4 ສິນຄ້າຈະສົ່ງເສີມໃຫ້ເປັນຜະລິດຕະພັນໂອດັອບແຫ່ງຊາດ.

50

ເພື່ອເປັນການສົ່ງເສີມການ ຜະລິດຂອງປະຊາຊົນໃຫ້ກາຍ ເປັນສິນຄ້າທີ່ນຳໃຊ້ວັດຖຸດິບຈາກ ທ້ອງຖິ່ນ ແລະເປັນພູມປັນຍາຂອງຊາວບ້ານ ກໍ່ຄືຊຸມຊົນໃຫ້ກາຍເປັນຜະລິດຕະພັນປະຈຳທ້ອງຖິ່ນ ເພື່ອສະເໜີຂໍນຳໃຊ້ກາໜາຍໂອດັອບ ແຫ່ງຊາດ.

May be an image of 3 people

ມາໃນຕອນເຊົ້າວັນທີ 5 ມີຖຸນາ 2023, ທ່ານ ສົມໝາຍ ສົງວິໄລ ຮອງເຈົ້ານະຄອນ ໄກສອນ ພົມວິຫານ, ຜູ້ຊີ້ນຳວຽກງານຂົງເຂດ-ເສດຖະກິດ, ທັງເປັນປະທານກຳມະການຄັດເລືອກສິນຄ້າໂອດັອບ,ພ້ອມດ້ວຍ ທ່ານ ທິບຕະພອນ ໂກດວົງສີ ຫົວໜ້າຫ້ອງການອຸດສາຫະກຳ – ການຄ້າ ນະຄອນ ແລະພະ ນັກງານວິຊາ ການຈຳນວນໜຶ່ງໄດ້ ລົງຕິດຕາມຊຸກຍູ້ສົ່ງເສີມ ການຜະລິດ ນ້ຳດື່ມສະໜຸນໄພໃບໜາດຂອງທ່ານ ນາງ ສີ ພົມມະຈັນ ຢູ່ບ້ານໜອງຜື,ທີ່ສົ່ງອອກໄປຂາຍຕ່າງເມືອງ,ຕ່າງແຂວງ ສາມາດສ້າງລາຍຮັບໃຫ້ກັບຄອບຄົວ, ຕໍ່ມາໄດ້ໄປເບິ່ງສະຖານທີ່ຜະລິດວາຍໜາກໄມ້(ໜາກມອນ,ໜາກເໜົ້າ,ໜາກຂາມປ້ອມ)ຂອງທ່ານ ນາງ ມະລູນກອນ ຢູ່ບ້ານໄຊຍະມຸງຄຸນ ແລະໄປເບິ່ງສະຖານທີ່ຜະລິດເຂົ້າໂຂບ ຂອງທ່ານ ທົງລິດ ບ້ານ ດົງຄຳຫຼວງ ເວລາຕໍ່ມາ, ກໍ່ໄດ້ໄປເບີ່ງສະຖານທີ່ຟາມລ້ຽງໄກ່ລາດນາກາ ຂອງບໍລິສັດນາກ້າຟາມ ຈຳກັດ ຜູ້ດຽວ ບ້ານດົງຄຳຫຼວງ .

May be an image of 5 people

ໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜະລິດ ເປັນສິນຄ້າຢູ່ຟາມລ້ຽງໄກ່ລາດຄັ້ງນີ້, ທ່ານ ຮອງເຈົ້ານະຄອນ ພ້ອມຄະນະ ກໍ່ໄດ້ຮັບຟັງການລາຍງານສະພາບການດຳເນີນທຸລະກິດຂອງຟາມດັ່ງກ່າວ ເຊິ່ງແມ່ນໄດ້ເລີ່ມຕົ້ນລ້ຽງໄກ່ມາແຕ່ປີ2020 ປະຈຸບັນພາຍໃນຟາມມີໄກ່ໄຂ່ຈຳນວນ 10 ພັນໂຕ ສາມາດ ຜະລິດໄຂ່ໄດ້ 2.880.000 ໜ່ວຍ ຕໍ່ປີ ແລະ ຈຳນວນໄກ່ລາດຊີ້ນທັງໜົດ 20.000 ໂຕ ຜະລິດໄກ່ໄດ້ 64.020 ໂຕ/ປີ ຊື່ງໄດ້ມີການຈຳໜາຍພາຍໃນຕະຫຼາດນະຄອນ ໄກສອນ ພົມວິຫານ ,ເຊໂນ ເມືອງອຸທຸມພອນ,ແຂວງບໍລິຄຳໄຊ,ແຂວງຫຼວງພະບາງ ,ນະຄອນ ຫຼວງວຽງຈັນ ແລະ ໄດ້ທົດລອງສົ່ງອອກຂາຍປະເທດຫວຽດນາມຈຳນວນໜຶ່ງ ແລະ ໃຜຕ້ອງການກໍ່ສາມາດມາຊື້ຢູ່ຟາມບ້ານດົງຄຳຫຼວງໄດ້.

May be an image of crowd
ໂອກາດນີ້,ທ່ານ ສົມໝາຍ ສົງວິໄລ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍທັງ 4 ເຈົ້າຂອງກິດຈະການ ທີ່ມີແນວຄິດປະກອບສ່ວນໃນການສ້າງສາພັດທະນາ ກໍ່ຄືການລ້ຽງສັດ ເພື່ອຂາຍເປັນສິນຄ້າ ຮັບໃຊ້ພາຍໃນໃຫ້ກຸ້ມກິນ ພ້ອມທັງເນັ້ນໃຫ້ສືບຕໍ່ພັດທະນາການຜະລິດໃຫ້ມີຄວາມທັນສະໄໜ ສາມາດຕອບສະໜອງຊີ້ນ ສູ່ຕະຫຼາດໃຫ້ພຽງພໍ ພ້ອມທັງພັດທະນາຜະລິດຕະພັນໃຫ້ມີຄວາມຫຼາກຫຼາຍ ເພື່ອເພີ່ມຕົວເລືອກແກ່ລູກຄ້າໃຫ້ຫຼາຍຂື້ນ ແລະ ຄາດວ່າຈະສົ່ງເສີມໃຫ້ເປັນຜະລິດຕະພັນ ຂໍນຳໃຊ້ກາໜາຍໂອດັອບແຫ່ງຊາດ.

May be an image of 7 people, people studying and text
ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ.