ໄທ ຈະເຈລະຈາສັນຍາການຄ້າເສລີ ກັບສະຫະພາບເອີຣົບ ຄືນໃໝ່

27

ເວັບໄຊຂອງລັດຖະບານໄທແຈ້ງຂ່າວວ່າ: ວັນທີ 14 ກຸມພາຜ່ານມາ ລັດຖະບານໄທ ໄດ້ອະນຸມັດຂໍ້ສະເໜີຂອງກະຊວງການຄ້າໄທ ຈະເລີ່ມຕົ້ນຂະບວນການດຳເນີນການເຈລະຈາສັນຍາການຄ້າເສລີກັບສະຫະພາບເອີຣົບຄືນໃໝ່.

อาจเป็นรูปภาพของ ข้อความ

ລັດຖະບານໄທ ເຫັນວ່າ: ສະຫະພາບເອີຣົບແມ່ນເຂດເສດຖະກິດຂະໜາດໃຫຍ່ທີ່ມີກຳລັງບົ່ມຊ້ອນ, ການດຳເນີນການເຈລະຈາສັນຍາການຄ້າເສລີກັບ ອີຢູ ຄືນໃໝ່ ແມ່ນວຽກງານສຳຄັນທີ່ຄວນເລັ່ງຈັດຕັ້ງປະຕິບັດ ເຊິ່ງຈະສ້າງຜົນປະໂຫຍດອັນໃຫຍ່ ຫຼວງໃຫ້ແກ່ປະເທດໄທ, ເພີ່ມໂອກາດດ້ານການຄ້າ ແລະ ການລົງທຶນຂອງໄທ.

ไม่มีคำอธิบายรูปภาพ

ສະຫະພາບເອີຣົບ ແມ່ນຄູ່ຄ້າລາຍໃຫຍ່ອັນດັບ 4 ຂອງໄທ, ປັດຈຸບັນ ຜະລິດຕະພັນທີ່ໄທສົ່ງອອກໄປສະຫະພາບເອີຣົບນັ້ນ ລວມມີອຸປະກອນ ແລະ ເຄື່ອງອາໄຫຼ່ຄອມພິວເຕີ, ເພັດນິນຈິນດາ, ແອເຢັນ ແລະ ເຄື່ອງອາໄຫຼ່ແອເຢັນ, ຜະລິດຕະພັນຢາງພາລາ, ອາຫານ ແລະ ອື່ນໆ.

ສ່ວນຜະລິດຕະພັນທີ່ໄທນຳເຂົ້າຈາກສະຫະພາບເອີຣົບ ສ່ວນໃຫຍ່ແມ່ນເຄື່ອງຈັກ ແລະ ເຄື່ອງອາໄຫຼ່ຂອງເຄື່ອງຈັກ, ຢາປົວພະຍາດ, ຜະລິດຕະພັນເຄມີ ແລະ ອື່ນໆ.