ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 4 ແສນກວ່າຄົນ ໃນເດືອນມັງກອນ

22

ຂ່າວ ຊີອາໄອ ລາຍງານວ່າ: ກະຊວງການທ່ອງທ່ຽວຂອງກຳປູເຈຍລາຍງານວ່າ ໃນເດືອນມັງກອນ 2023 ມີນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າກຳປູເຈຍ ຈຳນວນ 4 ແສນເທື່ອຄົນ, ໃນນັ້ນ, ຈຳນວນນັກທ່ອງທ່ຽວຈີນ ທີ່ໄປທ່ຽວກຳປູເຈຍໃນເດືອນມັງກອນປີນີ້ ມີເຖິງ 25.000 ເທື່ອຄົນ, ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ເມື່ອທຽບໃສ່ເດືອນທັນວາປີ 2022.

อาจเป็นรูปภาพของ 11 คน, กลางแจ้ง และ อนุสาวรีย์

ໃນຂະນະທີ່ຈຳນວນຖ້ຽວບິນລະຫວ່າງ ຈີນ – ກຳປູເຈຍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໄດ້ຟື້ນຟູຄືນສູ່ລະດັບ 30 – 40% ຂອງປະລິມານຖ້ຽວບິນກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ – 19, ຄາດວ່ານັບແຕ່ເດືອນມີນາໜ້ານີ້ ເປັນຕົ້ນໄປ, ນັກທ່ອງທ່ຽວຈີນທີ່ໄປທ່ຽວກຳປູເຈຍ ຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ.

อาจเป็นรูปภาพของ 6 คน, อนุสาวรีย์ และ กลางแจ้ง

ເພື່ອດຶງດູດ ແລະ ຕ້ອນຮັບນັກທ່ອງທ່ຽວຈີນ, ລັດຖະບານກຳປູເຈຍ ໄດ້ວາງມາດຕະການຕ່າງໆ ເພື່ອສະໜອງການບໍລິການທີ່ດີ ແລະ ການຕ້ອນຮັບທີ່ອົບອຸ່ນໃຫ້ແກ່ນັກທ່ອງທ່ຽວຈີນ.