ຢູ 17 ລາວ ລົງສະໜາມວັດຄົມກັບ ເຈົ້າພາບ ໄທ ແລງນີ້ເປີດສາກບານເຕະຊີງແຊັມອາຊີ ຮອບສຸດທ້າຍ

321

ເສັ້ນທາງໃນການລຸ້ນສ້າງປະຫວັດສາດເລີ່ມຕົ້ນຂຶ້ນແລ້ວໃນແລງຂອງມື້ນີ້ວັນທີ 15 ມິຖຸນາ 2023 ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ລົງສະໜາມນັດທໍາອິດພົບກັບ ເຈົ້າພາບ ໄທ ເວລາ 19:00 ໂມງ ທີ່ສະໜາມກີລາປະທຸມທານີ ປະເທດໄທ ໃນການແຂ່ງຂັນບານເຕະຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 17 ປີ ຮອບສຸດທ້າຍ.

ຫຼ້າສຸດກ່ອນລົງແຂ່ງຂັນ ທ່ານ ຄຳແພງ ວົງຂັນຕີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ທັງເປັນຫົວໜ້າຄະນະນໍານັກກີລາຊຸດນີ້ ພ້ອມດ້ວຍຄະນະນໍາ ສຕລ ເນັ້ນໃຫ້ນັກກິລາທຸກຄົນທີ່ຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ ຢູ 17 ຮອບສຸດທ້າຍທີ່ປະເທດໄທ ທຸກຄົນຕ້ອງມີລະບຽບວິໄນ, ມີຄວາມສາມັກຄີ ແລະ ຫຼີ້ນເປັນທີມເວີກ, ທີ່ສໍາຄັນນອກຈາກທີ່ຕ້ອງການໄຊຊະນະແລ້ວ ຕ້ອງຫຼີ້ນດ້ວຍຄວາມມີນໍ້າໃຈນັກກີລາ, ຮັກສາກິລິຍາມາລະຍາດ ແລະ ກຽດສັກສີຂອງປະເທດຊາດ.

ສໍາລັບ ການແຂ່ງຂັນບານເຕະຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 17 ປີ ( AFC U17 ASIAN CUP 2023 ) ຮອບສຸດທ້າຍທີ່ປະເທດໄທ ແມ່ນແຂ່ງຂັນລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ ໂດຍມີທັງໝົດ 16 ທີມ ແບ່ງອອກເປັນ 4 ກຸ່ມ ຄື:
– ກຸ່ມ A : ໄທ ( ເຈົ້າພາບ ), ເຢເມນ, ມາເລເຊຍ ແລະ ລາວ
– ກຸ່ມ B : ສ.ເກົາຫລີ, ອີຣານ, ອັຟການິສຖານ ແລະ ກາຕ້າ
– ກຸ່ມ C : ທາຈີກິສຖານ, ອົສຕຣາລີ, ຊາອຸດິ ອາຣັບເບຍ, ສປ ຈີນ
– ກຸ່ມ D : ຍີ່ປຸ່ນ, ອິນເດຍ, ຫວຽດນາມ ແລະ ອຸເບກິສຖານ

ສໍາລັບ ສະໜາມແຂ່ງຂັນ 4 ສະໜາມຄື: ສະໜາມກີລາຣາຊະມັງກິລາສະຖານ, ສະໜາມກີລາທຳມະສາດ, ສະໜາມກີລາປະທຸມທານີ ແລະ ສະໜາມກີລາຊົນບູຣີ, ອັນດັບ 1-4 ລາຍການນີ້ແມ່ນຈະໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມໂລກ ຮຸ່ນອາຍຸບໍ່ເກີນ 17 ປີ ( FIFA U-17 WORLD CUP 2023)

ສ່ວນຕາຕະລາງການແຂ່ງຂັນທີມຊາດລາວ
– ວັນທີ 15/06/2023 ເວລາ 19:00 ໄທ ພົບ ລາວ ແຂ່ງຂັນຢູ່ທີ່ສະໜາມກິລາປະທຸມທານີ
– ວັນທີ 18/06/2023 ເວລາ 17:00 ເຢເມນ ພົບ ລາວ ແຂ່ງຂັນຢູ່ທີ່ສະໜາມກິລາທຳມະສາດ
– ວັນທີ 21/06/2023 ເວລາ 19:00 ມາເລເຊຍ ພົບ ລາວ ແຂ່ງຂັນຢູ່ທີ່ສະໜາມກິລາທຳມະສາດ
ຂ່າວ: Larh Creators; ຮູບຈາກ: ສຕລ