ຜູ້ຈັດການ ສະຖານີຂົນສົ່ງໂດຍສານສາຍໃຕ້ ຊີ້ ຄວາມພ້ອມລົດເສີມ ໃຫ້ພຽງພໍກັບຜູ້ໂດຍສານ ທີ່ເພີ່ມຂຶ້ນຊ່ວງບຸນປີໃໝ່ ສ່ວນລາຄາຍັງເກັບຕາມແຈ້ງການກະຊວງ ຍທຂ

249

ການຂົນສົ່ງຜູ້ໂດຍສານ ປະຈຳສາຍທາງ ວຽງຈັນ ຫາ ບັນດາແຂວງພາກໃຕ້ ໃນຊ່ວງໄລຍະບຸນປີໃໝ່ລາວແມ່ນເພີ່ມຂຶ້ນຫຼາຍ ດ້ານຜູ້ຈັດການທົ່ວໄປ ສະຖານີຊົນສົ່ງໂດຍສານທາງໄກ ສາຍໃຕ້-ສາຍຕ່າງປະເທດ ຊີ້ ຜູ້ໂດຍສານແມ່ນມີຫຼາຍນັບແຕ່ວັນທີ 7 ເມສາເປັນຕົ້ນມາ ແຕ່ຖ້າທຽບໃສ່ຊ່ວງບຸນປີໃໝ່ລາວ ຂອງຫຼາຍປີຜ່ານມາກ່ອນມີການລະບາດຂອງພະຍາດໂຄວິດ-19 ແມ່ນຖືວ່າຫຼຸດລົງຫຼາຍ ເພາະຊ່ວງບຸນປີໃໝ່ແຕ່ລະປີແມ່ນໄດ້ເສີມລົດ 20 ກວ່າຖ້ຽວຕໍ່ມື້ ແຕ່ 2023 ນີ້ນັບແຕ່ວັນທີ 7-11 ເມສາ ເຮົາໄດ້ເສີມລົດພຽງແຕ່ 6-7 ຄັນເທົ່ານັ້ນ.

ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປ ສະຖານີຊົນສົ່ງໂດຍສານທາງໄກ ສາຍໃຕ້-ສາຍຕ່າງປະເທດ ໃຫ້ສຳພາດຄັ້ງວັນທີ
11 ເມສາ 2023 ວ່າ:  ປົກກະຕິແລ້ວທີ່ບໍ່ແມ່ນຊ່ວງບຸນປີໃໝ່ລາວ ສະຖານີຊົນສົ່ງໂດຍສານທາງໄກ ສາຍໃຕ້-ສາຍຕ່າງປະເທດ ເຮົາແມ່ນມີລົດອອກ 64 ຖ້ຽວຕໍ່ມື້ ແຕ່ກໍມີບາງຄັນເຕັມບາງຄັນບໍ່ເຕັມ. ແຕ່ພໍມາຮອດວັນທີ 7 ເມສາ ນີ້ການຂົນສົ່ງມີບັນຍາກາດຄຶກຄື້ນຂຶ້ນ ເນື່ອງຈາກຜູ້ໂດຍສານເລີ່ມທະຍອຍກັນກັບບ້ານຕ່າງແຂວງ ຈຶ່ງເຮັດໃຫ້ລົດເມເຕັມທຸກຄັນ ແລະ ເຮົາໄດ້ເສີມເພີ່ມຕື່ມມື້ລະ 6-7 ຖ້ຽວ ແຕ່ຖ້ານັບແຕ່ວັນທີ 12 ເປັນຕົ້ນໄປ ຫາກຜູ້ໂດຍສານເພີ່ມຂຶ້ນຫຼາຍເຮົາກໍກຽມພ້ອມລົດເສີມເພື່ອເພີ່ມຖ້ຽວມື້ລະ 15 ຖ້ຽວ ເພື່ອຮອງຮັບແກ່ຜູ້ໂດຍສານບໍ່ໃຫ້ມີການຕົກຄ້າງ.

ທ່ານກ່າວຕື່ມວ່າ: ເພື່ອຮັບປະກັນຄວາມປອດໄພການຂົນສົ່ງຜູ້້ໂດຍສານ ກໍມີເຈົ້າໜ້າທີ່ມີບັນຍາຍໃຫ້ກັບບັນດາໂຊເຟີ້ລົດ ແລະ ແອັດລົດ, ພ້ອມນີ້ລົດເມແຕ່ລະຄັນທີ່ຈະອອກຖ້ຽວ ພວກເຮົາຈະມີພະນັກງານ ກັບ ເຈົ້າໜ້າທີ່ ຍທຂ ໄປກວດເຊັກສະພາບລົດ ແລະ ໄດ້ມີການເຊັນອອກຄັກແນ່ ແລະ ພວກເຮົາກໍໄດ້ມີການເອີ້ນລວມກັບພະນັກງານ ແລະ ໂຊເຟີ້ໃຫ້ລະມັດລະວັງການຂັບຂີ່. ສ່ວນເລື່ອງຄ່າໂດຍສານແມ່ນພວກເຮົາຍັງປະຕິບັດຕາມຄຳສັ່ງ ຫຼື ແຈ້ງການຈາກທາງກະຊວງໂຍທາທິການ ແລະ ຂົນສົ່ງ.

