ຊຳຊຸງເປີດໃຫ້ບຸກຄົນທົ່ວໄປ ໄດ້ສຳຜັດ ແລະ ທົດລອງໃຊ້ Galaxy S23 Series ທີ່ Samsung Multi Experience Store ແຫ່ງທຳອິດໃນລາວ

80

ລາວ ຊຳຊຸງ ເອເລັກໂທນິກ ເປີດໃຫ້ບຸກຄົນທົ່ວໄປ ໄດ້ເຂົ້າມາຮັບຊົມ ແລະ ສໍາຜັດປະສົບການໃນການໃຊ້ງານ Galaxy S23 Series ຕະຫຼອດຈົນເຖິງອຸປະກອນຕ່າງໆຂອງຊໍາຊຸງ ຢ່າງເຕັມຮູບແບບທີ່ Samsung Multi Experience Store ແຫ່ງທຳອິດໃນລາວ ທີ່ດົງປ່າລານ, ນະຄອນຫຼວງວຽງຈັນ ໂດຍສະເພາະການທົດລອງໃຊ້ Galaxy S23 Ultra ທີ່ມາພ້ອມພະລັງຈາກໜ່ວຍປະມວນຜົນ Snapdragon® 8 Gen 2, ໜ່ວຍປະມວນຜົນ AI ລໍ້າສະໄໝຈາກຊໍາຊຸງ ແລະ ເຊັນເຊີກ້ອງຂະໜາດ 200 ລ້ານພິກເຊວ ທີ່ເຮັດໃຫ້ການຖ່າຍຮູບເຊວຟີ້ແບບວິດິໂອໃນທີ່ທີ່ມີແສງນ້ອຍເປັນເລື່ອງທີ່ງ່າຍຂຶ້ນກວ່າເກົ່າ.

May be an image of 5 people, people standing and text that says 'Galaxy S23 Series'
ທ່ານ Hyung Geun Lee, Managing Director of Laos and Cambodia Branch ກ່າວວ່າ: “ຂ້າພະເຈົ້າຮູ້ສຶກຍິນດີເປັນຢ່າງຍິ່ງ ທີ່ເຮົາມີ Samsung Multi Experience Store ເກີດຂຶ້ນທີ່ໃຈກາງນະຄອນຫຼວງວຽງຈັນ ເຊິ່ງສະດວກສຳລັບຜູ້ທີ່ສົນໃຈເຕັກໂນໂລຊີຍຸກໃໝ່ ໃນການເດີນທາງເຂົ້າມາເພື່ອສໍາຜັດ ແລະ ທົດລອງໃຊ້ຜະລິດຕະພັນຂອງເຮົາໄດ້ແບບຄົບວົງຈອນ ທັງ Galaxy S23 Series ແລະ ໂທລະສັບລຸ້ນຕ່າງໆ ລວມເຖິງການໃຊ້ອຸປະກອນໄຟຟ້າອື່ນໆພາຍໃນບ້ານຮ່ວມກັນ ໃນຮູບແບບບ້ານອັດສະລິຍະ ເຊິ່ງຈະເພີ່ມປະສົບການໃໝ່ໆ ທີ່ສອດຄ້ອງກັບ life style ຂອງເຮົາເອງ”

May be an image of 7 people and indoor
ສືບເນື່ອງຈາກທີ່ ຊໍາຊຸງ ເປັນພັນທະມິດຢ່າງເປັນທາງການຂອງງານ World Expo 2030 ທີ່ ປູຊານ ສ. ເກົາຫຼີ ຄຽງຄູ່ກັບເຈດຕະນາໃນການໃຊ້ຊັບພະຍາກອນໝູນວຽນ ເພື່ອໂລກທີ່ໝັ້ນຄົງ ເຮັດໃຫ້ຊໍາຊຸງໃສ່ໃຈໃນການນໍາວັດສະດຸ recycle ມາໃຊ້ໃນທຸກອົງປະກອບຂອງອຸປະກອນເອເລັກໂຕນິກຫຼາຍຂຶ້ນທຸກປີ ໂດຍໃນ Galaxy S23 Series ກໍໄດ້ເພີ່ມຊິ້ນສ່ວນທີ່ມາຈາກວັດສະດຸ recycle ໃຫ້ຫຼາຍກວ່າ Galaxy S22 Series ຂຶ້ນໄປອີກ ເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ຈະຫຼຸດຜົນກະທົບຕໍ່ສິ່ງແວດລ້ອມ

May be an image of 2 people, phone and screen
ທ່ານນາງ ຈັນສຸກ ກອງມະນີ ຫຼື ດີເຈນໍ້ານໍ້າ ໜຶ່ງໃນຜູ້ທີ່ໄດ້ເຂົ້າມາຮັບຊົມ Samsung Multi Experience Store ກ່າວວ່າ ການໄດ້ທົດລອງໃຊ້ Galaxy Ultra ທີ່ນີ້ ເຮັດໃຫ້ໄດ້ຮັບປະສົບການໃຊ້ງານທີ່ປະທັບໃຈຫຼາຍ ໂດຍສະເພາະການທົດລອງຖ່າຍເຊວຟີ້ຕອນກາງຄືນແທ້ໆ ເຊິ່ງເປັນສິ່ງທີ່ຕ້ອງເຮັດເປັນປະຈຳຢູ່ແລ້ວ ເນື່ອງຈາກອາຊີບການງານທີ່ເປັນດີເຈໃນຫຼາຍໆຄັ້ງ ຕ້ອງ Live ສົດໄປນຳ ເພື່ອໃຫ້ໝູ່ໆ ແລະ ແຟນຄັບໄດ້ຮ່ວມມ່ວນຊື່ນກັບສີສັນຍາມຄຳ່ຄືນໄປພ້ອມກັນ.

