ໂຈໂຈ້ ມິຣາໂຄຣ໌ ແລະ ແອັດ ຄາຣາບາວ ປ່ອຍຜົນງານຮ່ວມກັນ

89

ນັບໄດ້ວ່າເປັນການຮ່ວມງານກັນຄັ້ງທໍາອິດ ຂອງສອງສິລະປິນລະດັບຕໍານານຈາກສອງຟາກຝັ່ງແມ່ນໍ້າຂອງ ລາວ – ໄທ ຢ່າງນັກຮ້ອງທີ່ມີຊື່ສຽງອັນດັບຕົ້ນໆຂອງປະເທດໄທ ມີຜົນງານມາແລ້ວນັບບໍ່ຖ້ວນ ແລະ ເປັນຕໍານານທີ່ມີບົດເພງຕິດຫູ ແລະ ກິນໃຈຜູ້ຟັງທຸກບົດເພງ ເວົ້າໄດ້ວ່າເປັນເຈົ້າພໍ່ສິລະປິນບົດເພງເພື່ອຊີວິດຢ່າງ ແອັດ ຄາຣາບາວ ແລະ ການຮ່ວມງານກັບອີກໜຶ່ງສິລະປິນຂອງລາວເຮົາທີ່ບໍ່ມີໃຜບໍ່ຮູ້ຈັກໜຸ່ມຄົນນີ້ ຄວາມສາມາດຄົບ ທັງເປັນນັກຮ້ອງກໍດີ ເປັນຜູ້ກໍາກັບກໍໄດ້ ຢ່າງ ໂຈໂຈ້ ມິຣາໂຄຣ໌ ສິລະປິນລະດັບແຖວໜ້າຂອງ ສປປ ລາວ.

ຄວາມພິເສດຄັ້ງນີ້ແມ່ນສິລະປິນທັງສອງທ່ານໄດ້ນໍາເອົາບົດເພງ “ ຄົນລ່າຝັນ ” ທີ່ຫຼາຍໆຄົນຮູ້ຈັກກັນດີ ມາຮຽບຮຽງ ແລະ ເຮັດດົນຕີໃໝ່ ພ້ອມທັງແປງເນື້ອຮ້ອງໃຫ້ເປັນພາສາລາວ ໃນທ່ອນທີ່ໜຸ່ມຫຼໍ່ ໂຈໂຈ້ ເປັນຜູ້ຖ່າຍທອດຄໍາຮ້ອງ ແລະ ອາລົມເພງທີ່ມີຄວາມພິເສດໄປກວ່ານັ້ນທີ່ບໍ່ເວົ້າເຖິງບໍ່ໄດ້ເລີຍຄືໜຸ່ມ ໂຈໂຈ້ ໄດ້ແປພາສາລາວແບບກົງໄປກົງມາທີ່ສຸດ ເພາະໂຈໂຈ້ ຕ້ອງການສື່ສານເພງໃນຕໍານານເພງນີ້ ໃນສະບັບພາສາລາວແບບ 100% ໃນສ່ວນທີ່ ໂຈໂຈ້ ໄດ້ຮ້ອງນັ້ນເອງ.

ອີກໜຶ່ງສ່ວນທີ່ສໍາຄັນທີ່ຕ້ອງເວົ້າເຖິງອີກ ນັ້ນກໍຄື ສິລະປິນຮຸ່ນໃຫຍ່ ແອັດຄາຣາບາວ ໄດ້ຮ້ອງທ່ອນສຸດທ້າຍເປັນພາສາລາວຮ່ວມກັບໜຸ່ມ ໂຈໂຈ້ນໍາອີກ ແລະ ນີ້ເອງຈຶ່ງເປັນເຫດຜົນທີ່ເຮັດໃຫ້ບົດເພງດັ່ງກ່າວນີ້ໄດ້ກັບມາເປັນກະແສທີ່ມີຊື່ສຽງຄືນອີກຄັ້ງຈາກທັງສອງຝັ່ງ ລາວ – ໄທກັນເລີຍ.
ສໍາລັບໜຸ່ມໂຈໂຈ້ເອງ ຍັງໄດ້ບັນຍາຍ ເລົ່າຄວາມໃນໃຈຂອງຕົນເອງໃນການຮ່ວມງານຄັ້ງນີ້ວ່າ: “ ຄືການຮ່ວມງານກັນນ້າແອັດ ເປັນຫຍັງທີ່ເຮົາກະຕົກໃຈໃດ ຄືເພິ່ນເປັນແບບວ່າ ເຈົ້າພໍ່ວົງການເພື່ອຊີວິດ ເປັນສິລະປິນແຫ່ງຊາດ ອາລາບໍ້າທີ່ມີຍອດຂາຍສູງທີ່ສຸດເປັນປະຫວັດສາດຂອງປະເທດໄທ ກໍຍັງເປັນວົງຄາຣາບາວ ການໄດ້ມາຮ່ວມງານກັນຮູ້ສຶກໂຄດເກັງເລີຍ ເຮົາບໍ່ຮູ້ວ່າຈະເລີ່ມແນວໃດ ຈະລົມເລື່ອງໃດກ່ອນ ແຕ່ໂຊກດີທີ່ສິລະປິນສ່ວນຫຼາຍເຂົາຈະຈູນເຂົ້າກັນໄດ້ໄວ ເພິ່ນກະຖາມນັ້ນຖາມນີ້ເຮົາ ແລະ ເພິ່ນກະຖາມເຖິງລຸງ ບົວເງິນ ຊາພູວົງ ຖາມກັນຢູ່ດີໆ ເພິ່ນຈັບໂທລະສັບໂທຫາເລີຍ ເຮົາກະໄປບໍ່ເປັນ ຕ້ອງໄດ້ເອົາຕາມເພິ່ນວ່າ.