ທ່ານໃຫ້ຮູ້ຕື່ມວ່າ: ເຖິງວ່າຊ່ວງບຸນປີໃໝ່ລາວນີ້ ຜູ້ໂດຍສານຈະເພີ່ມຂຶ້ນຈາກວັນປົກກະຕິ ແຕ່ຖ້າທຽບໃສ່ຊ່ວງບຸນປີໃໝ່ລາວກ່ອນມີການລະບາດຂອງເຊື້ອພະຍາດໂຄວິດ-19 ແມ່ນຖືວ່າຜູ້ໂດຍສານຫຼຸດລົງຫຼາຍ ເຊິ່ງສາເຫດອາດຈະຍ້ອນປີນີ້ມີວັນພັກຍາວ ຫຼາຍຄົນກໍ່ທະຍອຍກັບບໍ່ກົງກັນ ເຮັດໃຫ້ສະພາບຜູ້ໂດຍສານບໍ່ມາອັ່ງອໍຢູ່ສະຖານີຫຼາຍຄືກັບຫຼາຍປີຜ່ານມາ ສົມທົບກັບ ຄ່າຄອງຊີບ, ຄ່າລົດ-ຄ່ານໍ້າມັນເພີ່ມຂຶ້ນແນ່ ຈຶ່ງເຮັດໃຫ້ຄົນບໍ່ຄ່ອຍກັບບ້ານຫຼາຍ (ເພາະກັບບ້ານປີນີ້ອາດຈະມີຄ່າໃຊ້ຈ່າຍຫຼາຍກວ່າປີຜ່ານໆມາ ເນື່ອຈາກຄ່າຄອງຊີບທຸກຢ່າງເພີ່ມຂຶ້ນໝົດ).

ໃນໂອກາດນີ້ຂໍຝາກເຖິງພໍ່ແມ່ປະຊາຊົນວ່າຊ່ວງບຸນປີໃໝ່ລາວນີ້ ລົດເຮົາຈະປ່ອຍອອກທຸກ 10 ນາທີ ແລະ ປີ້ລົດຈະເຕັມໄວ ດັ່ງນັ້ນທ່ານຕ້ອງມາຈອງປີ້ລ່ວງໜ້າ ແລະ ຂໍໃຫ້ຂຶ້ນລົດເມໃຫ້ກົງກັບ ລົດຄັນທີ່ທ່ານຈອງຊີ້ປີ້ດ້ວຍ ເພາະຖ້າທ່ານຂຶ້ນບໍ່ກົງກັບລົດທີ່ທ່ານຈອງຖືວ່າທ່ານສະຫຼະສິດ ແລະ ຕ້ອງຊື້ປີ້ອີກ. ສ່ວນຜູ້ໂດຍສານທີ່ລັດຢູ່ຕາມທາງນັ້ນຊ່ວງນີ້ອາດຈະຫຍຸ້ງຍາກແນ່ຍ້ອນລົດເຕັມທຸກຄັນ ຂໍໃຫ້ທ່ານເບິ່ງກ່ອນວ່າລົດນັ້ນບໍ່ແອອັດເກີນໄປຈຶ່ງຂຶ້ນ ຖ້າແອອັດເຮັ່ງກໍຂໍໃຫ້ລໍຖ້າຂຶ້ນຄັນຕໍ່ໄປ ເພາະຊ່ວງນີ້ລົດເມຈະເຕັມແຕ່ຕອນອອກຈາກຄິວທຸກຄັນ.

ທ່ານນາງ ລໍ້າ ໄຊຍະລາດ ຢູ່ບ້ານນາບົງ ເມືອງຊົນນະບູລີ ແຂວງະສຫວັນນະເຂດ ກ່າວວ່າ: ຂ້າພະເຈົ້າມາເຮັດວຽກຢູ່ນະຄອນຫຼວງວຽງຈັນ ໄດ້ 8 ເດືອນແລ້ວ ດັ່ງນັ້ນຊ່ວງບຸນປີໃໝ່ລາວ ພັກວຽກຫຼາຍມື້ແນ່ກໍເລີຍຈະເກັບບ້ານ ປີໃໝ່ຟ້າໃໝ່ກໍຢາກກັບເມືອຫຼີ້ນນໍາຄອບຄົວພໍ່ແມ່ພີ່ນ້ອງ. ເຊິ່ງກໍມາຈອງລົດເມມາຕອນເຊົ້ານີ້ໄດ້ລົດອອກຖ້ຽວຕອນ 8 ໂມງແລງ ເນື່ອງຈາກລົດທຸກຄັນເຕັມໝົດ. ແນວໃດກໍດີໃນຊ່ວງບຸນປີໃໝ່ລາວນີ້ໃຜທີ່ເດີນທາງກັບຕ່າງແຂວງ ຫຼື ໄປຫຼີ້ນທາງໃດກໍຂໍໃຫ້ເດີນທາງປອດໄປ ແລະ ຫຼີ້ນສົງການຢ່າງມີສະຕິ.

ທ້າວ ວີໂກ້ ປະກອນຄຳ ແອັດລົດ ສາຍທາງສະຫວັນນະເຂດ ແລະ ປາກເຊ ໃຫ້ຮູ້ວ່າ: ເຮັດວຽກເເປັນແອັດລົດມາໄດ້ 10 ປີແລ້ວ ແຕ່ລະປີຊ່ວງໃໝ່ລາວ ຜູ້ໂດຍສານກໍຈະຫຼາຍຂຶ້ນການຂົນສົ່ງມີບັນຍາກາດຄຶກຄັກ. ປີ 2023 ນີ້ ນັບແຕ່ວັນທີ 8-9 ເມສາ ມາ ຜູ້ໂດຍສານເຕັມທຸກມື້ ຖ້າທຽບໃສ່ວັນປົກກະຕິແມ່ນຈະມີບາງມື້ເຕັມ ແລະ ມື້ບໍ່ເຕັມ.