ໄທ ປະກາດເກັບຄ່າເຂົ້າເມືອງກັບນັກທ່ອງທ່ຽວຕ່າງປະເທດ

33

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ທ່ານ ພິພັດ ຣັດຊະກິດປະການ ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ກີລາ ຂອງໄທ ກ່າວວ່າ ກອງປະຊຸມຄະນະລັດຖະບານ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ໄດ້ອະນຸມັດຂໍ້ສະເໜີກ່ຽວກັບການເກັບຄ່າເຂົ້າເມືອງກັບນັກທ່ອງທ່ຽວຕ່າງປະເທດ ທີ່ສະເໜີໂດຍຄະນະກຳມະການ ນະໂຍບາຍການທ່ອງທ່ຽວແຫ່ງຊາດໄທ ກ່ອນໜ້ານີ້ ແລະ ຈະປະຕິບັດຢ່າງເປັນທາງການ ນັບແຕ່ວັນທີ 1 ມິຖຸນາ 2023 ເປັນຕົ້ນໄປ.

อาจเป็นรูปภาพของ 7 คน และ แหล่งน้ำ

ການເກັບຄ່າເຂົ້າເມືອງໄດ້ແບ່ງເປັນ 2 ປະເພດ ຄື: ສຳລັບນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າເມືອງໂດຍຜ່ານທາງອາກາດ ແມ່ນເກັບ 300 ບາດຕໍ່ຄົນ, ສ່ວນນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າເມືອງໂດຍຜ່ານທາງບົກ ແລະ ທາງນ້ຳ ແມ່ນເກັບ 150 ບາດຕໍ່ຄົນ.

อาจเป็นรูปภาพของ กลางแจ้ง

ກະຊວງການທ່່ອງທ່ຽວ ແລະ ກີລາຂອງໄທ ແຈ້ງໃຫ້ຮູ້ວ່າ: ຄ່າເຂົ້າເມືອງທີ່ຈ່າຍໂດຍນັກທ່ອງທ່ຽວຕ່າງປະເທດ ຈະຖືກໃຊ້ເປັນຄ່າໃຊ້ຈ່າຍໃນຫຼາຍດ້ານ ເຊັ່ນ: ຄ່າປະກັນໄພຂອງນັກທ່ອງທ່ຽວໃນໄລຍະຢູ່ໄທ, ຄ່າອະນາໄມ ແລະ ຄ່າຊຸກຍູ້ສົ່ງເສີມການພັດທະນາທຸລະກິດການທ່ອງທ່ຽວ ເປັນຕົ້ນ.