ວ້າວ! ຍິນດີກັບ ກິມວຸຍ Oishi Teen Idol ຄົນທໍາອິດຂອງປະເທດລາວ

145

ມາຊ້າແຕ່ກໍມາເດີ! ສະແດງຄວາມຍິນດີກັບ T – 06 ກິມວຸຍ Oishi Teen Idol ຄົນທໍາອິດຂອງປະເທດລາວ ແລະ ມື້ນີ້ ທີມຂ່າວບັນເທີງຈະພາທຸກຄົນມາທໍາຄວາມຮູ້ຈັກກັບສາວນ້ອຍຄົນເກັ່ງຄົນນີ້ໄປນໍາກັນ ເຊິ່ງເປັນສາວໄວໃສ ນໍ້າສຽງຊົງພະລັງມະຫາສະເໜ່ ກິມວຸຍ ມຸກດາລາ ສາວນ້ອຍໄວ 17 ປີ ທີ່ມີຄວາມສາມາດຢ່າງຫຼວງຫຼາຍ ແລະ ພຽງແຕ່ເຫັນຮອຍຍິ້ມແລ້ວໂລກສົດໃສອີ່ຫຼີ.

ສາວຄົນນີ້ແມ່ນມາຈາກແຂວງສະຫວັນນະເຂດ ຜູ້ທີ່ມີຮອຍຍິ້ມທີ່ສົດໃສ ທີ່ມາພ້ອມກັບຄວາມສາມາດໃນການເຕັ້ນ ແລະ ຮ້ອງເພງ ໂດຍ ມຸກດາລາ ໄຊຍະວົງ ຫຼື ຈະເອີ້ນວ່າ ກິມວຸຍ ເຫັນຊື່ແລ້ວຫຼາຍຄົນໄດ້ຍິນກໍຈະແປກໆບໍ່ຄຸ້ນຫູແບບນີ້ ເພາະເປັນຊື່ພາສາຫວຽດ ເພາະນ້ອງເປັນລູກເຄິ່ງລາວ – ຫວຽດນາມ ປັດຈຸບັນກຳລັງສຶກສາຢູ່ຊັ້ນ ມ 7 ໂຮງຮຽນມິດຕະພາບ ລາວ – ຫວຽດນາມ ແຂວງສະຫວັນນະເຂດ. ນ້ອງເປັນຄົນສົດໃສ, ລ່າເລີງ, ຍິ້ມງ່າຍ ເວົ້າໜ້ອຍ ແຕ່ຖ້າສະໜິດນ້ອງກໍຈະເປັນຄົນກວນໆ ເວົ້າຫຼາຍ ມັກຢອກ ມັກມອບພະລັງບວກ ແລະ ຮອຍຍິ້ມໃຫ້ກັບຄົນອ້ອມຂ້າງສະ ເໝີ.

ສາວໄວໃສຄົນນີ້ທີ່ໄດ້ຕັດສິນໃຈລົງປະກວດ ແມ່ນຢາກເຮັດຕາມຄວາມຝັນທີ່ຢາກເປັນໄອດໍມາດົນແລ້ວ ແນມຫາລາຍການແບບນີ້ໃນລາວ ແລະ ນີ້ແມ່ນລາຍການທຳອິດນ້ອງເລີຍຕັດສິນໃຈລົງ ເພາະເຫັນເປັນໂອກາດທີ່ຄືຈະບໍ່ມີແບບນີ້ມາງ່າຍໆ ສໍາລັບລາຍການນີ້ ສາມາດເຮັດໃຫ້ນ້ອງມີຄວາມໝັ້ນໃຈ ແລະ ກ້າສະແດງອອກຫຼາຍຂຶ້ນ ໄດ້ຮູ້ວ່າຕົວນ້ອງເອງມີຄວາມສາມາດ ແລະ ສັກກະຍະພາບຫຼາຍກວ່າທີ່ນ້ອງປະເມີນໄວ້ ຈົນສາມາດເຂົ້າມາຮອດຮອບ Final ໄດ້ ເພາະກ່ອນໜ້ານີ້ນ້ອງຍັງບໍ່ມີໂອກາດທີ່ຈະໄດ້ສະແດງຄວາມສາມາດ ຫຼື ລອງເຮັດເລີຍ.

ຍ້ອນຄວາມພະຍາຍາມທີ່ບໍ່ມີມື້ສິ້ນສຸດ ນ້ອງໄດ້ໝັ່ນຝຶກຊ້ອມຮ້ອງ ແລະ ຝຶກການສະແດງສີໜ້າ ເອົາຄຳຕິຊົມຈາກກຳມະການ ແລະ ເອື້ອຍອ້າຍມາພັດທະນາຈາກຮອບກ່ອນໆ ເພື່ອສະແດງອອກມາໃຫ້ດີທີ່ສຸດໃນຮອບ Final ຈົນເຮັດໃຫ້ນ້ອງປະສົບຜົນສໍາເລັດໄດ້.
ນອກຈາກການປະກວດ ສິ່ງທີ່ ກິມວຸຍ ມັກກໍຈະເປັນການເຕັ້ນ ແລະ ເຄີຍຢູ່ວົງເຕັ້ນ Cover Kpop ມາກ່ອນ ແລະ ມື້ວ່າງໆກໍມັກແຕ່ງຕົວອອກໄປຖ່າຍຮູບຕາມຮ້ານຄາເຟ່ຕ່າງໆ.

ຄວາມພະຍາຍາມຕັ້ງໃຈ ກໍບໍ່ເຄີຍທໍລະຍົດໃຜ ເຊິ່ງຜົນການແຂ່ງຂັນໃນຮອບ Final Performance ສຸດຍິ່ງໃຫຍ່ອະລັງການ ເຊິ່ງໄດ້ຈັດຂຶ້ນທີ່ “ ຫໍວັດທະນະທຳແຫ່ງຊາດ ໃນວັນທີ 28 ພຶດສະພາທີ່ຜ່ານມານີ້ ” ກໍຖືໄດ້ວ່ານ້ອງໆທັງ 10 ຄົນ ແມ່ນມີຄວາມສາມາດ ສຸດທ້າຍເປັນນ້ອງ ມຸກດາລາ ໄຊຍະວົງ ( ກິມວຸຍ ) ເອົາຊະນະໃຈກໍາມະການ ແລະ ຄົນເບິ່ງໄດ້ເປັນຜູ້ຊະນະໃນການປະກວດ Oishi Teen Idol 2023 ເປັນຄົນທໍາອິດຂອງປະເທດລາວ.
ສຸດທ້າຍນີ້ ກິມວຸຍ ຈະມີຜົນງານຫຍັງອອກມາເຮົາມາຖ້າຕິດຕາມໄປນໍາກັນ ແລະ ຂ່າວບັນເທີງພວກເຮົາກໍຂໍຝາກທຸກຄົນຊ່ວຍຕິດຕາມທຸກຜົນງານຂອງນ້ອງດ້ວຍ ຜ່ານທາງ Mukdala Xayyavong.