ເດືອນກຸມພາ ມີນັກທ່ອງທ່ຽວຕ່າງປະເທດເຂົ້າຫວຽດນາມເພີ່ມຂຶ້ນ ຫຼາຍກວ່າ 30 ເທົ່າ

27

ສຳນັກຂ່າວຊິນຫົວລາຍງານວ່າ ສູນສະຖິຕິແຫ່ງຊາດຫວຽດນາມ ລາຍງານວ່າ: ມີຄົນຕ່າງປະເທດເດີນທາງເຂົ້າຫວຽດນາມ 933.000 ຄົນ ໃນເດືອນກຸມພາ 2023 ເພີ່ມຂຶ້ນ 31,6% ເມື່ອທຽບໃສ່ເດືອນດຽວກັນຂອງປີຜ່ານມາ ເນື່ອງຈາກຫວຽດນາມ ໄດ້ເປີດປະເທດຢ່າງເຕັມຮູບແບບ, ໃນຂະນະດຽວກັນຖ້ຽວບິນໂດຍສານລະຫວ່າງປະເທດ ກໍກັບມາເປີດບໍລິການຕັ້ງແຕ່ທ້າຍປີຜ່ານມາ.

ລາຍງານລະບຸວ່າ: ຊາວຕ່າງປະເທດທີ່ເດີນທາງເຂົ້າຫວຽດນາມ ແບ່ງເປັນເດີນທາງທາງອາກາດ ກວມເອົາ 89,6%, ທາງບົກ 9,6% ແລະ ທາງນ້ຳ ( ທະເລ ) 0,8% ໂດຍສ່ວນໃຫຍ່ເດີນທາງມາຈາກອາຊີ ກວມເອົາ 74% ຂອງຈຳນວນຜູ້ເດີນທາງເຂົ້າຫວຽດນາມທັງໝົດ.

อาจเป็นรูปภาพของ 2 คน, กลางแจ้ง และ ปราสาท

ສ່ວນຊາວຕ່າງຊາດທີ່ເດີນທາງເຂົ້າຫວຽດນາມ ໃນໄລຍະເດືອນມັງກອນ – ກຸມພາ 2023 ມີປະມານ 1,8 ລ້ານກວ່າຄົນ ເພີ່ມຂຶ້ນ 36,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແຕ່ຍັງຕ່ຳກວ່າລະດັບກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ເຖິງ 60%.

ກົມການບິນພົນລະເຮືອນຂອງຫວຽດນາມ ເປີດເຜີຍວ່າ: ໃນຂະນະທີ່ການເດີນທາງທາງອາກາດ ກຳລັງຟື້ນຕົວຢ່າງເຕັມຮູບແບບ, ຈຳນວນຜູ້ໂດຍສານທາງອາກາດໃນຫວຽດນາມ ກໍເພີ່ມຂຶ້ນເກືອບ 20 ລ້ານຄົນໃນເດືອນມັງກອນ – ກຸມພາ 2023 ໂດຍສະໜາມບິນ 22 ແຫ່ງຂອງຫວຽດນາມ ຮອງຮັບຜູ້ໂດຍສານສາຍລະຫວ່າງປະເທດ 4,7 ລ້ານເທື່ອຄົນ ແລະ ຜູ້ໂດຍສານພາຍໃນປະເທດ 14,8 ລ້ານເທື່ອຄົນ.

อาจเป็นรูปภาพของ ธรรมชาติ, มหาสมุทร และ ท้องฟ้า

ໃນຂະນະທີ່ອົງການທ່ອງທ່ຽວຫວຽດນາມ ເປີດເຜີຍວ່າ: ໃນປີ 2022 ມີນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າຫວຽດນາມ 3,7 ລ້ານເທື່ອຄົນ, ສ່ວນປີ 2023 ນີ້ ຄາດວ່າຈະມີນັກທ່ອງທ່ຽວເດີນທາງເຂົ້າຫວຽດນາມ ບໍ່ຕ່ຳກວ່າ 8 ລ້ານເທື່ອຄົນ.