ນັກຮຽນລາວສໍາເລັດການທັດສະນະສຶກສາຢູ່ ສປ ຈີນ

62

ດັ່ງທີ່ທີມພວກເຮົາໄດ້ນຳສະເໜີຂ່າວໄປກ່ອນໜ້ານີ້ ປີນີ້ພິເສດຫຼາຍນ້ອງນັກຮຽນເກັ່ງຊັ້ນປະຖົມຈາກທົ່ວປເທດໄດ້ໄປທັດສະນະສຶກສາຢູ່ ສປ ຈີນ ເນື່ອງໃນໂອກາດວັນເດັກນ້ອຍສາກົນເປັນເວລາຍາວນານເຖິງ 15 ວັນໃນນັ້ນມີຫຼາຍກິດຈະກຳທີ່ເຊື່ອວ່າຈະສ້າງຄວາມປະທັບໃຈໃຫ້ກັບຫຼານນ້ອຍໄດ້ເປັນຢ່າງດີ.

May be an image of 4 people, child and text

ໂດຍບັນດາຄູ-ອາຈານ ແລະນ້ອງນັກຮຽນປະຖົມເກັ່ງລະດັບຊາດ ຈໍານວນ 125 ຄົນ, ນໍາພາໂດຍທ່ານ ອຈ. ສີສະໝຸດ ແສນບຸດຕະລາດ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະກິລາ ໄດ້ອອກເດີນທາງດ້ວຍລົດໄຟລາວ-ຈີນ, ຈາກສະຖານີນະຄອນຫຼວງວຽງຈັນ ສູ່ສະຖານີບໍ່ເຕ່ນ ເພື່ອເຂົ້າຮ່ວມກິດຈະກໍາສະເຫຼີມສະຫຼອງວັນເດັກນ້ອຍສາກົນຢູ່ ສປ ຈີນ ເມື່ອວັນທີ 23 ພຶດສະພາຜ່ານມາ ແລະໄດ້ສຳເລັດກິດຈະກຳພ້ອມເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ.

May be an image of 6 people, people studying, childrens toy and text
ການເຂົ້າຮ່ວມສະເຫຼີມສະຫຼອງວັນເດັກນ້ອຍສາກົນໃນຄັ້ງນີ້ ພາຍໃຕ້ຫົວຂໍ້ “ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ເຊື່ອມໂຍງ ເຊື່ອມຈອດ ປະຊາຊົນສອງຊາດ” ຮ່ວມໃຈກັນຈັບມື ລະຫວ່າງນັກຮຽນລາວ-ຈີນ ແລະທັດສະນະສຶກສາ ຢູ່ ສປ ຈີນ, ເຊິ່ງພິທີປິດໄດ້ຈັດຂຶ້ນໃນວັນທີ 6 ມິຖຸນາ 2023 ທີ່ໂຮງຮຽນປະຖົມສາທິດ ອູຢວນ ເມືອງເຊ້ຍເໝິນ ແຂວງຟູຈ້ຽນ ສປ ຈີນ.

May be an image of 12 people
ກິດຈະກໍາດັ່ງກ່າວແມ່ນການຮ່ວມມືລະຫວ່າງ ສະຫະພັນເພື່ອການກຸສົນແຫ່ງ ສປ ຈີນ ແລະກະຊວງສຶກສາທິການ ແລະກິລາ ສປປ ລາວ ເພື່ອເປັນການຮັດແໜ້ນ ສາຍພົວພັນທາງການທູດ ແລະການຮ່ວມມືຂອງສອງພັກ-ສອງລັດ ແລະປະຊາຊົນ ສອງຊາດລາວ-ຈີນ ທັງເປັນການສົ່ງເສີມເຍົາວະຊົນລາວ ແລະຈີນ ໄດ້ແລກປ່ຽນວັດທະນະທໍາ ແລະຮຽນຮູ້ບົດຮຽນອັນດີໃນການພັດທະນາຊັບພະຍາກອນມະນຸດຂອງ ສປ ຈີນ.

