ສປປ ເກົາຫຼີ ເລັ່ງປັບປຸງພື້ນຖານການຜະລິດກະສິກຳ

22

ສຳນັກຂ່າວ KCNA ຂອງ ສປປ ເກົາຫຼີ ລາຍງານວ່າ: ທ່ານ ຄິມ ຈອງ ອຶນ ( Kim Jong – un ) ຜູ້ນຳ ສປປ ເກົາຫຼີ ໄດ້ສັ່ງໃຫ້ທຸກອົງການທີ່ກ່ຽວຂ້ອງ ເລັ່ງປັບປຸງລະບົບພື້ນຖານໂຄງລ່າງ ແລະ ຂະຫຍາຍເນື້ອທີ່ຜະລິດກະສິກໍາ ເພື່ອເພີ່ມການຜະລິດສະບຽງອາຫານ ລວມທັງປັບປຸງລະບົບຊົນລະປະທານ, ການສ້າງເຄື່ອງມືກະສິກຳທີ່ທັນສະໄໝເພີ່ມຂຶ້ນ.

อาจเป็นรูปภาพของ 4 คน, ผู้คนกำลังยืน และ กลางแจ้ง

ຜູ້ນຳ ສປປ ເກົາຫຼີ ໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງເລັ່ງ “ ດຳເນີນການຢ່າງຮີບດ່ວນ ” ເພື່ອໃຫ້ສອດຄ່ອງກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ ແລະ ທຸກອຸປະກອນທີ່ກ່ຽວຂ້ອງຕ້ອງມີຄວາມທັນສະໄໝກວ່າເກົ່າ. ໃນຂະນະທີ່ສຳນັກງານພັດທະນາຊົນນະບົດຂອງ ສປປ ເກົາຫຼີ ປະເມີນຜົນຜະລິດເມັດພືດຂອງ ສປປ ເກົາຫຼີ ຄາດວ່າຈະຫຼຸດລົງເກືອບ 4% ເມື່ອທຽບໃສ່ສະຖິຕິຂອງປີ 2021 ເນື່ອງຈາກການຂວ້ຳບາດຂອງຕາເວັນຕົກຕໍ່ ສປປ ເກົາຫຼີ ບວກກັບເກີດໄພທຳມະຊາດຫຼາຍຄັ້ງໃນປີຜ່ານມາ ບໍ່ວ່າຈະເປັນໄພແຫ້ງແລ້ງ ແລະ ລົມມໍລະສຸມ.

อาจเป็นรูปภาพของ 4 คน และ ผู้คนกำลังยืน

ກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະກຳມະການສູນກາງພັກແຮງງານ ຊຸດທີ 8 ຈັດຂຶ້ນເມື່ອບໍ່ດົນມານີ້, ທ່ານ ຄິມ ຈອງ ອຶນ ໄດ້ຮຽກຮ້ອງໃຫ້ມີການປະຕິວັດຜະລິດຕະພັນທາງກະສິກຳ ແລະ ຜົນຜະລິດທັນຍາຫານ ເພື່ອຫຼຸດຜ່ອນການຂາດແຄນສະບຽງອາຫານ.