ຊັກປະຫວັດໂຈນ ທ້າວ ວິລະສອນບຸກຄົນອັນຕະລາຍ

3543

ຂ່າວໂຈນປຸ້ນຄຳໂດ່ງດັງທົ່ວສື່ສັງຄົມອອນລາຍ ແລະມື້ນີ້ເຮົາມາຮູ້ບຸກຄົນອັນຕະລາຍ ລາຍນີ້ເພາະເພິ່ນກ່ອນຈະມາປຸ້ນຄຳກໍ່ເປັນນັກຊີງຊັບລະດັບຕຳນານ ເຄີຍຖືກດຳເນີນຄະດີມາແລ້ວ ຖືກປ່ອຍອອກ ແລະກັບມາກໍ່ເຫດທີ່ໂຫດກວ່າເກົ່າອີກຫຼາຍເທົ່າ ຕົ້ນປາຍສາເຫດເບື້ອງຕົ້ນເກີດຈາກຕິດເກມ ແລະຫຼິ້ນກິນຟມເຟືອຍ.

May be an image of text

ປະຫວັດຜ່ານມາຂອງ ອາກົ້ງ ເຄີຍກໍ່ເຫດປຸ້ນຊັບຊິງຊັບມາແລ້ວ 11 ຄັ້ງ ແລະ ເຄີຍຖືກຈັບດຳເນີນຄະດີ ພໍອອກຈາກຄຸກກໍ່ມາກໍ່ເຫດຊິງຊັບຮ້ານເພັດ ຮ້ານຄຳ ກ່ອນທີ່ຈະຖືກຈັບທີ່ປະເທດໄທຈັບໄດ້ໃນຄັ້ງວັນທີ 9 ມິຖຸນາ 2023 ນີ້ ຍ້ອນໄປປຸ້ນເອົາຮ້ານຄຳພໍໃຈ ສາຂານະຄອນຫຼວງວຽງຈັນ ທີ່ທົ່ງສາງນາງ.

May be an image of 1 person
ໂຈນຜູ້ນີ້ຊື່ ທ້າວ ສີລະສອນ ຫຼື ອາກົງ ເດີນທາງອອກຈາກບ້ານເພື່ອມາສຶກສາຮ່ຳຮຽນເອົາຄວາມຮູ້ຢູ່ໃນນະ ຄອນຫຼວງວຽງຈັນ  ແຕ່ແລ້ວຄວາມຫວັງຂອງພໍ່ແມ່ທີ່ຢາກໃຫ້ລູກໄດ້ດີຕ້ອງຈົບລົງ ຍ້ອນຕິດຫຼິ້ນເກມພະນັນອອນລາຍຂັ້ນຮຸນແຮງ ຈິ່ງເລີ່ມຜັນໂຕເປັນຂີ້ເຫຍື້ອສັງຄົມໂດຍການປຸ້ນຊັບຕາມຮ້ານເກມ ຈຳນວນ 11 ຄັ້ງ ເພື່ອຫາເງິນມາຫຼິ້ນເກມພະນັນອອນລາຍ.

May be an image of 1 person

ສ່ວນການກໍ່ເຫດປຸ້ນຄຳແມ່ນນັບມາໄດ້ 5 ຄັ້ງ ໃນນັ້ນ 2022 1 ຄັ້ງ ແລະປີ 2023 ນີ້ລວມທັງໝົດ 4 ຄັ້ງກ່ອນຈະເອົາຕົວລົບໜີເຂົ້າໄທ ແລະຖືກເຈົ້າໜ້າທີ່ໄທຈັບໄດ້ໃນທີ່ສຸດ.

May be an image of 1 person and body building