ສ່ອງດັດຊະນີລາຄາສິນຄ້າລາວ ແລະບັນຫາເງິນເຟີ້

86

ເດືອນທີ 3 ຂອງປີ 2023 ຫຼາຍຢ່າງຄ່ອຍໆຫັນສູ່ສະພາບປົກກະຕິ ແລະ ບາງອັນກໍມີການດັດປັບໄປໃນທາງທີ່ດີ ແຕ່ໜຶ່ງໃນສິ່ງທີ່ຫຼາຍຄົນຈັບຕາ ແມ່ນບັນຫາເງິນເຟີ້ ອັນມີຄວາມກ່ຽວພັນໂດຍກົງກັບການດໍາລົງຊີວິດຂອງສັງຄົມ ເຊິ່ງຕົວເລກອັດຕາເງິນເຟີ້ ເດືອນມັງກອນ ແລະ ເດືອນກຸມພາ ຍັງຢູ່ໃນລະດັບສູງ ປັດໄຈຈາກດັດສະນີລາຄາສິນຄ້າເພີ່ມຂຶ້ນ.

No photo description available.
ໄພເງິນເຟີ້ ແມ່ນບັນຫາລະດັບຊາດທີ່ລັດຖະບານກໍາລັງພະຍາຍາມແກ້ໄຂ ແຕ່ເນື່ອງຈາກມີຄວາມກ່ຽວພັນຫຼາຍບັນຫາ ທັງພາຍໃນ ແລະ ຕ່າງປະເທດ ຈິ່ງເຮັດໃຫ້ການແກ້ບັນຫາດັ່ງກ່າວຕ້ອງໄດ້ໃຊ້ເວລາແກ້ໄຂ ໄລຍະສັ້ນຈະເປັນພຽງການປະຄັບປະຄອງ.

No photo description available.
ອີງຕາມບົດລາຍງານອັດຕາເງິນເຟີ້ ປະຈຳເດືອນກຸມພາ 2023 ຂອງ ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ເຫັນວ່າ: ອັດຕາເງິນເຟີ້ລວມຂອງ ສປປ ລາວ ຍັງສືບຕໍ່ເພີ່ມຂຶ້ນລື່ນເດືອນກ່ອນໜ້າ ໂດຍອັດຕາເງິນເຟີ້ເດືອນມັງກອນ 2023 ຢູ່ທີ່ 40,3% ທີ່ຖືວ່າສູງກວ່າທຸກໆເດືອນໃນປີຜ່ານມາຢູ່ແລ້ວ ແຕ່ມາເດືອນກຸມພາ 2023 ພັດສູງກວ່າເກົ່າອີກ ຢູ່ທີ່ 41,3%.
ບົດລາຍງານສະພາບອັດຕາເງິນເຟີ້ ຍັງໃຫ້ຂໍ້ສັງເກດວ່າ: ເມື່ອປຽບທຽບລາຄາສິນຄ້າໃນເດືອນກຸມພາ ໃສ່ເດືອນມັງກອນ 2023 ເຫັນວ່າລາຄາໂດຍລວມແມ່່ນບໍ່ເພີ່ມຂຶ້ນຫຼາຍ (ເພີ່ມ 1,4%) ແລະ ຍັງມີບາງລາຍການສິນຄ້າມີລາຄາຫຼຸດລົງ.

May be an image of indoor
ແຕ່ແນວໃດກໍຕາມເມື່ອທຽບກັບລາຄາສິນຄ້າເດືອນກຸມພາ 2023 ໃສ່ລາຄາສິນຄ້າເດືອນກຸມພາ 2022, ລາຄາສິນຄ້າ ແລະ ການບໍລິການທຸກລາຍການແມ່ນເພີ່ມຂຶ້ນເຊັ່ນ: ລາຄາເຂົ້າ ສານປະເພດ 1 ເພີ່ມຈາກລາຄາສະເລ່ຍ 8.591 ກີບ/ກີໂລ ໃນເດືອນກຸມພາ 2022 ເປັນ 14.384 ກີບ/ກີໂລ (ເພີ່ມ 67,4%) ຊີ້ນໝູເພີ່ມຈາກ 51.591 ກີບ/ກີໂລ ມາເປັນ 96.579 ກີບ/ກີໂລ (ເພີ່ມ 22,3%) ໄຂ່ໄກ່ພັນ ເພີ່ມຈາກ 37.074 ກີບ/ແຕະ ມາເປັນ 56.162 ກີບ/ແຕະ ແລະ ລາຄາສິນຄ້າອື່ນໆແມ່ນລ້ວນແຕ່ເພີ່ມຂຶ້ນ.

May be an image of food
ອັດຕາເງິນເຟີ້ພື້ນຖານ ຫຼື ດັດຊະນີລາຄາການຊົມໃຊ້ ເດືອນກຸມພາ 2023 ທຽບເດືອນຜ່ານມາເພີ່ມຂຶ້ນ 0,9% ແຕ່ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 34,3% ເປັນຕົ້ນແມ່ນການເພີ່ມຂຶ້ນຂອງອາຫານສໍາເລັດຮູບ ແລະ ທາດແປ້ງ; ເຄື່ອງປຸງແຕ່ງອາຫານ, ໝວດເຄື່ອງໃຊ້ໃນເຮືອນ.

No photo description available.
ຫວນຄືນປີ 2022 ຜ່ານມາ ອັດຕາເງິນເຟີ້ສະເລ່ຍເງິນເດືອນມັງກອນຢູ່ທີ່ 6,25% ສ່ວນເດືອນກຸມພາແມ່ນ 7,31% ແລະ ມີການເພີ່ມຂຶ້ນຕໍ່ເນື່ອງຈົນຮອດ 39,27% ໃນເດືອນທັນວາ 2022 ໂດຍສະເລ່ຍໝົດປີຢູ່ທີ່ 22,96% ຂະນະທີ່ເດືອນມັງກອນ 2023 ອັດຕາເງິນເຟີ້ສະເລ່ຍຢູ່ທີ່ 40,3% ແລະ 41,3% ໃນເດືອນກຸມພາ ເຊິ່ງຄາດວ່າຈະຄ່ອຍໆໄດ້ຮັບການແກ້ໄຂ ເຫັນໄດ້ຈາກອັດຕາແລກປ່ຽນຄ່ອຍໆມີການດັດປັບ ໂດຍແຜນປີ 2023 ນີ້ລັດຖະບານມີຈະພະຍາຍາມຄຸ້ມໃຫ້ອັດຕາເງິນເຟີ້ສະເລ່ຍໝົດປີຢູ່ໃນລະດັບບໍ່ເກີນ 9%.

No photo description available.