ກອຍກາໃຫ້ທຶນ 9 ລ້ານໂດລາສືບຕໍ່ໂຄງການພັດທະນາຊົນນະບົດຢູ່ 3 ແຂວງພາກໃຕ້

176

ອາທິດທີ່ຜ່ານມາ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (ກອຍກາ) ຫຼື Korea International Cooperation Agency (KOICA) ແລະ ສະຖາບັນພັດທະນາຊົນນະບົດ ສ.ເກົາຫຼີ ໄດ້ຈັດພິທີເປີດໂຄງການພັດທະນາຊົນນະບົດແບບປະສົມປະສານ ຢູ່ 3 ແຂວງພາກໃຕ້ ຂອງ ສປປ ລາວ ທີ່ໄດ້ຮັບການສະໜັບສະໜູນ ທຶນຈາກ ລັດຖະບານ ສ.ເກົາຫຼີ.

No description available.

ພິທີຈັດຂຶ້ນຢູ່ໂຮງແຮມປາກຊ່ອງແດນງາມ ເມືອງປາກຊ່ອງ ແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ນາງ ມີຢ່ອງຈິນ ຄິມ ຫົວໜ້າອົງການ KOICA ປະຈໍາ ສປປ ລາວ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງໆເຊກອງ, ພ້ອມກັນນັ້ນກໍມີການນໍາຈາກພາກສ່ວນກ່ຽວຂ້ອງຂອງສູນກາງ, ຂອງແຂວງ, ເມືອງ, ຊ່ຽວຊານປະຈໍາໂຄງການ ແລະ ການຈັດຕັ້ງບ້ານ, ຄະນະພັດທະນາບ້ານເປົ້າໝາຍຂອງໂຄງການ 20 ບ້ານໃນ 3 ແຂວງ ຈໍາປາສັກ, ສາລະວັນ ແລະ ເຊກອງ ເຂົ້າຮ່ວມ.

No description available.
ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສ.ເກົາຫຼີ ໄດ້ຮ່ວມກັນຈັດຕັັ້ງປະຕິບັດໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມ ຕາມຫຼັກການ ແຊມາອຸນດົງ ແຕ່ປີ 2013 – 2019 ຢູ່ແຂວງວຽງຈັນ ແລະ ແຂວງສະຫວັນນະເຂດ. ຈາກການຈັດຕັັ້ງປະຕິບັດໂຄງການ ເຫັນວ່າມີຜົນສໍາຢ່າງໜ້າເພິ່ງພໍໃຈ. ຍ້ອນແນວນັ້ນ, ເພືີ່ອເປັນການຜັນຂະຫຍາຍຜົນສໍາເລັດການຈັດຕັັ້ງປະຕິບັດໂຄງການ ແລະ ສືບຕໍ່ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ອົງການ KOICA ຈຶ່ງໄດ້ສືບຕໍ່ສະໜັບສະໜູນງົບປະມານ ຈໍານວນ 9 ລ້ານໂດລາສະຫະລັດ ເພື່ອຈັດຕັັ້ງປະຕິບັດໂຄງການຢູ່ ແຂວງຈໍາປາສັກ, ສາລະວັນ ແລະ ແຂວງເຊກອງ ກວມເອົາ 4 ເມືອງ, 20 ບ້ານ.

No description available.

ໂຄງການດັ່ງກ່າວ ມີໄລຍະການຈັດຕັັ້ງປະຕິບັດ 5 ປີ ເລີີ່ມແຕ່ເດືອນພະຈິກ ປີ 2021-ເດືອນຕຸລາ ປີ 2026. ຈຸດປະສົງ ກໍ່ເພືີ່ອສະໜັບສະໜູນການພັດທະນາຊົນນະບົດແບບມີສ່ວນຮ່ວມ ຕາມນະໂຍບາຍ 3 ສ້າງ ໂດຍນໍາໃຊ້ຮູບແບບເຊມາອູດົງ ຂອງ ສ.ເກົາຫຼີ, ເພືີ່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານ ແຕ່ສູນກາງ ຮອດທ້ອງຖິ່ນ ແລະ ການນໍາຊຸມຊົນ ໃນການສ້າງແຜນພັດທະນາຊຸມຊົນ, ການຜະລິດກະສິກໍາ, ການແປຮູບ, ການຕະຫຼາດ ແລະ ການສ້າງສະຫະກອນກະສິກໍາ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແນ່ໃສ່ສ້າງກິດຈະກໍາທີ່ສ້າງລາຍຮັບໃຫ້ຊາວກະສິກອນ ແລະ ປັບປຸງສະພາບແວດລ້ອມພາຍໃນບ້ານ.

ໃນພິທີຍັງມີການຕັດແຖບຜ້າເປີດໂຄງການ ພ້ອມທັງລັ່ນຄ້ອງ 9 ບາດ ເພື່ອເປັນນີມິດໝາຍອັນດີແລະ ເປັນສີລິມຸງຄຸນແກ່ການເປີດໂຄງການ. ນອກນີ້ ການນໍາ ແລະ ແຂກທີ່ເຂົ້າຮ່ວມພິທີ ຍັງໄດ້ເຄື່ອນໄຫວຢ້ຽມຢາມກິດຈະກໍາຂອງໂຄງການ ຢູ່ບ້ານຫຼັກ 35 ເມືອງປາກຊ່ອງ ພ້ອມທັງປ່ອຍປ້າຍ ດຳເນີນກິດຈະກໍາພັດທະນາຢູ່ພາຍໃນບ້ານຕື່ມອີກ.
ໂດຍ: ສູນຂ່າວຊາວພາກໃຕ້