ຮູ້ຈັກ ນິວນີ້ ສຸດທິດາ ຈັນທະລັງສີ ຜູ້ງາມໂດດເດັ່ນ ສື່ສານໄດ້ 5 ພາສາ

3354

ມື້ນີ້ທີມຂ່າວບັນເທີງ ຈະມາແນະນໍາໃຫ້ຮູ້ຈັກສາວງາມ ຕົວແທນໃນການນໍາສະເໜີ ແຂວງຫຼວງນໍ້າທາ ນິວນີ້ ສຸດທິດາ ຈັນທະລັງສີ ຜູ້ຜ່ານເຂົ້າຮອບ 15 ຄົນ ໃນການປະກວດ Miss Universe Laos 2023 ຜູ້ມີຄວາມສາມາດພິເສດຢ່າງຫຼາກຫຼາຍ ບໍ່ວ່າຈະເປັນການເຕັ້ນ ແລະ ຮ້ອງເພງ ເຊິ່ງມັນເປັນດັ່ງພອນສະຫວັນແລະ ພອນສະແຫວງຂອງນ້ອງຄົນນີ້ ທີ່ສໍາຄັນສາວງາມຄົນນີ້ແມ່ນສາມາດເວົ້າໄດ້ເຖິງ 5 ພາສາເລີຍ ບໍ່ວ່າຈະເປັນ ລາວ, ໄທ ແມ່ນຄ່ອງ ສ່ວນອັງກິດ, ຈີນ ແລະ ເກົາຫຼີ ພໍສື່ສານໄດ້ ແຕ່ບໍ່ເກັ່ງຢູ່ໃນໄລຍະຝຶກຝົນ.

อาจเป็นรูปภาพของ 4 คน และ ข้อความ

ນິວນີ້ ໄດ້ນິຍາມຄວາມເປັນຕົວຕົນວ່າ ເອື້ອເຟື້ອເພື່ອແຜ່ ມັກບໍລິຈາກເຂົາໜົມໃຫ້ນ້ອງໆໃນເຂດຊົນນະບົດ ແລະ ມັກຊ່ວຍເຫຼືອຄົນທີ່ກຳລັງເດືອດຮ້ອນ ໂດຍມີເປົ້າໝາຍສູງສຸດໃນຊີວິດຄື ປະສົບຜົນສຳເລັດໃນໜ້າທີ່ທຸກໜ້າທີ່ ທີ່ຖືກມອບໝາຍ ແລະ ເຮັດຄວາມຝັນຕົວເອງໃຫ້ໄດ້ດັ່ງໃຈ ແລະ ມີໂຄງການທີ່ຢາກເຂົ້າຮ່ວມ ການພັດທະນາການສຶກສາໃຫ້ນ້ອງໆເຂດຊົນນະບົດ ທີ່ບໍ່ມີໂອກາດໄດ້ຮຽນຮູ້ໜັງສື.

อาจเป็นรูปภาพของ 1 คน

ສໍາລັບ ນິວນີ້ ສຸດທິດາ ຈັນທະລັງສີ ແມ່ນເປັນຄົນນະຄອນຫຼວງ ແຕ່ໄດ້ຮັບກຽດເປັນຕົວແທນນຳສະເໜີ   ແຂວງຫຼວງນໍ້າທາ ປັດຈຸບັນນ້ອງກຳລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ, ຄະນະວິສະວະກຳສາດ ແລະ ຮຽນພາສາຈີນຢູ່ສູນພາສາມູ່ຫຼານ, ກຳລັງມີແຜນໄປສຶກສາຕໍ່ທີ່ປະເທດຈີນ ໃນປີໜ້າທີ່ຈະມາເຖິງນີ້.

อาจเป็นรูปภาพของ 1 คน

ນ້ອງໃຫ້ສໍາພາດວ່າ: ຜົນງານໃນວົງການບັນເທີງຜ່ານມາ ນ້ອງເຄີຍເຂົ້າຮ່ວມປະກວດ ຜ່ານຮອບ 50 ຄົນ Miss Teen Laos2021 ແລະ top30 Miss Universe Laos 2021 ແລະ 2022 ສ່ວນປີ 2023 ນີ້ ເກີນຄວາມຄາດໝາຍຫຼາຍທີ່ໄດ້ເຂົ້າຮອບ 15 ຄົນ Miss Universe Laos2023 ນ້ອງຈະຕັ້ງໃຈສຸດ ຄວາມສາມາດ ເພື່ອນຳພາສາຍສະພາຍ   ແຂວງຫຼວງນ້ຳທາ ໄປຢືນຢູ່ຈຸດສູງສຸດຂອງເວທີຈັກກະວານລາວ.

อาจเป็นรูปภาพของ 1 คน

ສໍາລັບໜຸ່ມທີ່ຈອງຈະຈີບນ້ອງຢູ່ ນ້ອງບອກວ່າສະເປັກຂອງນ້ອງບໍ່ຕາຍຕົວ ແຕ່ການໃຊ້ຊີວິດ Life Style ຕ້ອງກົງກັນ ລຸຍໄປນຳກັນ ເປັນໄດ້ທັ້ງໝູ່ ແລະ ແຟນໃນເວລາດຽວກັນ.

ໃນເລື່ອງຂອງການປະກວດ ຖ້ານ້ອງໄດ້ເປັນ Miss Universe ນ້ອງຄິດວ່າສິ່ງທີ່ນ້ອງຈະເຮັດຫຍັງແດ່ເພື່ອສັງຄົມ ແນ່ນອນວ່ານ້ອງຈະເຮັດໜ້າທີ່ເກົ່າທີ່ຍິ່ງໃຫຍ່ກວ່າເດີມ ນັ້ນກໍຄືການຊ່ວຍເຫຼືອເດັກນ້ອຍທີ່ຢູ່ຫ່າງໄກຈາກເຂດຕົວເມືອງໃນເລື່ອງການສຶກສາ ຈະເຮັດທຸກວິທີທາງໃຫ້ການສຶກສາໄດ້ເຂົ້າໄປຢູ່ໃກ້ນ້ອງໆຫຼາຍຂຶ້ນ.

อาจเป็นรูปภาพของ 1 คน

ສຸດທ້າຍນີ້ ນິວນີ້ເອງ ຝາກເຖິງທຸກຄົນທີ່ເຊຍ ໂດຍ ນ້ອງເປັນນາງງາມຕົວນ້ອຍໜ້າໃໝ່ທີ່ມີຄວາມຫວັງ ແລະ ຄວາມຕັ້ງໃຈສູງ ນ້ອງຢາກຂໍໃຫ້ທຸກຄົນຮັກ ແລະ ເອັນດູນ້ອງ ຊ່ວຍເຊຍຊ່ວຍເປັນກຳລັງໃຈໃຫ້ນ້ອງຫຼາຍໆ ນ້ອງຈະຖືສາຍສະພາຍແຂວງຫຼວງນ້ຳທາ ຢ່າງພາກພູມໃຈ.

ຊ່ອງທາງການຕິດຕາມ Ahminnii Newny.