ອິນໂດເນເຊຍ ຕັ້ງເປົ້າສ້າງລາຍຮັບຈາກການທ່ອງທ່ຽວ 10 ພັນລ້ານໂດລາ ໃນປີນີ້

34

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ອິນໂດເນເຊຍ ເພີ່ມເປົ້າໝາຍລາຍໄດ້ສະກຸນເງິນຕ່າງປະເທດຈາກອຸດສາຫະກຳການທ່ອງທ່ຽວເປັນ 10 ພັນລ້ານໂດລາ ໃນປີ 2023 ຈາກທີ່ເຄີຍຕັ້ງເປົ້າໄວ້ກ່ອນໜ້ານີ້ໄວ້ທີ່ 6 ພັນລ້ານໂດລາ.

ທ່ານ Sandiaga Salahuddin Uno ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ເສດຖະກິດສ້າງສັນ ຂອງອິນໂດເນເຊຍ ໄດ້ກ່າວໃນກອງປະຊຸມລະດັບຊາດ ກ່ຽວກັບວຽກງານອຸດສາຫະກຳການທ່ອງທ່ຽວຂອງອິນໂດເນເຊຍ ( GIPI ) ໃນວັນທີ 23 ພຶດສະພາຜ່ານມາວ່າ ເພື່ອໃຫ້ບັນລຸເປົ້າໝາຍລາຍໄດ້ 10.000 ລ້ານໂດລາ ຈາກການທ່ອງທ່ຽວ ເຊິ່ງເປັນໜຶ່ງໃນມາດຕະການທີ່ຕ້ອງດຳເນີນ ກໍຄືການເພີ່ມຈໍານວນຖ້ຽວບິນ ເພື່ອດຶງດູດນັກທ່ອງທ່ຽວຕ່າງຊາດເຂົ້າມາປະເທດ.

ກ່ອນໜ້ານີ້, ອິນໂດເນເຊຍ ຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວຕ່າງຊາດ 8,5 ລ້ານເທື່ອຄົນ ມາຍັງ ອິນໂດເນເຊຍ ໃນປີ 2023 ແຕ່ມີທ່າອ່ຽງທີ່ ອິນໂດເນເຊຍ ຈະບັນລຸເປົ້າໝາຍນີ້ ເນື່ອງຈາກສະຖິຕິໄຕມາດທໍາອິດຂອງປີນີ້ ໄດ້ມີນັກທ່ອງທ່ຽວຕ່າງຊາດເຂົ້າມາທີ່ດິນແດນໝື່ນເກາະແຫ່ງນີ້ແລ້ວ 2,25 ລ້ານເທື່ອຄົນ.

ທ່ານ Sandiaga Salahuddin Uno ຍັງໄດ້ກ່າວວ່າ: GIPI ຈະມີການຊຸກຍູ້ເພື່ອເປີດເສັ້ນທາງການບິນໂດຍກົງກັບບັນດາປະເທດ ເຊັ່ນ: ອິນເດຍ ແລະ ຈີນ ເປັນຕົ້ນ.

ທ່ານຍັງໄດ້ວາງເປົ້າໝາຍວ່າຈະສາມາດປະກອບສ່ວນໄດ້ 26,46 ຕື້ໂດລາ ເຂົ້າໃນພື້ນຖານເສດຖະກິດ ແລະ ສ້າງວຽກເຮັດງານທໍາໃຫ້ໄດ້ 45 ລ້ານຕໍາແໜ່ງງານໃນປີ 2023 ນີ້.