ຈີນ ຜະລິດຄຳເພີ່ມຂຶ້ນເກືອບ 14%

20

ສຳນັກຂ່າວ ຊິນຫົວລາຍງານວ່າ ສະມາຄົມຄຳແຫ່ງປະເທດ ຈີນ ລາຍງານວ່າ: ຈີນ ຜະລິດຄໍາ ບັນລຸ 372.048 ໂຕນ ໃນປີ 2022 ເພີ່ມຂຶ້ນ 43.065 ໂຕນ ຫຼື 13,09% ເມື່ອທຽບໃສ່ປີຕໍ່ປີ.

อาจเป็นรูปภาพของ เงิน

ສະມາຄົມຄຳ ແຫ່ງປະເທດຈີນ ລະບຸວ່າ: ການບໍລິໂພກຄຳ ໃນຈີນ ຫຼາຍກວ່າ 1.000 ໂຕນ ໃນປີ 2022 ຫຼຸດລົງ 10,63% ເມື່ອທຽບໃສ່ປີຜ່ານມາ. ໃນຂະນະທີ່ການບໍລິໂພກຄຳສຳເລັດຮູບ ລວມມີ 654,32 ໂຕນ ຫຼຸດລົງ 8,01% ເມື່ອທຽບໃສ່ປີຕໍ່ປີ, ສ່ວນການບໍລິໂພກຄຳ ແລະ ຄຳແທ່ງ ຈຳນວນ 258,94 ໂຕນ ຫຼຸດລົງ 17,23% ເມື່ອທຽບໃສ່ປີ 2021, ລາຄາຄຳໃນຕະຫຼາດໂລກ ຍັງສືບຕໍ່ເພີ່ມຂຶ້ນໃນປີ 2022. ຍ້ອນໄດ້ຮັບແຮງຍູ້ຈາກປັດໄຈຕ່າງໆ ເຊັ່ນ: ວິກິດການທາງການເມືອງ, ການແຜ່ລະບາດຂອງພະຍາດໂຄວິດ – 19, ການຢຸດສະງັກຂອງເສດຖະກິດໂລກ ແລະ ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ.

ไม่มีคำอธิบายรูปภาพ