ອາເມຣິກາ – ອົດສະຕຣາລີ ບັນລຸຂໍ້ຕົກລົງຮ່ວມພັດທະນາອຸດສາຫະກໍາຜະລິດແຮ່

31

ສໍານັກຂ່າວຣອຍເຕີ ລາຍງານເມື່ອວັນທີ 22 ພຶດສະພາຜ່ານມາວ່າ ອົດສະຕຣາລີ ໄດ້ຮັບການສະໜັບສະໜູນຈາກ ສະຫະລັດອາເມຣິກາ ໃນການພັດທະນາອຸດສາຫະກຳແຮ່ທີ່ສຳຄັນ ຫຼັງຈາກທີ່ທັງສອງປະເທດບັນລຸຂໍ້ຕົກລົງການຮ່ວມມືດ້ານນະໂຍບາຍ ແລະ ການລົງທຶນເພື່ອສະໜັບສະໜູນການເຕີບໂຕຂອງອຸດສາຫະກຳດັ່ງກ່າວ.

ອົດສະຕຣາລີ ເປັນຜູ້ຈັດຫາແຮ່ທາດ ລີທຽມ ( Lithium ) ເຊິ່ງເປັນແຮ່ໃນກຸ່ມໂລຫະອ່ອນ ປະມານເຄິ່ງໜຶ່ງຂອງໂລກ ລວມເຖິງແຮ່ອື່ນໆ ເຊັ່ນ: ແຮ່ຫາຍາກທີ່ໃຊ້ໃນແບັດເຕີຣີ ສໍາລັບລົດໄຟຟ້າ; ອົດສະຕຣາລີ ຍັງເປັນຜູ້ຜະລິດ ໄຮໂດເຈນ ລາຍໃຫຍ່ອັນດັບຕົ້ນໆຂອງໂລກ.

ທ່ານ ແອນໂທນີ ອັນບາເນຊີ ນາຍົກລັດຖະມົນຕີ ອົດສະຕຣາລີ ກ່າວໃນງານຖະແຫຼງຂ່າວ ໃນທີ່ປະຊຸມສຸດຍອດຜູ້ນໍາກຸ່ມປະເທດ ຄວອດ ( Quad ) ທີ່ເມືອງຮິໂຣຊິມາ ປະເທດຍີ່ປຸ່ນ ວ່າ: ຂໍ້ຕົກລົງດັ່ງກ່າວເປັນການປູທາງໃຫ້ກັບບັນດາຜູ້ຈັດຫາແຮ່ ແລະ ພະລັງງານໝູນວຽນຂອງອົດສະຕຣາລີ ໃຫ້ໄດ້ຮັບການປະຕິບັດຄືເປັນຜູ້ຈັດຫາໃນປະເທດອາເມຣິກາ ພາຍໃຕ້ກົດໝາຍວ່າດ້ວຍການຜະລິດ ເພື່ອປ້ອງກັນປະເທດຂອງອາເມຣິກາ ( Defense Production Act ) ໝາຍຄວາມວ່າຜູ້ຈັດຫາຂອງອົດສະຕຣາລີ ຈະສາມາດເຂົ້າເຖິງເງິນອຸດໜູນດ້ານພະລັງງານຕາມທີ່ລະບຸໄວ້ໃນກົດໝາຍ ວ່າດ້ວຍການປັບຫຼຸດເງິນເຟີ້ຂອງອາເມຣິກາ ( Inflation Reduction Act: IRA ) ເຊິ່ງເປັນກົດໝາຍທີ່ຊ່ວຍສະໜັບສະໜູນຕ່ອງໂສ້ການສະໜອງພະລັງງານໝູນວຽນທົ່ວໂລກ ນັບຕັ້ງແຕ່ກົດໝາຍຖືກນໍາໃຊ້ເມື່ອເດືອນ 8/2022 ເຊິ່ງນີ້ຄືການສ້າງໂອກາດອັນຍິ່ງໃຫຍ່ໃຫ້ກັບອົດສະຕຣາລີ.