ປ່ອຍພາບອັນແສນອົບອຸ່ນມາໃຫ້ໄດ້ຊື່ນໃຈອີກແລ້ວ! ສາວ ຕົ້ນຄໍາ ພົນຈັນເຮືອງ Miss Universe Laos 2021

98

ຕົ້ນແບບດີໆຂອງຄູ່ຮັກ ແລະ ຄູ່ຊີວິດ ແຖມຍັງເປັນແບບຢ່າງໃຫ້ກັບແມ່ຍິງລາວອີກດ້ວຍ ສໍາລັບສາວຄົນນີ້ ເນື່ອງໃນວັນປີໃໝ່ລາວທີ່ຜ່ານມາ ຫຼາຍໆຄົນອາດຈະກັບໄປຫາຄອບຄົວ, ຍາດພີ່ນ້ອງ ແລະ ຄົນຮັກ ເພື່ອໄປສັງສັນສະເຫຼີມສະຫຼອງ ແລະ ເຮັດຕາມຮີດຄອງປະເພນີເພື່ອສົມບັດສົມມາຜູ້ເປັນພໍ່ແມ່ ແລະ ຜູ້ໃຫຍ່ ຫຼື ຄູ່ທີ່ເປັນສາມີພັນລະຍາກັນ.

ເຊັ່ນດຽວກັບສາວງາມຈັກກະວານລາວຄົນນີ້ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ Miss Universe Laos 2021 ເຊິ່ງໃນໂອກາດດັ່ງກ່າວນີ້ ກໍໄດ້ທໍາການສົມມາຜູ້ເປັນສາມີຂອງຕົນເອງ ແລະ ໄດ້ປ່ອຍພາບອັນແສນອົບອຸ່ນນີ້ໃຫ້ແຟນໆໄດ້ປື້ມໃຈໄປນໍາດ້ວຍ.
ສາວເຈນນີ້ ໄດ້ໂພສພາບ ພ້ອມກັບແຄັບຊັນວ່າ: “ ກິນລ້ຽງປີໃໝ່ບໍລິສັດປີນີ້ ຂໍຖືໂອກາດສົມມາສາມີທີ່ຮັກ ເປັນຄັ້ງທຳອິດ ແລະ ເປັນປີທຳອິດທີ່ຕັດສິນໃຈ ຮ່ວມຊີວິດຢູ່ນຳກັນ ຖ້າເມຍຄົນນີ້ ເຮັດຜິດພາດ ທັງຄຳເວົ້າ ແລະ ການກະທຳ ທີ່ເຮັດໃຫ້ເສຍນໍ້າຕາ ແລະ ຄວາມຮູ້ສຶກ. ຕັ້ງແຕ່ເປັນແຟນ ຈົນຮອດມາເປັນເມຍ ຂໍໃຫ້ປະອະໂຫສິກຳໃຫ້ເດີ ຕໍ່ໄປຂໍໃຫ້ມີແຕ່ຄວາມສຸກ ຄວາມຈະເລີນຮຸ່ງເຮືອງ ມີຊື່ສຽງເງິນຄຳ ເປັນທີ່ຮັກຂອງລູກຄ້າ ຂອງທຸກຄົນ ຂອງລູກນ້ອງ ເຮົາສອງຄົນພ້ອມຈະຄຽງຂ້າງຊັບພອດກັນຕະຫຼອດໄປ ຮັກປະນະ ”.

ການປ່ອຍພາບໃນເວລາອັນແສນພິເສດນີ້ກໍໄດ້ເຮັດໃຫ້ແຟນໆຫຼາຍຄົນ ລວມໄປເຖິງຜູ້ທີ່ຮັກແພງທັງໃນ ແລະ ນອກວົງການບັນເທີງ ຕ່າງກໍເຂົ້າມາສະແດງຄວາມຊື່ນຊົມຕໍ່ຄວາມໜ້າຮັກໜ້າແພງຂອງຄູ່ນີ້ເປັນຈໍານວນຫຼາຍກັນເລີຍ.
ສໍາລັບຄູ່ຮັກເຂົ້າໃໝ່ປາມັນ ເຈນນີ້ ແລະ ອ້າຍບຸນຍາສິດ ແມ່ນໄດ້ເຂົ້າສູ່ປະຕູວິວາກັນ ໃນວັນທີ 25 ກຸມພາຜ່ານມານີ້ເອງ ແລະ ປັດຈຸບັນກໍກໍາລັງໄດ້ມີພະຍານຮັກທີ່ຍັງຢູ່ໃນທ້ອງ ອັນເປັນທີ່ຮັກຂອງທັງສອງເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຖືວ່າເປັນຂ່າວດີສຸດໆຂອງຄູ່ຮັກຄູ່ນີ້ ແລະ ຕໍ່ມາທັງສອງກໍໄດ້ປ່ອຍພາບຄູ່ໜ້າຮັກໆໃຫ້ແຟນໆໄດ້ຕິດຕາມເປັນປະຈໍາ.

ນອກຈາກຄວາມຫວານ ສໍາລັບ ຕົ້ນຄໍາ ແມ່ນເປັນແມ່ຍິງທີ່ບໍ່ທໍາມະດາເລີຍ ພຽບພ້ອມທັງ ຄວາມງາມ, ຄວາມຮູ້ ແລະ ຄວາມສາມາດ ເພາະໄດ້ຄວ້າຕໍາແໜ່ງອັນຊົງຄຸນຄ່າມາແລ້ວ ເຖິງສອງເວທີດ້ວຍກັນຄື ເວທີ Miss Universe Laos 2021 ແລະ ເວທີ Miss World Laos 2017 ແລະ ຍັງເປັນ CEO ຂອງສັງກັດ Tonkham modelling ໃນການຝຶກຝົນ ແລະ ນໍາພານ້ອງໆໄດ້ກ້າວເຂົ້າມາໃນວົງການບັນເທີງ ແລະ ກໍມີຜົນງານອອກມາໃຫ້ໄດ້ຊົມກັນແລ້ວຢ່າງຫຼາກຫຼາຍ.

ຫຼາຍໆຄົນທີ່ໄດ້ຕິດຕາມສາວຄົນນີ້ມາ ກໍຈະຮູ້ດີວ່າຊີວິດແມ່ນບໍ່ໄດ້ໂຮຍດ້ວຍກີບກຸຫຼາບ ແຕ່ເປັນຍິງຄົນໜຶ່ງທີ່ມີຄວາມມຸ່ງໝັ້ນຕັ້ງໃຈ ເມື່ອລົງມືເຮັດສິ່ງໃດກໍຈະເຕັມທີ່ສະເໝີ ສຸດທ້າຍກໍຂໍຝາກທຸກຄົນເປັນກໍາລັງໃຈ ແລະ ສະໜັບສະໜູນທຸກໆຜົນງານຂອງສາວຄົນນີ້ດ້ວຍ ຜ່ານຊ່ອງທາງ FB: Tonkham Phonchan heuang.