ຈຸດທີ່ຕົກໃຈອີກຈຸດໜຶ່ງ ເຮົາຍັງແຕ່ງໜ້າຢູ່ ມີຄົນແລ່ນມາບອກວ່ານ້າແອັດຮ້ອງເພງແລ້ວລະ ເຮົາກະຖາມໄປວ່າ ຊ້ອມຕີ້ ທີມງານຕອບວ່າ ອັດແລ້ວຮຽບຮ້ອຍ ເຮົາກະງົງ ອັດແລ້ວໄວແທ້ ກະເລີຍມາເຂົ້າໃຈນໍາຫຼັງວ່າ ເພງເພື່ອຊີວິດມັນບໍ່ໄດ້ຮ້ອງເອົາຄວາມ perfect ແຕ່ມັນຮ້ອງມາຈາກ ຄວາມຮູ້ສຶກຕອນນັ້ນ ບໍ່ຕ້ອງອີຫຍັງກັບການຮ້ອງ ເພາະເນື້ອເພງ ແລະ ຄວາມໝາຍຂອງມັນສໍາຄັນກ່ອນ.

ຈຸດທີ່ຄາດບໍ່ເຖິງ: ມັນຄືຈຸດທີ່ບອກນ້າແອັດຮ້ອງພາສາລາວໃຫ້ແນ່ ອັນນີ້ເຮົາກະຢາກຫົວ ບອກທີມງານທຸກຄົນໄປລົມທຸກຄົນແກວ່ງຫົວພ້ອມກັນວ່າ ບໍ່ … ໂຈໂຈ້ໄປລົມເອງດີກ່ອນ ເຮົາຄິດໃນໃຈ ຢ່າບອກໃດວ່າເພິ່ນບໍ່ຮູ້ວ່າເພິ່ນຈະໄດ້ຮ້ອງເນື້ອເພງເປັນພາສາລາວທີ່ເຮົາໄດ້ແກ້ໄປ ແລະ ຂ້ອຍກະເດົາຖືກ ເພິ່ນບໍ່ຮູ້ ຮາຮາ ເວນຂ້ອຍຄັກໆ ຄືນ້າແອັດລາວບໍ່ໄດ້ເປັນຕາຢ້ານຈົນຄົນບໍ່ກ້າເຂົ້າໃກ້ ແຕ່ຄວາມອາວຸໂສຂອງເພິ່ນ ເຮັດໃຫ້ທຸກຄົນຕ້ອງໄດ້ເກງໃຈ ກັບມາເລື່ອງຮ້ອງເນື້ອເພງລາວ ຈິດໃຈຕົວເອງ ໃຈໜຶ່ງກະຄິດວ່າຢ່າມັນແລະ ເຮົາກະຢ້ານພໍເຮົາ ແຕ່ໃຈໜຶ່ງມັນຊິສົມບູນກ່ອນນີ້ໜາຖ້າເພິ່ນຮ້ອງພາສາບ້ານເຮົາ ກະເລີຍວັດໃຈຍ່າງເຂົ້າໄປຂໍເລີຍ ແລະ ກະບອກເພິ່ນຈາກໃຈວ່າ ໂຈໂຈ້ ຢາກໃຫ້ນ້າແອັດຮ້ອງພາສາລາວໃຫ້ແນ່ ທີ່ເຊີໄພ້ເຮົາແມ່ນເພິ່ນຖາມວ່າໃສເນື້ອ ເອົາມາເບິ່ງດຸ ແລະ ເພິ່ນກະເປີດລອງຮ້ອງ ໂມເມັ້ນນັ້ນ ນໍ້າຕາຈົນສິໄຫຼ ຄືມັນພູມໃຈ ແລະ ນ້າແອັດເພິ່ນກະຈັບເນື້ອເຮົາເຂົ້າໄປອັດບໍ່ເກີນ 3 ເທັກກະຜ່ານ ຕອນເພິ່ນຫັນມາຖາມວ່າ ເອົາໄງຕໍ່ ເຮົາກະຕອບວ່າໄດ້ແລ້ວ ສຽງສັ່ນ ຮາຮາ ສະຫຼຸບຄືຄວາມຮູ້ສຶກມື້ນັ້ນມັນດີແຮງ ເຮົາກະໃຊ້ເວລາຢູ່ນໍາກັນ ລົມກັນ ຫຼາຍໆເລື່ອງ ຈົນມີຈັງຫວະເພິ່ນຖາມວ່າ ເຮົາມາຂຽນເພງໃໝ່ນໍາກັນບໍ່ …. ເອົາແລ້ວ ມີພາກຕໍ່ …” ສະນັ້ນ, ຝາກແຟນຂ່າວບັນເທີງຕິດຕາມພ້ອມກັນເດີ ຜ່ານທາງເພຈ ຂອງ JoJo Miracle ນັ້ນເອງ.