May be an image of 8 people and people standing

“ບໍ່ວ່າໃຜກໍຈະຮູ້ສຶກປະທັບໃຈສຸດໆຄືກັນ ຖ້າໄດ້ເຫັນຮູບຕົວເອງທີ່ຖ່າຍອອກມາແລ້ວງາມທັງຮູບນິ່ງ ແລະ ວິດີໂອ ຍິ່ງໄດ້ເຫັນຮູບຕອນກາງຄືນທີ່ໄດ້ທັງລາຍລະອຽດ ແລະ ສີສັນທີ່ສົດສະຫວ່າງແບບບໍ່ຄາດຄິດວ່າຈະມີໂທລະສັບເຄື່ອງໃດເຮັດໄດ້ ຄືທັງໃບໜ້າທີ່ຊັດເຈນ ແລະ ພື້ນຫຼັງທີ່ເບີຼໄດ້ຢ່າງລົງຕົວ ລວມເຖິງເລື່ອງສີສັນທັງໃນສ່ວນເງົາມືດ ແລະ ແສງສະຫວ່າງ ທີ່ຍິ່ງເຮັດໃຫ້ມີຄວາມສຸກ ແລະ ນໍ້ານໍ້າກໍເຊື່ອວ່າຄົນທີ່ໄດ້ເຫັນ ກໍຈະມີຄວາມສຸກໄປກັບເຮົານຳ ເອີ້ນວ່າ ພົບກັນຮອບໜ້ານີ້ຕ້ອງມີ Galaxy S23 ມານຳແລ້ວ” ດີເຈນໍ້ານໍ້າກ່າວ.

May be an image of 7 people, phone and indoor

ພ້ອມກັນນັ້ນຊຳຊຸງລາວ ຍັງເປີດໃຫ້ຈອງ Galaxy S23 Series ແລ້ວ ທີ່ຕົວແທນຈໍາໜ່າຍທົ່ວປະເທດຕັ້ງແຕ່ມື້ນີ້ເປັນຕົ້ນໄປ ຈົນເຖິງວັນທີ 23 ກຸມພາ ແລະ ຕິດຕໍ່ຂໍຮັບເຄື່ອງຕັ້ງແຕ່ວັນທີ 17 ກຸມພາ ເປັນຕົ້ນໄປ ໂດຍທຸກເຄື່ອງທີ່ສັ່ງຈອງຈະໄດ້ຮັບການເພີ່ມໜ່ວຍຄວາມຈຳເພີ່ມເປັນ 2 ເທົ່າ ພ້ອມຫູຟັງ Galaxy Buds2 ເຄສໃສ ແລະ ຟີມກັນແຕກ ເຊິ່ງສີທີ່ສາມາດສັ່ງຈອງໄດ້ແມ່ນມີ 4 ສີສຳລັບ Galaxy S23 Ultra ແລະ S23+ ຄື: ດໍາ, ຄຣີມ, ມ້ວງລາເວນເດີ ແລະ ຂຽວ ແລະ Galaxy S23 ມີ 3 ສີຄື: ດຳ, ຄຣີມ, ມ້ວງລາເວນເດີ ເຊິ່ງສີມ່ວງລາເວນເດີແມ່ນເປັນສີພິເສດທີ່ສາມາດສັ່ງໄດ້ທີ່ຮ້ານ Samsung Multi Experience Store ເທົ່ານັ້ນ. ດັ່ງນີ້

May be an image of 6 people, people standing and indoor

– Galaxy S23 Ultra ລາຄາສັ່ງຈອງ 24,999,000ກີບ ໄດ້ຮັບການເພີ່ມໜ່ວຍຄວາມຈໍາຈາກ 512GB ເປັນ 1TB
– Galaxy S23+ ລາຄາສັ່ງຈອງ 18,599,000 ກີບ ໄດ້ຮັບການເພີ່ມໜ່ວຍຄວາມຈໍາຈາກ 256GB ເປັນ 512GB
– Galaxy S23 ລາຄາສັ່ງຈອງ 14,999,000 ກີບ ມີ ໄດ້ຮັບການເພີ່ມໜ່ວຍຄວາມຈໍາຈາກ 128GB ເປັນ 256GB

ຂໍ້ມູນເພີ່ມຕື່ມ ສອບຖາມໄດ້ທີ່ Samsung Call Center: 021 417 333Facebook Page: SamsungLaos Instagram: samsunglaos Tiktok: @Samsungmobilelaos