ຫວຽດນາມ ຕັ້ງເປົ້າສົ່ງອອກເກີບ – ກະເປົາ ໃຫ້ທະລຸ 27 ຕື້ໂດລາ

27

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ຫວຽດນາມ ໄດ້ຕັ້ງເປົ້າສົ່ງອອກເກີບ ແລະ ກະເປົາໃຫ້ບັນລຸ 27 ຕື້ໂດລາສະຫະລັດ ໃນປີ 2023 ນີ້ ຫຼັງຈາກໃນຊຸມປີຜ່ານມາ, ການສົ່ງອອກເກີບ ແລະ ກະເປົາ ໄປຍັງຕະຫຼາດຕ່າງປະເທດ ເພີ່ມຂຶ້ນ 10% – 20% ໂດຍໄດ້ຮັບແຮງຍູ້ຈາກການລົງນາມໃນສັນຍາການຄ້າເສລີ ( FTA ).

อาจเป็นรูปภาพของ 9 คน และ รองเท้าหรือถุงเท้า

ທ່ານ ນາງ ຟານ ທິ ແທັງ ຊວນ ຮອງປະທານ ທັງເປັນເລຂາທິການສະມາຄົມ ເກີບ – ກະເປົາ ຫວຽດນາມ ເປີດເຜີຍວ່າ: ບັນດາມາດຕະການແກ້ໄຂ ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ຕ້ອງເປີດກວ້າງ ໂດຍການຊອກຫາແຫຼ່ງສະໜອງໃໝ່ ຫຼື ຕະຫຼາດໃໝ່ ແລະ ພິເສດແມ່ນຄວາມພະຍາຍາມເຈາະຕະຫຼາດໃຫຍ່ໃນຕ່າງປະເທດໃຫ້ຂະຫຍາຍຕົວຫຼາຍຂຶ້ນ ໂດຍສະເພາະຜະລິດຕະພັນ ເກີບ ແລະ ກະເປົາຂອງຫວຽດນາມ ເຊິ່ງເປັນເຄື່ອງໝາຍການຄ້າ ທີ່ໄດ້ຮັບຄວາມນິຍົມນັບມື້ເພີ່ມຂຶ້ນໃນຕະຫຼາດຕ່າງປະເທດ.

อาจเป็นรูปภาพของ 4 คน, ผู้คนกำลังยืน และ สถานที่ในร่ม