ເປີດງານຕະຫຼາດນັດວາງສະແດງຂາຍສິນຄ້າກະສິກຳ, ຫັດຖະກຳ ແລະ ອຸດສາຫະກຳ ຄັ້ງທີ 26 ຂອງເມືອງນາຊາຍທອງ

123

ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ຈັດງານຕະຫຼາດນັດວາງສະແດງຂາຍສີນຄ້າກະສິກຳ ຫັດຖະກຳ ແລະ ອຸດສາຫະ ກຳ ຄັ້ງທີ 26 ປະຈຳປີ 2023 ຂຶ້ນໃນລະຫວ່າງວັນທີ 10-16 ກຸມພາ 2023 ທີ່ບ້ານແຈ້ງສະຫວ່າງ ເພື່ອສົ່ງເສີມການຜະລິດພາຍໃນເມືອງ, ມີບັນດາຫ່າງຮ້ານຕ່າງໆເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ 348 ຮ້ານ ລວມມູນຄ່າສິນຄ້າເຂົ້າຮ່ວມວາງສະແດງເຖິງ 8 ຕື້ກວ່າກີບ.

ພິທີເປີດງານຈັດຂຶ້ນໃນຕອນແລງຂອງວັນທີ 10 ກຸມພາ 2023 ທີ່ບ້ານແຈ້ງສະຫວ່າງ ເຂົ້າຮ່ວມມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວຽງຄຳ ສີຫາໂຄດ ເຈົ້າເມືອງນາຊາຍທອງ ພ້ອມຫົວໜ້າຮອງຫົວໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ ໄດ້ຂຶ້ນລາຍງານວ່າ: ຈຸດປະສົງຫຼັກຂອງການຈັດງານຕະຫຼາດນັດ ປີ 2023 ໃນຄັ້ງນີ້ ເພື່ອເປັນກະຕຸກຊຸກຍູ້ ສົ່ງເສີມການຜະລິດດ້ານກະສິກຳ ຫັດຖະກຳ ແລະ ອຸດສາຫະກຳ ຢູ່ພາຍໃນເມືອງນາຊາຍທອງ ໃຫ້ມີຄວາມເຕີບໃຫຍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ມີຫຼາຍຜະລິດຕະ ພັນທີ່ຕິດພັນກັບຕະຫຼາດຢູ່ພາຍໃນເມືອງ ແລະ ສົ່ງອອກ ເພື່ອເປັນການເປີດກ້ວາງດ້ານການຄ້າ ການບໍລິການ ແລະ ການ ທ່ອງທ່ຽວຂອງເມືອງ ໃຫ້ຂະຫຍາຍຕົວ ແລະ ກ້ວາງຂວາງດີຂຶ້ນ ຊຸກຍູ້ ສົ່ງເສີມການຕິດກາໝາຍສິນຄ້າ ODOP ແຫ່ງຊາດ ຂອງເມືອງ ໃຫ້ເພີ່ມຂຶ້ນ ທັງເປັນການຕິດຕາມກວດກາ ແລະ ສົ່ງເສີມແຜນພັດທະນາວິສາຫະກິດຂະໜາດນ້ອຍ ຂະໜາດ ກາງ ໜຶ່ງບ້ານໜຶ່ງຜະລິດຕະພັນ ໜຶ່ງເມືອງບໍ່ໃຫ້ຫຼຸດ 5 ຜະລິດຕະພັນ ເພື່ອເປັນການເຕົ້າໂຮມຄວາມສາມັກຄີ ເປັນການໂຄ ສະນາດ້ານການຕະຫຼາດ ແລະ ເປັນບ່ອນແລກປ່ຽນບົດຮຽນຂອງຊາວກະສິກອນ, ຊ່າງຫັດຖະກຳ, ຄອບຄົວຕົວແບບຜູ້ຜະລິດສິນຄ້າຕ່າງໆ ພາຍໃນເມືອງ ແລະ ຕາງເມືອງ ທາງດ້ານເຕັກນິກ ແລະ ການຄ້າຂາຍ ໃຫ້ເປັນຂະບວນການຢ່າງກວ້າງຂວາງ ແລະ ກໍເປັນການການສະຫຼຸບຜົນການຜະລິດປະຈໍາປີຂອງຊາວ ເມືອງນາຊາຍທອງ

ສຳລັບງານຕະຫຼາດນັດວາງສະແດງ ຂາຍສິນຄ້າກະສິກຳ ຫັດຖະກຳ ແລະ ອຸດສາຫະກຳ ຄັ້ງທີ 2ປະຈຳປີ 2023 ໂດຍມີບັນດາ ຫ່າງຮ້ານຕ່າງໆເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າຈຳນວນ 348 ບ້ານ ເມື່ອທຽບໃສ່ຊຸມປີຜ່ານມາ ເຫັນວ່າບັນດາທາງ ຮ້ານເຂົ້າຮ່ວມວາງສະແດງ ແລະ ຂາຍສີນຄ້າປະເພດຕ່າງໆ ແມ່ນເພີ່ມຂື້ນ 0,8 % ແລະ ມູນຄ່າລວມຂອງສິນຄ້າ 8.050.763.600 ກີບ ຖ້າທຽບໃສ່ປີ 2020 ແມ່ນເພີ່ມຂຶ້ນ 13% ຄາດວ່າລາຍຮັບຈາກການຂາຍສີນຄ້າໃນງານຕະຫຼາດນັດ ປີນີ້ ຈະມີມູນຄ່າເພີ່ມຂຶ້ນ