ເປີດໃຈຄັ້ງທໍາອິດ! ຫຼັງຮັບຕໍາແໜ່ງນາງສາວດອກງິ້ວບານ ປີ 2023 ເໝີຍຊຽນ ແຊ່ຈ໋າວ

90

ເປີດໃຈຄັ້ງທໍາອິດພາຍຫຼັງໄດ້ຮັບຕໍາແໜ່ງ ຈາກເວທີອັນຊົງຄຸນຄ່າມາຄອງໃໝ່ໆໝາດໆ ເຊິ່ງນ້ອງຄົນນີ້ກໍເປັນອີກໜຶ່ງຄົນທີ່ພຽບພ້ອມໄປດ້ວຍຄວາມຮູ້, ຄວາມສາມາດ, ເອົາຊະນະໃຈຄະນະກໍາມະການ ແລະ ກອງເຊຍ ຈົນສາມາດຄວ້າຕໍາແໜ່ງ ນາງສາວດອກງິ້ວບານ ປະຈໍາປີ 2023 ໄປຄອບຄອງໄດ້ ນັ້ນຄືນ້ອງ ເໝີຍຊຽນ ແຊ່ຈ໋າວ.

ເໝີຍຊຽນ ແຊ່ຈ໋າວ ໄດ້ໃຫ້ສໍາພາດແບບເປີດໃຈກັບທີມຂ່າວບັນເທີງວ່າ: ຕອນທີ່ນ້ອງຮູ້ວ່ານ້ອງເອງໄດ້ຮັບຕຳແໜ່ງ ນ້ອງຮູ້ສຶກດີໃຈຢ່າງຫຼວງຫຼາຍ ທີ່ຄວາມພະຍາຍາມຂອງນ້ອງປະສົບຜົນສຳເລັດ ແລະ ນ້ອງກໍຢາກຂໍຂອບໃຈທຸກໆຄົນທີ່ຢູ່ຄຽງຂ້າງ ຄອຍສະໜັບສະໜູນໃນທຸກໆດ້ານ ບໍ່ວ່າຈະເປັນຄູສອນຍ່າງ, ບັນດາເອື້ອຍໆທີ່ຄອຍສອນໃນການເວົ້າຕໍ່ໜ້າເວທີ ການໄປການມາ, ຂໍຂອບໃຈຕໍ່ທຸກໆຄົນທີ່ຄອຍເບິ່ງແຍງດູແລກັນຕະຫຼອດໄລຍະຂອງການເກັບຕົວ ແລະ ການປະກວດ. ທີ່ສຳຄັນກໍຄືຂໍຂອບໃຈຮ້ານຄຳວຽງເງິນ ທີ່ໃຫ້ການສະໜັບສະໜູນທຸກໆຢ່າງຕະຫຼອດໄລຍະເວລາຂອງການປະກວດເລີຍ.

ສິ່ງສໍາຄັນທີ່ສຸດ ພາຍຫຼັງທີ່ໄດ້ຮັບຕຳແໜ່ງໃນຄັ້ງນີ້ ນ້ອງຢາກຈະປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍການເປັນຕົວແທນຂອງຄົນຮຸ່ນໃໝ່ໃນການໂຄສະນາສົ່ງເສີມ, ການອະນຸລັກ ແລະ ຮັກສາວັດທະນະທໍາອັນດີງາມຂອງຊາດ. ນ້ອງຈະປະກອບສ່ວນໃນການໂຄສະນາ ແລະ ເຜີຍແຜ່ວັດທະນະທຳ ລວມໄປເຖິງສະຖານທີ່ທ່ອງທ່ຽວທີ່ສຳຄັນ ແລະ ໂດດເດັ່ນຂອງແຂວງບໍ່ແກ້ວ ໂດຍຜ່ານສື່ສັງຄົມອອນລາຍ ດ້ວຍການແນະນຳບັນດາແຫຼ່ງທ່ອງທ່ຽວທີ່ສຳຄັນທາງດ້ານທຳມະຊາດ, ປະຫວັດສາດ ແລະ ອື່ນໆ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້. ພ້ອມນີ້, ນ້ອງຈະເປັນແບບຢ່າງທີ່ດີ, ເປັນຜູ້ທີ່ມີມາລະຍາດອ່ອນນ້ອມຖ່ອມຕົນ ແລະ ພັດທະນາຕົນເອງໃຫ້ມີຄວາມຮູ້ ຄວາມສາມາດໃຫ້ສູງຂຶ້ນໃນທຸກໆດ້ານ.

ສໍາລັບເວທີການປະກວດນາງງາມ ເອີ້ນໄດ້ວ່າເວທີນາງສາວດອກງິ້ວບານ ເປັນເວທີທຳອິດໃນການປະກວດຂອງນ້ອງເລີຍ. ສໍາລັບເຫດຜົນທີ່ນ້ອງເລືອກທີ່ຈະມາປະກວດນາງສາວດອກງິ້ວບານນີ້ ຍ້ອນວ່າ ເວທີນີ້ເປັນເວທີທີ່ຮູ້ຈັກກັນດີທີ່ແຂວງບໍ່ແກ້ວ ເປັນເວທີທີ່ທຸກຄົນໃຫ້ຄວາມສົນໃຈເປັນຢ່າງຫຼາຍ ເມື່ອນ້ອງໄດ້ເຂົ້າມາໃນກອງປະກວດນີ້ ນ້ອງກໍໄດ້ຮັບຄວາມຮູ້ຫຼາຍໆດ້ານ ບໍ່ວ່າຈະເປັນມາລະຍາດການປາກເວົ້າ, ການຍ່າງ, ການຟ້ອນ, ການເຕັ້ນສາມຈັງຫວະ ແລະ ອື່ນໆ. ທີ່ສຳຄັນເລີຍກໍຄືທຸກໆຄົນທີ່ຢູ່ໃນກອງປະກວດນີ້ມີແຕ່ຄວາມອົບອຸ່ນ ຢູ່ນຳກັນແບບຄອບຄົວ ມີການຊ່ວຍເຫຼືອ ແລະ ຮັກແພງກັນຢູ່ຕະຫຼອດເວລາ ນ້ອງຮູ້ສຶກດີໃຈ ແລະ ເປັນກຽດຢ່າງຫຼາຍທີ່ໄດ້ມາປະກວດໃນເວທີນີ້.
ຂໍຂອບໃຈທຸກໆຄົນທີ່ຄອຍເຊຍ ຄອຍໃຫ້ກຳລັງໃຈ ຄອຍກົດໄລກົດແຊຣໃຫ້ ຖ້າບໍ່ມີທຸກໆຄົນທີ່ຄອຍສະໜັບສະໜູນກັນມາຕະຫຼອດເວລາ ນ້ອງກໍຄົງບໍ່ມີວັນນີ້ ວັນທີ່ໄດ້ຮັບຕຳແໜ່ງນາງສາວດອກງິ້ວບານ ປະຈຳປີ 2023 ຂໍຂອບໃຈ.
ສຸດທ້າຍນີ້ ທຸກໆຄົນສາມາດຕິດຕາມການເຄື່ອນໄຫວແລະ ກິດຈະກຳຕ່າງໆຂອງນ້ອງໄດ້ທີ່ Facebook: R MeuyMeuy SC ໄດ້ເລີຍ.