາວ ທັງເປັນປະທານສະໂມສອນ ມາສດາ ລາວ ຈີບີ ເອັຟຊີ ເຊິ່ງເມື່ອວັນງທີ 14 ມິຖຸນາ 2023 ແມ່ນໄດ້ເດີນທາງຮອດຈຸດໝາຍ ຫຼັງໃຊ້ເວລາຫຼາຍກວ່າ 10 ຊົ່ວໂມງ.

ສໍາລັບ ການແຂ່ງຂັນເຕະບານລາຍການ ACF Vietnam Football Tournament 2023 ລະຫວ່າງວັນທີ 17-18 ມິຖຸນາ 2023 ຄາດວ່າຈະມີ 8 ຊາດເຂົ້າຮ່ວມ ປະກອບມີ ຫວຽດນາມ ເຈົ້າພາບ, ໄທ, ລາວ, ມາເລເຊຍ, ສິງກະໂປ, ອິນໂດເນເຊຍ, ໄຕ້ຫວັນ ແລະ ຟິລິບປິນ ແລະ ຈະມີການຊີງໄຊກັນທັງໝົດ 3 ຮຸ່ນ ກໍຄື ຮຸ່ນອາຍຸບໍ່ເກີນ 9 ປີ, 11 ປິ, 13 ປີ, 15 ປີ ແລະ 17 ປີ ສະເພາະ ມາສດາ ລາວ ຈີບີ ເອັຟຊີ ຕົວແທນຈາກສປປ ລາວ ແມ່ນສົ່ງພຽງແຕ່ 3 ຮຸ່ນ ປະກອບມີ ຮຸ່ນອາຍຸບໍ່ເກີນ 9 ປີ, 13 ປີ ແລະ 15 ປີ ລວມທັງໝົດເຂົ້າຮ່ວມໃນລາຍການດັ່ງກ່າວ ເກືອບ 100 ຄົນ.