ແຈ້ງຈາກທະນາຄານ! ຢ່າງຫຼົງເຊື່ອເພຈພະນັນທີ່ແອບອ້າງໃຊ້ໂລໂກ້ຂອງ ທຄຕລ

70

ໃນໄລຍະຜ່ານມານີ້ເຊື່ອວ່າຫຼາຍຄົນຄົງຈະປາກົດເຫັນຜ່ານທາງອອນລາຍວ່າ ມີຫຼາຍເພຈພະນັນອອນລາຍ ໄດ້ນຳເອົາຮູບພາບໂລໂກ້ຂອງທະນາຄານຕ່າງໆ ມາຕັ້ງເປັນຮູບໂປຟາຍ ຫຼື ມາປະກອບໃສ່ໃນໂພສ ເພື່ອໃຊ້ໃນການໂຄສະນາເຊີນຊວນມາຫຼິ້ນພະນັນ ຕໍ່ກັບເຫດການດັ່ງກ່າວ ທາງທະນາຄານການຄ້າຕ່າງປະເທດລາວ ຈຶ່ງໄດ້ແຈ້ງເຕືອນ ໂດຍຜ່ານທາງເພຈທາງການຂອງທະນາຄານເອງເນື້ອໃນລະບຸໄວ້ດັ່ງນີ້:

อาจเป็นรูปภาพของ ข้อความ

ທຄຕລ ຮຽກຮ້ອງໃຫ້ທຸກທ່ານຈັດການຊ່ວຍກັນກົດ Report ປ້ອງກັນພຶດຕິກຳສໍ້ໂກງຈາກເວັບພະນັນອອນລາຍ ໂດຍປະຈຸບັນມີກຸ່ມຄົນບໍ່ຫວັງດີແອບອ້າງ ດ້ວຍການນໍາໃຊ້ຮູບພາບໂລໂກ້ ທຄຕລ ເປັນຮູບ ໂປຼຟາຍ ຂອງ ເພຈ ການພະນັນອອນລາຍ ເພື່ອໃຊ້ໂຄສະນາຊວນເຊື່ອການເງິນທາງອອນລາຍ ປັດຈຸບັນພົບເຫັນຈໍານວນ 4 ເພຈ ມີລາຍຊື່ພ້ອມລິ້ງທີ່ຢູ່ເພຈ໌ປອມດັ່ງລຸ່ມນີ້:

  1. Beat Minds: https://www.facebook.com/profile.php?id=100089825976594
  2. Rayce: https://www.facebook.com/profile.php?id=100082174113063
  3. Beruygoo: https://www.facebook.com/profile.php?id=100090130113854
  4. Uartlight: https://www.facebook.com/profile.php?id=100090265890846

ດັ່ງນັ້ນ, ຈິ່ງແຈ້ງມາຍັງລູກຄ້າທຸກທ່ານ ຈົ່ງມີສະຕິ, ຢ່າຫຼົງເຊື່ອໃນກຸ່ມຄົນບໍ່ດີແອບອ້າງນີ້. ພ້ອມນັ້ນ ຫາກພົບເຫັນກໍລະນີສົງໄສລູກຄ້າສາມາດແຈ້ງຜ່ານຊ່ອງທາງທີ່ເປັນທາງການທຄຕລ: ໂທສາຍດ່ວນ 1555 ຫຼື OneCare Support & Facebook: BCEL Bank.