ສະແດງຄວາມຍິນດີນຳນ້ອງ ເໝີຍຊຽນ ແຊ່ຈ໋າວ ສາວງາມຈາກບ້ານຫ້ວຍຊາຍເໜືອ ອາຍຸ24 ປີ ຄວ້າມົງກຸດນາງສາວດອກງິ້ວບານ ປີ 2023

68

ສະແດງຄວາມຍິນດີນຳນ້ອງ ເໝີຍຊຽນ ແຊ່ຈ໋າວ MK 8  ສາວງາມຈາກບ້ານຫ້ວຍຊາຍເໜືອ ອາຍຸ24 ປີ ຄວ້າມົງກຸດນາງສາວດອກງິ້ວບານ ປີ 2023 ພ້ອມເງິນລາງວັນ50ລ້ານກີບ

ງານປະກວດນາງສາວດອກງິ້ວບານ ປະຈຳປີ2023 ຮອດຕັດສິນ ຈັດຂຶ້ນໃນວັນທີ29 ມັງກອນ2023 ທີ່ເວທີກາງດອນຊາວ ເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວໃນໂອກາດຈັດງານເທດສະການດອກງິ້ວບານ ຄັ້ງທີ 20 ປິ2023 ໂດຍມີ20 ສາວງາມຈາກບັນດາເມືອງພາຍໃນແຂວງບໍ່ແກ້ວເຂົ້າຮ່ວມປະກວດ.

.

ຜ່ານການແຂ່ງຂັນ ສາວງາມທີ່ຊະນະໃຈກຳມະການ ຄວ້າມົງກຸດອັນຊົງກຽດໄປຄອງໄດ້ແກ່ ນ້ອງ ເໝີຍຊຽນ ແຊ່ຈ໋າວ MK 8  ສາວງາມຈາກບ້ານຫ້ວຍຊາຍເໜືອ ເມືອງຫ້ວຍຊາຍ ອາຍຸ24 ປີ.

.

ສ່ວນລາງວັນອື່ນໆມີດັ່ງນີ້:
ຮອງອັນດັບ1 ໄດ້ແກ່ MK 13 ນາງ ສວຍ ພົມມະລີ ໄດ້ຮັບເງິນລາງວັນ30.000.000 ກີບ

.

.


ຮອງອັນດັບ2 ໄດ້ແກ່ MK 12 ນາງ ແພັດ ຄຳເຄື່ອງ ໄດ້ຮັບເງິນລາງວັນ 25.000.000ກີບ

.

.


ຮອງອັນດັບ3 ໄດ້ແກ່ MK 15 ນາງ ສຸດາລີ ແສນທະພອນ ໄດ້ຮັບເງິນລາງວັນ20.000.000 ກີບ

.