ຊາອຸດິດ ອາຣັບບີ – ໂອເປັກພລັສ ປະກາດປັບຫຼຸດການຜະລິດດຶງລາຄານ້ຳມັນເພີ່ມຂຶ້ນ

21

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລາຄານ້ຳມັນດິບໃນຕະຫຼາດໂລກເພີ່ມຂຶ້ນ, ຫຼັງຈາກທີ່ກຸ່ມຜູ້ຜະລິດ ແລະ ສົ່ງອອກນ້ຳມັນປະກາດປັບຫຼຸດກຳລັງການຜະລິດລົງຢ່າງຕໍ່ເນື່ອງ ເພື່ອດຶງລາຄານ້ຳມັນໃຫ້ຢູ່ໃນລະດັບສູງ ໂດຍການຊື້ – ຂາຍນ້ຳມັນລ່ວງໜ້າໃນຕະຫຼາດອາຊີ ເມື່ອວັນທີ 5 ມິຖຸນາ 2023 ລາຄານ້ຳມັນດິບເບຣນ ເພີ່ມຂຶ້ນເກືອບ 2% ມາຢູ່ທີ່ 78 ໂດລາຕໍ່ບາເຣວ.

ທັງນີ້ ຊາອຸດິດ ອາຣັບບີ ຜູ້ຜະລິດນ້ຳມັນລາຍໃຫຍ່ທີ່ສຸດຂອງໂລກ ປະກາດວ່າ: ຈະຫຼຸດກຳລັງການຜະລິດລົງ 1 ລ້ານບາເຣວຕໍ່ວັນ ໃນເດືອນກໍລະກົດຈະເຖິງນີ້, ຂະນະທີ່ກຸ່ມໂອເປັກພລັສ ( OPEC+ ) ເຊິ່ງເປັນຜູ້ຜະລິດນ້ຳມັນອອກສູ່ຕະຫຼາດໂລກກວມເອົາ 40% ຂອງປະລິມານນ້ຳມັນທັງໝົດໃນຕະຫຼາດໂລກກໍປະກາດວ່າ ຈະຫຼຸດກຳລັງການຜະລິດນ້ຳມັນລົງອີກ 1,4 ລ້ານບາເຣວຕໍ່ວັນ ໃນປີ 2024 ຈະເຖິງນີ້, ການປະກາດດັ່ງກ່າວມີຂຶ້ນໃນກອງປະຊຸມຂອງໂອເປັກພລັສ ເມື່ອວັນທີ 4 ມິຖຸນາຜ່ານມາ ເຊິ່ງໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ທິດທາງລາຄານ້ຳມັນໃນຕະຫຼາດໂລກ.