ສ່ອງຄວາມຫວານ ຕົ້ນຄໍາ Miss Universe Laos 2021 ກັບແຟນໜຸ່ມ ໃນວັນແຫ່ງຄວາມຮັກ

51

ຫວານກວ່ານີ້ກໍນໍ້າຕານແລ້ວ! ນໍາພາບຄວາມປະທັບໃຈໃນເວລາດີໆ ເນື່ອງໃນໂອກາດວັນແຫ່ງຄວາມຮັກ 14 ກຸມພາ 2023 ຜ່ານມານີ້ ຫຼາຍຄູ່ກໍໄດ້ມີການອອກມາສະແດງຄວາມຮັກຕໍ່ກັນ ດ້ວຍການມອບດອກໄມ້ ແລະ ຂອງຂວັນຕໍ່ກັນ,

ໜຶ່ງໃນນັ້ນກໍຄືຄູ່ຮັກເຈົ້າຂອງຕໍາແໜ່ງ Miss Universe Laos 2021 ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ ນັ້ນເອງ ທີ່ໄດ້ລົງຮູບຄູ່ສຸດຫວານກັບຫວານໃຈຂອງເພິ່ນ ດ້ວຍການມອບແຫວນເພັດແທ້ ໃນວັນແຫ່ງຄວາມຮັກປີນີ້.

ເວົ້າໄດ້ວ່າໜຸ່ມໆຄົນໃດໄດ້ເຫັນກໍຕ້ອງອິດສາຕາຮ້ອນໄປຕາມໆກັນເລີຍ ເພາະນອກຈາກໜຸ່ມຫຼໍ່ຫວານໃຈສາວເຈນນີ້ ໜຸ່ມ ບຸນຍາສິດ ວົງຄໍາຕາ ຈະໄດ້ແຟນງາມດີກຣີເຈົ້າຂອງມົງກຸດແລ້ວ ຍັງເປັນສາຍເປອີກດ້ວຍ ເຫັນແລ້ວປະທັບໃຈແທນແບບສຸດໆກັນເລີຍ ແລະ ຕ້ອງຂໍບອກເລີຍວ່າຄູ່ນີ້ແມ່ນມີພາບຫວານໆມາຝາກແຟນໃຫ້ໄດ້ຊົມຕະຫຼອດເລີຍ.

ສາວເຈນນີ້ ໄດ້ໂພສພາບ ອວດແຟນໆພ້ອມກັບແຄັບຊັນວ່າ: “ ປີນີ້ເຮົາບໍ່ໄດ້ຫຍັງກະຢ່າ ເຮົາຊື້ແຫວນເພັດເປເຂົາໂລດ ເປຄືນໃຫ້ຮູ້… happy Valentine’s Day My Love ” ຫວານແບບສຸດໆ ສໍາລັບຄູ່ນີ້ແມ່ນມີຂ່າວດີເມື່ອບໍ່ດົນມານີ້ ເພາະທັງຄູ່ຕົກລົງປົງໃຈແຕ່ງດອງກັນ ພ້ອມກັບໄດ້ໄປຖ່າຍພຣີເວດດິ້ງ ເຖິງນິວຢອກ ສະຫະລັດອາເມຣິກາ ກັນເລີຍ ແລະ ພ້ອມນີ້ຍັງແນບແຄັບຊັນຫວານໆວ່າ: “ ເທພີສັນຕິພາບ ສະແດງເຖິງຄວາມຮັກຂອງສອງເຮົາ ທີ່ບໍ່ມີຂີດຈຳກັດ ບໍ່ມີອະດີດ, ບໍ່ມີເພດ, ບໍ່ມີອາຍຸ, ບໍ່ມີຊົນຊັ້ນວັນນະ ຄວາມຮັກຄື ຄວາມຮັກ ຮັກກັນທີ່ຈິດໃຈ ຄວາມສະບາຍໃຈ ແລະ ຄວາມເຂົ້າໃຈ ຂອບໃຈທຸກໆຄົນ ສຳລັບຄຳອວຍພອນໃຫ້ສອງເຮົາ ເປັນສິ່ງທີ່ເຮົາອ່ານຄອມເມັ້ນແລ້ວ ມີ ຄວາມສຸກທີ່ສຸດໃນຊີວິດ ມື້ງານແຕ່ງຂອງເຮົາທັງສອງ ຫວັງວ່າຈະເປັນມື້ທີ່ຈະພາທຸກຄົນມ່ວນທີ່ສຸດໃນຊີວິດເຊັ່ນດຽວກັນ #SaveTheDate 03/03/ 2023 ”.

ນອກຈາກຄວາມຫວານໃນວັນແຫ່ງຄວາມຮັກທີ່ທີມຂ່າວບັນເທີງນໍາມາສະເໜີແລ້ວ ສໍາລັບ ຕົ້ນຄໍາ ແມ່ນເປັນແມ່ຍິງທີ່ບໍ່ທຳມະດາເລີຍ ພຽບພ້ອມທັງ ຄວາມງາມ, ຄວາມຮູ້ ແລະ ຄວາມສາມາດ ເພາະໄດ້ຄວ້າຕໍາແໜ່ງອັນຊົງຄຸນຄ່າມາແລ້ວ ເຖິງສອງເວທີດ້ວຍກັນຄື ເວທີ Miss Universe Laos 2021 ແລະ ເວທີ Miss World Laos 2017 ແລະ ຍັງເປັນ CEO ຂອງສັງກັດ Tonkham modelling ໃນການຝຶກຝົນ ແລະ ນໍາພານ້ອງໆໄດ້ກ້າວເຂົ້າມາໃນວົງການບັນເທີງ ແລະ ກໍມີຜົນງານອອກມາໃຫ້ໄດ້ຊົມກັນແລ້ວຢ່າງຫຼາກຫຼາຍ.

ຫຼາຍໆຄົນທີ່ໄດ້ຕິດຕາມສາວຄົນນີ້ມາ ກໍຈະຮູ້ດີວ່າຊີວິດແມ່ນບໍ່ໄດ້ໂຮຍດ້ວຍກີບກຸຫຼາບ ແຕ່ເປັນແມ່ຍິງຄົນໜຶ່ງທີ່ມີ ຄວາມມຸ່ງໝັ້ນຕັ້ງໃຈ ເມື່ອລົງມືເຮັດສິ່ງໃດກໍຈະເຕັມທີ່ສະເໝີ ສຸດທ້າຍກໍຂໍຝາກທຸກຄົນເປັນກໍາລັງໃຈ ແລະ ສະໜັບສະໜູນທຸກໆຜົນງານຂອງສາວຄົນນີ້ດ້ວຍ ຜ່ານຊ່ອງທາງ FB: Tonkham Phonchan heuang.