4 ມາດຕະການປ້ອງກັນ ຝຸ່ນ PM 2.5 ເພື່ອຕົວທ່ານເອງ ແລະສັງຄົມ

181

ໄລຍະນີ້ຈາກສະພາບອາກາດທີ່ຮ້ອນອົບເອົາແລ້ວ ຍັງມີບັນຫາໝອກຄວັັນ ຫຼື ຝຸ່ນ PM2.5 ປົກຄຸມຢູ່ເກືອບທົ່ວທຸກພາກຂອງປະເທດລາວເຮົາ ເຊິ່ງສົງຜົນກະທົບຕໍ່ກັບການດຳລົມຊີວິດ ແລະ ສຸຂະພາບຂອງພໍ່ແມ່ປະຊາຊົນທີ່ສູບດົມອາກາດທີ່ມີມົນລະພິດເຂົ້າໄປໃນຮ່າງກາຍ ພ້ອມກັນນັ້ນ ເຫັນວ່າບໍລິເວນທີ່ປົກຄຸມໄປດ້ວຍຝຸ່ນລະອອງຫຼາຍທີ່ສຸດ ແມ່ນຢູ່ບໍລິເວນ ແຂວງຫຼວງພະບາງ ເຊິ່ງເປັນຜົນມາຈາກການເກີດເຫດການໄຟໄໝ້ເຊິ່ງສົງຜົນໃຫ້ຄ່າຝຸ່ນລະອອງໃນອາກາດເພີ່ມຂຶ້ນສູງສຸດເຖິງ 159 ug/m3/24 ຢູ່ໃນເກນທີ່ສົ່ງຜົນກະທົບຕໍ່ສຸຂະພາບໄດ້ ແລະນັ້ນ ຂໍໃຫ້ທຸກຄົນເອົາໃຈໃສ່ປະຕິບັດ 4 ມາດຕະການດັ່ງນີ້ ເພື່ອປ້ອງກັນຕົວທ່ານເອງ ແລະເພື່ອສັງຄົມ.

No photo description available.

1. ຫ້າມຈູດເຜົາຂີ້ເຫຍື້ອທຸກປະເພດຊ່ວງລະດູແລ້ງເພື່ອຫຼຸດຜ່ອນແຫຼ່ງເກີດມົນລະພິດທາງອາກາດ;
2. ຫຼີກລ້ຽງ ຫຼື ຫຼຸດຜ່ອນ ການເຄື່ອນໄຫວກາງແຈ້ງ;
3. ໃສ່ຜ້າອັດປາກເມື່ອອອກນອກເຮືອນ ແລະ ອາຄານ;
4. ຄວນດື່ມນໍ້າໃຫ້ຫລາຍກວ່າເກົ່າ.

No photo description available.

ຕາມການອອກແຈ້ງເຕືອນຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນວັນທີ 23 ມີນາ 2023 ນີ້ ກ່ຽວກັບມົນລະພິດຫມອກຄວັນ ຫຼື ຝຸ່ນລະອອງຂະຫນາດນ້ອຍກວ່າ 2.5 ໄມຄຼອນ (PM2.5) ໃນລະດູແລ້ງ (ເດືອນ ມັງກອນ-ມີນາ) ປີ2023 ໃຫ້ຮູ້ວ່າ: ອີງໃສ່ສະພາບອາກາດຮ້ອນ ພ້ອມນັ້ນກໍ່ເກີດມີໄຟໄຫມ້ປ່າ, ມີການຈູດເພື່ອການລ່າສັດ, ຈູດເພື່ອການກະສິກໍາເຊັ່ນ: ຖາງປ່າເຮັດໄຮ່, ກະກຽມພື້ນທີ່ປູກເຂົ້າ, ປູກຝັງ, ປູກພືດເສດຖະກິດ ແລະ ການຈູດຂີ້ເຫຍື້ອຄົວເຮືອນ, ຈູດເຜົາໃບໄມ້, ຕົ້ນໄມ້ແຫ້ງ, ເສດວັດຖຸຕ່າງໆ.

No photo description available.

ຜ່ານການຕິດຕາມຈາກຂໍ້ມູນດາວທຽມພົບຈຸດສະສົມຄວາມ ຮ້ອນ (Hotspot) ແຜ່ກະຈາຍໄປທົ່ວປະເທດ ຈຶ່ງພາໃຫ້ເກີດມີຫມອກຄວັນ. ສະນັ້ນ, ໃນການຕິດຕາມ ແລະ ວັດແທກ ຄຸນນະພາບອາກາດ ໃນເດືອນມັງກອນ – ມີນາ 2023. ເຫັນວ່າຜົນຂອງການວັດແທກ PM2.5 ຂອງແຕ່ລະສະຖານີ ມີຄ່າສະເລ່ຍເປັນລາຍເດືອນ ແມ່ນ ເກີນມາດຕະຖານ (>50 ug/m3/24h) ຖ້າທຽບກັບ ລະດັບດັດຊະນີຄຸນນະພາບ ອາກາດ (AQI) ແມ່ນ ມີຜົນກະທົບຕໍ່ສຸຂະພາບ ແລະ ພົບຊ່ວງວິກິດໃນຕົ້ນເດືອນມີນາ. ດັ່ງລາຍລະອຽດລຸ່ມນີ້:

No photo description available.
• ສະຖານີ ຫຼວງພະບາງ ວັດແທກໄດ້ຕໍ່າສຸດ-ສູງສຸດ 67-159 ug/m3/24
• ສະຖານີ ອຸດົມໄຊ ວັດແທກໄດ້ຕໍ່າສຸດ-ສູງສຸດ 29-71 ug/m3/24
• ສະຖານີ ຫຼວງນໍ້າທາ ວັດແທກໄດ້ຕໍ່າສຸດ-ສູງສຸດ 24-57 ug/m3/24
• ສະຖານີ ບໍ່ແກ້ວ ວັດແທກໄດ້ຕໍ່າສຸດ-ສູງສຸດ 26-91 ug/m3/24h
• ສະຖານີ ນະຄອນຫຼວງວຽງຈັນ ວັດແທກໄດ້ຕໍ່າສຸດ-ສູງສຸດ 25-61 ug/m3/24h
• ສະຖານີ ຄໍາມ່ວນ ວັດແທກໄດ້ຕໍ່າສຸດ-ສູງສຸດ 39-82 ug/m3/24h
• ສະຖານີ ສະຫວັນະເຂດ ວັດແທກໄດ້ຕໍ່າສຸດ-ສູງສຸດ 26-65 ug/m3/24h

ດັ່ງນັ້ນ, ເພື່ອເປັນການປ້ອງກັນບໍ່ໃຫ້ມີຝຸ່ນລະອອງໃນອາກາດຫຼາຍເກີນໄປ ແລະ ເພື່ອປ້ອງກັນບໍ່ໃຫ້ພໍ່ແມ່ປະຊາສູດດົມອາກາດທີ່ເປັນພິດເຂົ້າສູ່ຮ່າງກາຍ ທີ່ອາດສົ່ງຜົນກະທົບຕໍ່ສຸຂະພາບ ຂໍໃຫ້ພໍ່ແມ່ປະຊາຊົນທຸກຄົນຈົງຊ່ວຍກັນປະຕິບັດມາດຕະການໃນການປ້ອງຢ່າງເຂັ້ມງວດ ແລະຢ່າລືມໃສ່ຜ້າອັດປາກອັດດັງ ຫາກທ່ານຕ້ອງອອກໄປເຮັດທຸລະຂ້າງນອກ.