ມອບໝວກຂາວ ແລະ ແສງທຽນໃຫ້ ບົ່ງບອກເຖິງນັກສຶກສາຈົ່ງພ້ອມຮັບໃຊ້ຊາດ

82

ໝວກ ແລະຊຸດຂາວເປັນຄວາມພາກພູມໃຈຂອງຄົນທີ່ຄິດຢາກເປັນແພດເປັນໝໍ ນັ້ນເປັນສັນຍາລັກຂອງການຮັກສາຊີວິດຄົນ ການປິ່ນປົວສຸຂະພາບຂອງຄົນທີ່ເບິ່ງທ່ານເປັນທາງອອກສຸດທ້າຍ ແຂວງຄຳມ່ວນຈິ່ງໃຫ້ຄວາມສຳຄັນເລື່ອງນີ້ເປັນພິເສດ ເມື່ອເຖິງເວລານັກສຶກສາແພດຕ້ອງອອກຮັບໃຊ້ສັງຄົມກໍ່ຈັດພິທີມອບໝວກ ແລະແສງທຽນໃຫ້ກັບພວກເຂົາ.

May be an image of 5 people, people standing and indoor
ພິທີມອບໝວກຂາວ ແລະ ແສງທຽນໃຫ້ນັກສຶກສາພະຍາບານຊັ້ນສູງປີທີ 2 ຮຸ່ນທີ VII ຂອງໂຮງຮຽນ ສາທາລະນະສຸກ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 14 ມີນາ ຜ່ານມາ ທີ່ໂຮງຮຽນດັ່ງກ່າວ ໂດຍການເຂົ້າຮ່ວມ ຂອງທ່ານ ແສງທອງ ເສີມລຳວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີທ່ານ ເພັງຄານ ບຸນວາດສະໜາ ຜູ້ອໍານວຍການໂຮງຮຽນສາທາລະນະສຸກແຂວງ, ມີແຂກຮັບເຊີນ ແລະ ນັກສຶກສາພາຍໃນໂຮງຮຽນເຂົ້າຮ່ວມ.

May be an image of 9 people, people standing and indoor
ໂອກາດນີ້, ທ່ານ ເພັງຄານ ບຸນວາດສະໜາ ໄດ້ເປັນກຽດມອບໝວກຂາວໃຫ້ແກ່ນັກສຶກສາ ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ຮັບຟັງປະຫວັດຄວາມເປັນມາຂອງຜູ້ໃຫ້ກຳເນີດວິຊາຊີບພະຍາບານ ແລະ ຄວາມເປັນມາຂອງເຄື່ອງ ແບບພະຍາບານ ຊຶ່ງການແຕ່ງກາຍຂອງພະຍາບານໃນເວລາທີ່ກຳລັງປະຕິບັດວຽກງານຈະຕ້ອງສວມເຄື່ອງ ແບບສີຂາວ, ໝວກກໍເປັນສ່ວນໜຶ່ງຂອງເຄື່ອງແບບພະຍາບານ ຊຶ່ງສະແດງເຖິງການເສຍສະຫຼະສ່ວນຕົວ ເພື່ອຊ່ວຍເຫຼືອຜູ້ອື່ນແຕ່ໃນລັກສະນະຂອງພະຍາບານແລ້ວໝວກ ແມ່ນມີຈຸດປະສົງເພື່ອປົກຄຸມຜົມບໍ່ໃຫ້ຕົກຫຼົ່ນ ລົງມາໃສ່ຄົນເຈັບໃນເວລາກຳລັງເຮັດວຽກ ຫຼື ກຳລັງປິ່ນປົວຄົນເຈັບ, ສ່ວນລັກສະນະຂອງໝວກທີ່ມີຄວາມ ແຕກຕ່າງເປັນພຽງສ່ວນໜຶ່ງຂອງເຄື່ອງແບບ ຫຼື ບອກໃຫ້ຮູ້ວ່າພະຍາບານຜູ້ນັ້ນສຳເລັດ ຈາກສະຖາບັນ ການສຶກສາໃດ.

May be an image of 4 people and flower

ສະນັ້ນໝວກຈຶ່ງເປັນເຄື່ອງແບບທີ່ມີກຽດຕິຍົດ ແລະ ເປັນສັນຍາລັກທີ່ບົ່ງບອກໃນອາຊີບ ຂອງພະຍາບານ ເພື່ອປະຕິບັດໜ້າທີ່ຕໍ່ປະຊາຊົນໃນເວລາມາຮັບການປິ່ນປົວ. ສ່ວນແສງທຽນແມ່ນປຽບເໝືອນ ແສງສະຫວ່າງທີ່ນຳພາໄປສູ່ຄວາມສຳເລັດ.

No photo description available.
ໃນໂອກາດດຽວກັນ, ທ່ານ ແສງທອງ ເສີມລຳວັນ ຍັງໄດ້ຮຽກຮ້ອງມາຍັງນັກສຶກສາທຸກຄົນຈົ່ງຕັ້ງໃຈຮໍ່າຮຽນ ແລະ ຮັກອາຊີບພະຍາບານຢ່າງແທ້ຈິງ, ໃນເວລາປະຕິບັດວຽກງານຕົວຈິງກໍຕ້ອງມີຄວາມອົດທົນເຂັ້ມແຂງ, ຮັບໃຊ້ພໍ່ແມ່ປະຊາຊົນ, ເວົ້າຈາສຸພາບ, ເຄົາລົບນັບຖືຄູ-ອາຈານ ແລະ ເອົາໃຈໃສ່ປິ່ນປົວຄົນເຈັບດ້ວຍຄວາມຈິງໃຈ, ຮັກສາຄົນເຈັບປຽບສະເໝືອນຄົນໃນຄອບຄົວ, ບໍ່ຈຳແນກຄົນເຈັບບໍ່ວ່າຈະເປັນຄົນໂທດ ແລະ ຄົນມີຖານະອື່ນໆ.

May be an image of 2 people, people standing and indoor
(ຂ່າວ-ພາບ: ແຂວງຄໍາມ່ວນ)