ອິນໂດເນເຊຍ ເດີນໜ້າພັດທະນານິຄົມອຸດສາຫະກຳແບັດເຕີຣີລົດໄຟຟ້າ

33

ສຳນັກຂ່າວຊິນຫົວລາຍງານ ໃນວັນທີ 2 ມີນາ 2023 ວ່າ: ລັດຖະບານອິນໂດເນເຊຍ ຕັ້ງຄວາມຫວັງໄວ້ກັບໂຄງການນິຄົມອຸດສາຫະກຳແຫ່ງໃໝ່ ໂດຍມີເປົ້າໝາຍພັດທະນາໃຫ້ເປັນສູນກາງການລົງທຶນແບັດເຕີຣີລົດໄຟຟ້າ, ນິຄົມອຸດສາຫະກຳດັ່ງກ່າວ ຕັ້ງຢູ່ເຂດບູລູງັນ ເກາະກາລີມັນຕັນ ໃນເນື້ອທີ່ 16.400 ເຮັກຕາ ເຊິ່ງໃຊ້ເປັນສະຖານທີ່ຜະລິດແບັດເຕີຣີລົດໄຟຟ້າເປັນຫຼັກ.

ທ່ານ ໂຈໂກ້ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ກ່າວວ່າ: ເຂດນິຄົມອຸດສາຫະກຳແຫ່ງນີ້ ເປັນມິດກັບສິ່ງແວດລ້ອມ ແລະ ເປັນນິຄົມທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ, ເປັນອະນາຄົດຂອງອິນໂດເນເຊຍກໍວ່າໄດ້ ເຊິ່ງປັດຈຸບັນລັດຖະບານ ກຳລັງເດີນໜ້າສົ່ງເສີມການລົງທຶນຂອງນັກລົງທຶນຕ່າງປະເທດ ໂດຍສະເພາະກຸ່ມນັກລົງທຶນດ້ານການຜະລິດລົດໄຟຟ້າ ເພື່ອປ່ຽນຜ່ານໄປສູ່ພະລັງງານທີ່ເປັນມິດກັບສິ່ງແວດລ້ອມ, ອິນໂດເນເຊຍ ເປັນຜູ້ຜະລິດແຮ່ທາດນີເກີ້ລລາຍໃຫຍ່ທີ່ສຸດຂອງໂລກ ເຊິ່ງແຮ່ດັ່ງກ່າວເປັນສ່ວນປະກອບໃນການຜະລິດແບັດເຕີຣີລົດໄຟຟ້າ.

ທັງນີ້, ນິຄົມອຸດສາຫະກຳດັ່ງກ່າວ ຈະນຳໃຊ້ເຕັກໂນໂລຊີທີ່ເປັນມິດກັບສິ່ງແວດລ້ອມຢ່າງເຕັມຮູບແບບ ນັບແຕ່ການນຳໃຊ້ໄຟຟ້າພະລັງງານນ້ຳທີ່ເປັນມິດກັບສິ່ງແວດລ້ອມ ຕະຫຼອດຮອດການຜະລິດສິນຄ້າ ເຊັ່ນ: ແບັດເຕີຣີລົດໄຟຟ້າ, ນອກຈາກນີ້ ຍັງຈະສ້າງຕັ້ງໂຮງງານປີໂຕຣເຄມີ ແລະ ໂຮງງານຜະລິດອາລູມີນຽມ ຢູ່ໃນນິຄົມດັ່ງກ່າວອີກດ້ວຍ.