May be an image of 1 person and text

ຕະຫຼອດໄລຍະ 15 ວັນນັກຮຽນໄດ້ເຮັດກິດຈະກໍາຮ່ວມກັບນັກຮຽນຈີນ ຢູ່ທີ່ໂຮງຮຽນປະຖົມຢົນຊ່ຽງຮຸ່ງ ກິ່ງແຂວງສິບສອງພັນນາ, ໂຮງຮຽນປະຖົມຈົງຮວາ ນະຄອນຄຸນໝິງ ແຂວງຢຸນນານ, ໂຮງຮຽນປະຖົມປັກກິ່ງປາອີ່ ຫຼື ໂຮງຮຽນແປດໜຶ່ງ ຢູ່ນະຄອນຫຼວງປັກກິ່ງ, ໂຮງຮຽນປະຖົມເຂດພັດທະນາເສດຖະກິດຊີອານ ແຂວງຊານຊີ ແລະໂຮງຮຽນປະຖົມສາທິດ ອູຢວນ ເມືອງເຊ້ຍເໝິນ ແຂວງຟູຈ້ຽນເພື່ອສ້າງຄວາມຮູ້ຈັກຮັກແພງ, ແລກປ່ຽນວັດທະນະທໍາ ແລະ ຄວາມສາມັກຄີກັນລະຫວ່າງນັກຮຽນສອງຊາດລາວ-ຈີນ.

May be an image of 6 people, street and text

ນອກຈາກນັ້ນ, ຍັງໄດຮ່ວມເຮັດກິດຈະກໍາ ແລະທັດສະນະສຶກສາຫຼາຍແຫ່ງ ເຊັ່ນ: ທັດສະນະສຶກສາຢູ່ທີ່ຟາມປູກຫຍ້າຫວານ-ລ້ຽງສັດ ສິບສອງພັນນາ, ສວນປາສະຫງວນສິບສອງພັນນາ, ພະລາດຊະວັງບູຮານກູກົ່ວ, ມະຫາວິທະຍາໄລຊິງຫົວ, ສະໜາມຫຼວງທຽນອານເໝິນ, ກໍາແພງເມືອງຈີນ, ຫໍພິພິທະພັນວິທະຍາສາດ, ຫໍພິພິທະພັນສຸສານທະຫານຈີນຊີຮ່ອງເຕ້, ປັ້ນຫຸ່ນທະຫານດ້ວຍດິນໜຽວ, ຢ້ຽມຊົມຫໍພິພິທະພັນຊີອານ, ເລາະຊົມກໍາແພງເມືອງຊີອານ, ຢ້ຽມຊົມສະຖາບັນຝຶກອົບຮົມຫຸ່ນກະບອກໄມ້, ຮັບຊົມການສະແດງລະຄອນຕຸກກະຕາ, ລະບາຍສີຕຸກກະຕາຫຸ່ນກະບອກໄມ້, ຢ້ຽມຊົມເກາະກູ່ລ່າງຫຍູ ແລະຫໍພິພິທະພັນສັດນໍ້າ ທີ່ເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ເບີກບານມ່ວນຊື່ນ.

May be an image of 3 people and people studying
ນອກນັ້ນ, ນັກຮຽນລາວຍັງໄດ້ຮ່ວມກິດຈະກໍາຈັບມືກັບນັກຮຽນປະຖົມສາທິດ ອູຢວນ ແລະເຮັດກິດຈະກໍາຮ່ວມກັນຫຼາຍຢ່າງເປັນຕົ້ນແມ່ນ: ກິດຈະກໍາແຕ້ມຮູບລະບາຍສີ, ຕັດເຈ້ຍເປັນຮູບພາບ, ປະກອບຍານອາວະກາດຈໍາລອງ ແລະກິດຈະກໍາລົດບັງຄັບ.
ໃນພີທີປິດງານ, ນາງ ນິບພາພອນ ໜໍ່ຈະເລີນ ຕາງໜ້ານັກຮຽນລາວຂຶ້ນອ່ານຈົດໝາຍເຖິງ ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ. ພ້ອມກັນນັ້ນ, ນັກຮຽນລາວຈໍານວນ 100 ຄົນ ທີ່ເຂົ້າຮ່ວມກິດຈະກຳຄັ້ງນີ້ ຍັງໄດ້ຮັບໃບຢັ້ງຢືນກຽດຕິຍົດນໍາອີກ.

May be an image of 3 people, people studying and childrens toy
ຂ່າວຈາກ: CRI