ໄທ ປະຕິເສດຂ່າວລື ເລີກຈ້າງແຮງງານຕ່າງດ້າວ ບໍ່ເປັນຄວາມຈິງ

122

ເວັບໄຊຂອງໜັງສືພິມ matichon.co.th ອອນລາຍ ລາຍງານວ່າ: ທ່ານ ນາງ ກັນຈະນາ ພັດໂຊກ ຫົວໜ້າກົມສາຣະນິເທດ ທັງເປັນໂຄສົກກະຊວງການຕ່າງປະເທດຂອງໄທ ກ່າວວ່າ: ລັດຖະບານໄທ ໃຫ້ຄວາມສຳຄັນກັບແຮງງານຕ່າງດ້າວ ໂດຍສະເພາະແຮງງານຈາກປະເທດເພື່ອນບ້ານ ເນື່ອງຈາກເປັນກຳລັງສຳຄັນໃນການຂັບເຄື່ອນເສດຖະກິດໄທມາໂດຍຕະຫຼອດ.

ໂຄສົກກະຊວງການຕ່າງປະເທດໄທ ກ່າວວ່າ: ໄທ ໄດ້ມຸ່ງເນັ້ນພັດທະນາມາດຕະຖານ ແລະ ລະບຽບການຈັດຫາງານ ເພື່ອອຳນວຍຄວາມສະດວກແກ່ຜູ້ປະກອບການ ແລະ ແຮງງານຢ່າງຕໍ່ເນື່ອງ. ແນວໃດກໍຕາມ, ໄດ້ມີສື່ສັງຄົມອອນລາຍ ລາຍງານຂ່າວຄາດເຄື່ອນວ່າ ນັບແຕ່ວັນທີ 1 ມິຖຸນາ 2023 ເປັນຕົ້ນໄປ ຈະບໍ່ມີການຈ້າງແຮງງານຈາກກຳປູເຈຍ ແລະ ສປປ ລາວ ເຊິ່ງຂ່າວດັ່ງກ່າວແມ່ນບໍ່ມີມູນຄວາມຈິງ ໂດຍກົມການຈັດຫາງານ ກະຊວງແຮງງານຂອງໄທ ໄດ້ອອກມາໃຫ້ຂໍ້ມູນເມື່ອບໍ່ດົນມານີ້ວ່າ ເປັນພຽງການປັບຂັ້ນຕອນໃນການຈັດຈ້າງແຮງງານແບບຖືກຕ້ອງຕາມກົດໝາຍ ໂດຍຜ່ານການເຊັນ MOU ຈາກກຳປູເຈຍ ແລະ ລາວ ເພື່ອໃຫ້ຜູ້ປະກອບການສາມາດຍື່ນຄວາມຕ້ອງການແຮງງານຕ່າງດ້າວ ກັບສຳນັກງານຈັດຫາງານຈັງຫວັດ ( ແຂວງ ) ໂດຍບໍ່ຕ້ອງເຂົ້າມາພົວພັນກັບກົມການຈັດຫາງານກະຊວງແຮງງານ ເພື່ອຄວາມສະດວກ ແລະ ໄວຂຶ້ນ, ຍົກເວັ້ນແຮງງານຈາກມຽນມາ ຍັງຈຳເປັນຕ້ອງຕິດຕໍ່ຫາກົມການຈັດຫາງານຄືເກົ່າ.

ໂຄສົກກະຊວງການຕ່າງປະເທດໄທ ກ່າວອີກວ່າ: ໄທ ໄດ້ພະຍາຍາມດຳເນີນມາດຕະການດູແລ ຄຸ້ມຄອງແຮງງານຕ່າງດ້າວແບບບໍ່ເລືອກປະຕິບັດມາໂດຍຕະຫຼອດ ເຊິ່ງໄລຍະຜ່ານມາ ແຮງງານຕ່າງດ້າວສາມາດເຂົ້າເຖິງການບໍລິການສຸຂະພາບໄດ້ ໂດຍສະເພາະແຮງງານຕ່າງດ້າວທີ່ຖືກຕ້ອງຕາມກົດໝາຍ ຈະໄດ້ຮັບສິດທິໃນການເຂົ້າເຖິງປະກັນສັງຄົມ ແລະ ປະກັນສຸຂະພາບ, ນອກຈາກນີ້ ຍັງໄດ້ຊ່ວຍເຫຼືອ ແລະ ປ້ອງກັນແຮງງານຕ່າງດ້າວບໍ່ໃຫ້ຕົກເປັນເຫຍື່ອ ຂອງການຄ້າມະນຸດ, ການໃຊ້ແຮງງານບັງຄັບ, ການໃຊ້ແຮງງານເດັກ ໂດຍໄດ້ຕັ້ງສູນບໍລິການຊ່ວຍເຫຼືອແຮງງານຕ່າງດ້າວຢູ່ຕາມຈັງຫວັດຕ່າງໆໃນທົ່ວປະເທດ.

ຂໍ້ມູນຈາກກະຊວງແຮງງານໄທ ລະບຸວ່າ: ໃນໄຕມາດ 1 ຂອງປີ 2023 ມີແຮງງານຕ່າງດ້າວໃນໄທ ປະມານ 2.743.673 ຄົນ ຄິດເປັນ 6,92% ຂອງແຮງງານທັງໝົດໃນປະເທດໄທ ເຊິ່ງແຮງງານຕ່າງດ້າວເຫຼົ່ານັ້ນມີບົດບາດສຳຄັນໃນການພັດທະນາເສດຖະກິດ – ສັງຄົມຂອງໄທ ໂດຍສະເພາະກິດຈະການກໍ່ສ້າງ, ກະເສດ, ກິດຈະການບໍລິການ ແລະ ອື່ນໆ.