ຫວຽດນາມ – ຢູເອອີ ເຈລະຈາສັນຍາຄູ່ຮ່ວມມືເສດຖະກິດ

34

ວິທະຍຸຫວຽດນາມ ລາຍງານວ່າ: ທ່ານ ຫງວຽນ ຮົ່ງ ຢຽນ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ພົບປະກັບ ທ່ານ ທານິ ບິນ ອາເມັດ ອໍລ ເຊຢູດິ ( Thani bin Ahmed Al Zeyoudi ) ລັດຖະມົນຕີ ຮັບຜິດຊອບການຄ້າສາກົນ ກະຊວງການຕ່າງປະເທດຂອງສະຫະລັດອາຣັບ ເອເມເຣັດ ( ຢູເອອີ ) ໃນວັນທີ 6 ເມສານີ້ ຢູ່ນະຄອນຫຼວງ ອາບູດາບີ.

ທ່ານ ຫງວຽນ ຮົ່ງຢຽນ ໄດ້ສະເໜີໃຫ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຄະນະນັກທຸລະກິດ ເພື່ອຊອກຮູ້ກາລະໂອກາດການຮ່ວມມື, ພິເສດ ແມ່ນການຮ່ວມມືໃນຂົງເຂດການຄ້າ ແລະ ການລົງທຶນ. ພ້ອມທັງກຳນົດທິດທາງປຶກສາຫາລືສັນຍາການຄ້າເສລີ 2 ຝ່າຍ ໂດຍສະເພາະສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ຢູເອອີ.

ທັງສອງຝ່າຍ ຄາດຫວັງວ່າ: ການຮ່ວມມືດັ່ງກ່າວຈະສ້າງທ່າເຕີບໂຕດ້ານການຄ້າ ແລະ ການລົງທຶນໃນໄລຍະໃໝ່.

ທ່ານ Thani bin Ahmed Al Zeyoudi ກ່າວເນັ້ນວ່າ: ຈະເພີ່ມທະວີການຮ່ວມມືດ້ານເສດຖະກິດກັບ ຫວຽດນາມ ແລະ ຍາມໃດກໍຖືວ່າ ຫວຽດນາມ ເປັນຄູ່ຮ່ວມມືດ້ານເສດຖະກິດທີ່ສຳຄັນ ເນື່ອງຈາກວ່າຫວຽດນາມ ມີທ່າແຮງບົ່ມຊ້ອນຫຼາຍຢ່າງ.