ຂົວມິດຕະພາບແຫ່ງທີ 5 ໃກ້ຈະສ້າງສຳເລັດແລ້ວ

95

ໃນວັນທີ 12 ມິຖຸນາ 2023 ທີ່ຜ່ານມາ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງ ຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຮ່ວມພາທາງ.

อาจเป็นรูปภาพของ 6 คน

 

ໂດຍໃນໂອກາດດັ່ງກ່າວ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລຄຳໄຊ-ບຶງການ) ຝ່າຍລາວ ໄດ້ລາຍງານສະພາບໂດຍລວມຕະຫຼອດໄລຍະການກໍ່ສ້າງຜ່ານມາ ຍົກໃຫ້ເຫັນຂໍ້ສະດວກ,ຂໍ້ຫຍຸ້ງຍາກ ເຊິ່ງໄດ້ເລີ່ມສຶກສາຄວາມເປັນໄປໄດ້, ສຳຫຼວດ, ອອກແບບ ແຕ່ປີ 2014 ແລະ ສໍາເລັດ ໃນປີ 2016 ໂດຍໄດ້ຮັບທຶນຈາກອົງການ NEDA ປະເທດໄທ ໂດຍຮັບຮອງຈາກລັດຖະບານ 2 ຝ່າຍໃນປີ 2018.

อาจเป็นรูปภาพของ 13 คน และ ข้อความ

ຈຸດທີ່ຕັ້ງຂອງໂຄງການກໍ່ສ້າງ ຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄຳໄຊ-ບຶງການ ແມ່ນຕັ້ງຢູ່ເຂດບ້ານກ້ວຍອຸດົມ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ ຫ່າງຈາກເທດສະບານ ແຂວງບໍລິຄຳໄຊ ມາທາງທິດເໜືອຕາມທາງເລກ 13 ໃຕ້ປະມານ 10 ກິໂລແມັດ ແລະ ຫ່າງຈາກທາງເລກ 13 ໃຕ້ເຂົ້າໄປຫານໍ້າຂອງປະມານ 2.775 ແມັດ. ໂຄງການກໍ່ສ້າງໄດ້ເລີ່ມລົງມື ແຕ່ວັນທີ 04 ມັງກອນ 2021 ເປັນຕົ້ນມາ, ໂຄງການດັ່ງກ່າວ ໄດ້ຮັບເງິນກູ້ຢືມດອກເບ້ຍຜ່ອນຜັນຈາກອົງການ NEDA ປະເທດໄທ, ໃນມູນຄ່າທັງໝົດ 1.380,067 ລ້ານບາດ.

อาจเป็นรูปภาพของ 11 คน

ເຊິ່ງໃນການກໍ່ສ້າງແມ່ນໄດ້ແບ່ງອອກເປັນສອງສັນຍາຄື: ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນໍ້າຂອງ ລວງຍາວ 535 ແມັດ  ໂດຍແມ່ນບໍລິສັດ ນະພາ ກໍ່ສ້າງ ຈໍາກັດ (ຜູ້ຮັບເໝົາຫຼັກ), ບໍລິສັດ SIAM BBR ຮ່ວມກັບ ບໍລິສັດ VK International ຈຳກັດ ຜູ້ດຽວ (ຄູ່ຮ່ວມສັນຍາ) ມູນຄ່າສັນຍາ 379.197.622,7 ບາດ ແລະ ສັນຍາທີ 2 ແມ່ນສັນຍາກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ-ອອກເມືອງ ຮັບເໝົາໂດຍບໍລິສັດ ສະຫຼວງ ກໍ່ສ້າງ ຈຳກັດ  ຮ່ວມກັບ ບໍລິສັດ ກໍ່ສ້າງວິສະວະກຳ ສາກົນ ທັນສະໄໝ ຈຳກັດ (AIEC) ມູນຄ່າສັນຍາ 773.180.000 ບາດ, ຂົວມີລວງຍາວທັງໝົດ 1.350 ແມັດ, ປະເພດແຂວນ (Extradosed Prestressed Concrete Bridge) ຊ່ວງຍາວ, ສ່ວນຊ່ວງສັ້ນເປັນປະເພດຂົວເບຕົງອັດແຮງ (Prestressed Concrete Bridge), ຊ່ວງຂົວກາງນ້ຳ ມີ 9 ຊ່ວງ ມີລວງຍາວທັງໝົດ 810 ແມັດ, ໃນນັ້ນຮັບຜິດຊອບ ຝ່າຍລະ 4 ຊ່ວງ ສ່ວນຊ່ວງກາງ ແມ່ນຮັບຜິດຊອບຮ່ວມກັນສອງຝ່າຍ.

อาจเป็นรูปภาพของ คลอง Panama Canal

ປະຈຸບັນສຳເລັດຈ່າຍຄ່າຊົດເຊີຍຜົນກະທົບເນື້ອທີ່ທຳການຜະລິດຂອງປະຊາຊົນທີ່ນອນໃນໂຄງການ 52 ກວ່າເຮັກຕາ ມູນຄ່າ 5 ຕື້ກວ່າກີບ, ສຳລັບການກໍ່ສ້າງໂຄງການສັນຍາ 1 ຄືການກໍ່ສ້າງສ້າງຂົວສຳເລັດແລ້ວ 60% ສັນຍາ 2 ການກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ-ອອກເມືອງສຳເລັດແລ້ວ 89% ລວມສອງສັນຍາ 70 % ຄາດວ່າຈະໃຫ້ໄດ້ເປີດນໍ້າໃຊ້ໃນຕົ້ນປີ 2024.

ໂດຍ: ໜັງສືພິມບໍລິຄຳໄຊ