ທົ່ວປະເທດ ມີສະຖານີໄຟຟ້າແຮງສູງ 76 ແຫ່ງ ໝໍ້ນັບໄຟຢູ່ໃນການຄຸ້ມຄອງ ຟຟລ 1,6 ລ້ານໜ່ວຍ

110

ຂະແໜງພະລັງງານໄຟຟ້າ ມີບົດສໍາຄັນຍິ່ງຕໍ່ປັດໄຈຍູ້ການພັດທະນາ ເຊິ່ງທາງວິສາຫະກິດໄຟຟ້າລາວ ກໍໄດ້ເອົາໃຈໃສ່ຢ່າງຈິງຈັງໃນການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ ມາຮອດປັດຈຸບັນ ທົ່ວປະ ເທດ ມີສະຖາ ນີໄຟຟ້າແຮງສູງ 76 ແຫ່ງ, ໃນນັ້ນ: ເປັນສະຖານີ 230/115 kV ຈໍານວນ 15 ແຫ່ງ, ສະຖານີ 115/22 kV ຈໍານວນ 61 ແຫ່ງ, ໝໍ້ນັບໄຟຢູ່ໃນການຄຸ້ມຄອງ ຟຟລ 1,6 ລ້ານ ໜ່ວຍ.

ທ່ານ ຈັນທະບູນ ສຸກອາລຸນ, ຜູ້ອໍານວຍການໃຫຍ່ ຟຟລ ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ທີ່ຈັດຂຶ້ນ ໃນວັນທີ 17 ກຸມພາ 2023 ຢູ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຟຟລ) ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນປີ 2022 ຟຟລ ໄດ້ຮັບຊື້ພະລັງງານໄຟຟ້າຈາກແຫຼ່ງຜະລິດພາຍໃນ ແລະ ຜະລິດເອງ ເທົ່າກັບ 17.230,16 GWh, ຊື້ພະລັງງານພາຍໃນຈາກ IPP-SPP ຕາມແຜນ 13.348,22 GWh ຊື້ຕົວຈິງ 12.865,83 GWh ປະຕິບັດໄດ້ 96,39%, ຊື້ພະລັງງານຈາກຕ່າງປະເທດ ຈາກ EGAT ຕາມແຜນ 264,73 GWh ຊື້ຕົວຈິງ 809,28 GWh ກວມເອົາ 305,70%.

ວຽກງານຄຸ້ມຄອງລະບົບສົ່ງ ແລະ ສະຖານີ ປັດຈຸບັນ ທົ່ວປະເທດ ມີສະຖານີໄຟຟ້າແຮງສູງ ທັງໝົດ 76 ແຫ່ງ, ໃນນັ້ນເປັນສະຖານີ 230/115 kV ຈໍານວນ 15 ແຫ່ງ, ສະຖານີ 115/22 kV ຈໍານວນ 61 ແຫ່ງ, ລວມກໍາລັງຕິດຕັ້ງ ທັງໝົດ: 7.212 MVA. ມີລະບົບສາຍສົ່ງໄຟຟ້າແຮງສູງ 230 kV ແລະ 115 kV ລວງຍາວທັງໝົດ 10.054 km/ວົງຈອນ, ທຽບໃສ່ ປີ 2021 ເພີ່ມຂຶ້ນ 78 km/ວົງຈອນ, ລະບົບຕາຂ່າຍແຮງດັນກາງ 22/35 kV ລວງຍາວທັງໝົດ 36.318,54 km/ວົງຈອນ, ທຽບໃສ່ປີ 2021 ເພີ່ມຂຶ້ນ 3,52%, ລະບົບຕາຂ່າຍແຮງດັນຕໍ່າ 0,4 kV, ລວງຍາວທັງໝົດ 21.007,02 km/ວົງຈອນ, ທຽບໃສ່ປີ 2021 ເພີ່ມຂຶ້ນ 2,12%, ໝໍ້ແປງລະບົບຈໍາໜ່າຍທັງໝົດ 35.891 ໜ່ວຍ, ລວມກໍາລັງຕິດຕັ້ງ 5.840.139 kVA. ທຽບໃສ່ຕົ້ນປີ 2021 ເພີ່ມຂຶ້ນ 2.000 ໜ່ວຍ; ເທົ່າກັບ 5,57%, ກໍາລັງຕິດຕັ້ງເພີ່ມຂຶ້ນ 400.727 kVA=7,37%. ມີໝໍ້ນັບໄຟ ທີ່ຢູ່ໃນການຄຸ້ມຄອງ ຂອງ ຟຟລ ທັງໝົດ 1.645.342 ໜ່ວຍ. ທຽບໃສ່ຕົ້ນປີ 2021 ເພີ່ມຂຶ້ນ 79.314 ໜ່ວຍ; ເທົ່າກັບ 5,06%.

ທ່ານ ຜູ້ອໍານວຍການຍັງໃຫ້ຮູ້ເຖິງທິດທາງແຜນການປີ 2023 ວ່າ: ຟຟລ ຈະສືບຕໍ່ຜັນຂະຫຍາຍຍຸດທະສາດພັດທະນາພະລັງງານໄຟຟ້າ ໃຫ້ສອດຄ່ອງກັບຄວາມຕ້ອງການ ໂດຍຄຳນຶງເຖິງຄວາມໝັ້ນຄົງທາງດ້ານພະລັງງານຂອງຊາດ ຄຽງຄູ່ກັບການພັດທະນາພະລັງງານໄຟຟ້າເຊື່ອມໂຍງກັບປະເທດອ້ອມຂ້າງໃນການແລກປ່ຽນດ້ານພະລັງງານ, ປັບປຸງຍົກລະດັບ-ຂະຫຍາຍຕາຂ່າຍໄຟຟ້າສູ່ຊົນນະບົດ ໂດຍຮ່ວມກັບອົງການປົກຄອງທ້ອງຖິ່ນ, ຫຼຸດພະລັງງານຕົກເຮ່ຍຢ່າງໜ້ອຍ 1,5%, ແກ້ໄຂໄຟຕົກ-ໄຟມອດ ໃຫ້ຫຼຸດລົງ 20%, ສືບຕໍ່ກວດກາການລັກນໍາໃຊ້ກະແສໄຟ ແລະ ການຈັດສັນປະເພດລູກຄ້າຄືນໃໝ່ ໃຫ້ສອດຄ່ອງກັບການ ຊົມໃຊ້ຕົວຈິງ.

ໃນກອງປະຊຸມດັ່ງກ່າວຍັງໄດ້ ມອບຫຼຽນໄຊແຮງງານຊັ້ນ 1, 2 ແລະ 3, ຫຼຽນກາແຮງງານ ແລະ ໃບຍ້ອງຍໍ ໃຫ້ແກ່ບຸກຄົນ ແລະ ພາກສ່ວນທີ່ປະກອບສ່ວນທາງດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້ານູ່ໃນຂະບວນການການແຂ່ງຂັນສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກໃນທົ່ວປະເທດ ໄລະຍະ 5 ປີ (2016-2020) ພາຍໃຕ້ການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່