ສຳເລັດໄປດ້ວຍດີ ສູດປະຣິຕະມຸງຄຸນຂົວປາກເຊ-ໂພນທອງ ປັດເປົ່າສິ່ງບໍດີ

261

ພາຍຫຼັງເກີດເຫດການຄົນຄິດສັ້ນໂດດຂົວນ້ຳຂອງ ປາກເຊ-ໂພນທອງຢ່າງຕໍ່ເນື່ອງມາ ເຮັດໃຫ້ອົງການພຸດທະສາສະໜາສຳພັນລາວພາກໃຕ້ຕ້ອງຮີບຮ້ອນ ຈັດພິທີສູດປະຣິຕະມຸງຄຸນຢູ່ຈຸດຂົວດັ່ງກ່າວ ເພື່ອປັດເປົ່າສິ່ງບໍດີອອກ ຕໍ່ໄປໃຫ້ມີແຕ່ແນວດີໆສົມກັບຄວາມມຸ້ງມາດປາດຖະໜາຂອງພໍ່ແມ່ປະຊາຊົນສອງຟາກຝັ່ງທີ່ຢາກມີຂົວເປັນຈຸດເຊື່ອມຕໍ່ໄປມາຄ້າຂາຍທີ່ສະດວກຂຶ້ນ.

May be an image of 4 people and people standing

ດັ່ງນັ້ນ, ເພື່ອຄວາມສະບາຍໃຈຂອງທຸກຄົນ ໃນຕອນບ່າຍຂອງວັນທີ 30 ມີນາ 2023 ທີ່ຜ່ານມາໄດ້ມີພິທີ ສູດປະຣິຕະມຸງຄຸນ ກຳຈັດປັດເປົ່າ ຖອດຖອນ ສິ່ງບໍ່ດີອອກຈາກຂົວຂ້າມນ້ຳຂອງ ປາກເຊ-ໂພນທອງ ແລະ ທຳບຸນເພື່ອເປັນສິລິມຸງຄຸນ ຢູ່ເຢັນເປັນສຸກໃຫ້ແກ່ປະຊາຊົນຊາວນະຄອນປາກເຊ ແຂວງຈຳປາສັກ. ໂດຍອີງຕາມ ກອງປະຊຸມຂອງຄະນະບໍລິຫານງານອົງການພຸດທະສາສະໜາສຳພັນລາວ ແຂວງຈຳປາສັກ ທີ່ໄດ້ອອກໜັງສືນິມົນບັນດາພະອາຈານ ໃນວັນທີ 29 ມີນາ ທີ່ຜ່ານມາ ເພື່ອໃຫ້ເຂົ້າຮ່ວມພິທີສູດ ແລະ ທຳບຸນດັ່ງກ່າວ.

May be an image of bridge, sky, twilight, body of water, road and nature
ເຊິ່ງພິທີ່ດັ່ງກ່າວແມ່ນໄດ້ຮັບການເຂົ້າຮ່ວມໂດຍ ປະທານຝ່ານສົງ ມີພຣະອາຈານ ມະຫາ ສຸວັນ ຈັນທະຣາຊ ຜູ້ຊ່ວຍວຽກສູນກາງອົງການພະພຸດທະສາສະໜາສຳພັນລາວ ຊີ້ນຳ 4 ແຂວງພາກໃຕ້, ທັງເປັນປະທານອົງການພະພຸດທະສາສະໜາສຳພັນລາວ ແຂວງຈຳປາສັກ ພ້ອມດ້ວຍຄະນະ ແລະ ພຣະອາຈານໃຫຍ່ຈຳນວນ 18 ອົງ, ພ້ອມກັນນັ້ນພາຍນອກກໍມີບັນດາຄະນະນຳນະຄອນປາກເຊ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

May be an image of 5 people, people sitting, motorcycle and road
ພິທີສູດປະຣິຕະມຸງຄຸນ ແລະ ທຳບຸນໃນຄັ້ງນີ້ ແມ່ນເປັນຜົນມາຈາກຊ່ວງໄລຍະທີ່ຜ່ານມາແມ່ນຄົນມາໂດດນ້ຳເພື່ອຈົບຊີວິດຕົນເອງ ເຊິ່ງໄດ້ສ້າງຄວາມເສົ້າສະຫຼົດໃຈແກ່ພໍ່ແມ່ປະຊາຊົນທີ່ເດີນທາງຂ້າມຂົວໄປມາ ດັ່ງນັ້ນ, ເພື່ອເປັນການກຳຈັດປັດເປົ່າ ຖອດຖອນສິ່ງບໍ່ດີ ແລະ ເພື່ອຄວາມສະບາຍໃຈຂອງພໍ່ແມ່ປະຊາຊົນ ຈຶ່ງໄດ້ຈັດພິທີນີ້ຂຶ້ນມາ.

May be an image of 11 people and people standing