ບໍ່ຄຳເຊໂປນ ມອບງົວແມ່ພັນ 45 ໂຕ ແລະແບ້ 40 ໂຕໃຫ້ປະຊາຊົນ 18 ຄອບຄົວຜູ້ດ້ອຍໂອກາດ ຂອງເມືອງວິລະບູລີ

49

ໃນຕອນເຊົ້າຂອງວັນທີ 6 ມິຖຸນາ 2023 ນີ້ ຢູ່ທີ່ຫ້ອງການບ້ານປຸ່ງປໍ ທີ່ຂຶ້ນກັບຈຸດສຸມກະແຕບ-ນາຜາດ່າງ ຂອງເມືອງວິລະບູລີ ແຂວງສະຫວັນນະເຂດ ບໍລິສັດລ້ານຊ້າງມີເນໂຣນສ໌ ລິມິເຕັດ ໄດ້ຈັດພິທີມອບ-ຮັບສັດລ້ຽງ ໃຫ້ກັບຄອບຄົວຜູ້ດ້ອຍໂອກາດ ໃນເຂດບ້ານອ້ອມຂ້າງບໍ່ຄໍາ-ທອງເຊໂປນຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວາລິຍະ ສີຈັນທອງທິບ ເລຂາພັກເມືອງ ເຈົ້າເມືອງວິລະບູລີ, ທ່ານສະໝານ ອາເນກາ ຜູ້ອໍານວຍການໃຫຍ່ ບໍລິສັດລ້ານຊ້າງມີເນໂຣນ ລິມິເຕັດ, ມີທ່ານ ບຸນເນືອງ ຈັນຫອມ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງວິລະບູລີ, ມີບັນດາທ່ານໃນຄະນະກໍາມະການຂັ້ນເມືອງ, ອໍານາດການປົກຄອງບ້ານ ແລະຕາງໜ້າຄອບຄົວຜູ້ດ້ອຍໂອກາດ ພາຍໃນບ້ານປຸ່ງປໍ ເຂົ້າຮ່ວມ.

May be an image of 14 people and text
ທ່ານ ນາມຊະນະ ໂພທິພັນ ຕາງໜ້າຄະນະຊີ້ນໍາກອງທຶນຂອງບໍລິສັດລ້ານຊ້າງ ໄດ້ໃຫ້ຮູ້ວ່າ : ກອງທຶນຊ່ວຍເຫຼືອແກ່ຜູ້ດ້ອຍໂອກາດ ແມ່ນເປັນອີກກອງທຶນໜຶ່ງ ຂອງບໍລິສັດລ້ານຊ້າງມີເນໂຣນສ໌ ລິມິເຕັດ ທີ່ໄດ້ໃຫ້ການຊ່ວຍເຫຼືອ ໃຫ້ກັບບັນດາຄອບຄົວທີ່ດ້ອຍໂອກາດ ທີ່ອາໄສຢູ່ໃນເຂດບ້ານ ອ້ອມຂ້າງບໍ່ຄໍາ-ທອງເຊໂປນ ເຊິ່ງຈຸດປະສົງຫຼັກກໍ່ແມ່ນເພື່ອເຮັດໃຫ້ຄອບຄົວເຫຼົ່ານັ້ນ ທີ່ມີຄວາມຫ້າວຫັນ, ມີແຮງງານທີ່ພຽງພໍເຂັ້ມແຂງ ແລະມີຈິດໃຈຢາກເຮັດແທ້ທໍາຈິງ ແຕ່ຂາດໂອກາດໃນການເຂົ້າເຖິງແຫຼ່ງທຶນ ໃຫ້ສາມາດມີອາຊີບທີ່ໝັ້ນຄົງໄດ້, ເຮັດໃຫ້ມີລາຍຮັບຈຸນເຈືອຄອບຄົວ ສາມາດເພິ່ງຕົນເອງກຸ້ມຕົນເອງໄດ້ ແລະກ້າວໄປສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.

May be an image of 10 people, people studying and text

ສໍາລັບໜ້າວຽກຂອງກອງທຶນດັ່ງກ່າວ ແມ່ນປະກອບມີຫຼາຍກິດຈະກໍາຄື : ການປູກຝັງ ແລະລ້ຽງສັດເຊັ່ນວ່າ : ການລ້ຽງໄກ່ພັນໄຂ່-ການລ້ຽງໄກ່ລາດ, ການລ້ຽງກົບ, ລ້ຽງປາ, ການລ້ຽງໝູ, ການປູກເຫັດ, ການລ້ຽງແບ້ ແລະ ການລ້ຽງງົວເປັນຕົ້ນ, ນອກຈາກນີ້ ກໍ່ຍັງມີການຈັດຫາແຫຼ່ງນໍ້າລິນ, ການສ້າງເໝືອງຝາຍນ້ອຍ, ຂຸດນໍ້າສ້າງເພື່ອບໍລິໂພກ ແລະ ອຸປະໂພກ ແລະກິດຈະກໍາອື່ນໆ ຄິດເປັນມູນຄ່າຫຼາຍຮ້ອຍລ້ານກີບ ແຕ່ຈະບໍ່ໄດ້ມອບເປັນເງິນສົດໃຫ້.

May be an image of 19 people and text

ສໍາລັບກິດຈະກໍາກອງທຶນໃນປີ 2023 ນີ້ ແມ່ນໄດ້ເລັ່ງໃສ່ການຜະລິດ, ການຮັກສາສຸຂະພາບຂອງສັດລ້ຽງໃຫ້ແຂງແຮງ ແລະການຂາຍ ເພື່ອສົ່ງທຶນຄືນເຂົ້າບັນຊີຂອງກອງທຶນ ຢ່າງໜ້ອຍ 50 % ຂອງຄອບຄົວທີ່ໄດ້ຮັບການສົ່ງເສີມ, ພ້ອມນີ້ກໍ່ໄດ້ມີກິຈະກໍາສົ່ງເສີມການລ້ຽງງົວ ແລະການລ້ຽງແບ້ ເຊິ່ງການລ້ຽງງົວແມ່ນໄດ້ສົ່ງເສີມໃຫ້ 15 ຄອບຄົວ ໄດ້ຄອບຄົວລະ 3 ໂຕ ໃນຈໍານວນ 4 ບ້ານຄື : ບ້ານນໍ້າຄຶນມີ 5 ຄອບຄົວ, ບ້ານຫ້ວຍຊ້ວານ ( ຄຸ້ມລາດແດງນ້ອຍ-ລາດແດງໃຫຍ່ ) ມີ 3 ຄອບຄົວ, ບ້ານນໍ້າແລບ 2 ຄອບຄົວ ແລະ ບ້ານປຸ່ງປໍ ມີ 5 ຄອບຄົວ ລວມມີແມ່ພັນງົວທັງໝົດ 45 ໂຕ ລວມເປັນມູນຄ່າ : 425 ລ້ານກວ່າກີບ.

May be an image of 1 person, animal and grass

ສ່ວນວ່າການລ້ຽງແບ້ ແມ່ນມີຈໍານວນ 3 ຄອບຄົວ ຄື : ບ້ານແກ້ງເກິກ 2 ຄອບຄົວ ແລະບ້ານນາກະຊີນ 1 ຄອບຄົວ ມີແບ້ທັງໝົດ 40 ໂຕ ລວມເປັນມູນຄ່າ 45 ລ້ານກວ່າກີບ. ແລະໃນໂອກາດນີ້ ທ່ານເຈົ້າເມືອງວິລະບູຸລີ ກໍ່ໄດ້ໃຫ້ກຽດໂອ້ລົມ ພ້ອມທັງຮຽກຮ້ອງມາຍັງບັນດາຄອບຄົວທີ່ໄດ້ຮັບການສົ່ງເສີມໃນຄັ້ງນີ້ ຈົ່ງໄດ້ເອົາໃຈໃສ່ໃນການເບິ່ງແຍງບົວລະບັດຮັກສາ ໃຫ້ມີການເຕີບໃຫຍ່ອອກແມ່ແຜ່ລູກ ໃນຕໍ່ໜ້າ ແລ້ວແບ່ງຂາຍເພື່ອກາຍເປັນລາຍຮັບເຂົ້າສູ່ຄອບຄົວ ເຮັດສາມາດເພິ່ງຕົນເອງກຸ້ມຕົນເອງໄດ້ໃນທີ່ສຸດ.