ປ່າເຢັ້ງຊາ ລໍ່ມອບທຶນສຳຮອງເບື້ອງຕົ້ນໃຫ້ ເຄືອຂ່າຍແມ່ຍິງມົ້ງ

110

ປະຕິບັດຕາມສັນຍາທີ່ໃຫ້ໄວ້ ແລະເຮັດຕາມຫົວໃຈທີ່ຢາກເປັນ ຄືຊ່ວຍເຫຼືອເອື້ອຍນ້ອງແມ່ຍິງເຜົ່າມົ້ງ ນີ້ເປັນໜຶ່ງໂຄງການໄລຍະຍາວທີ່ ມິສຢູນີເວີດລາວ 2022 ປ່າເຢັ້ງຊາ ລໍ່ ໄດ້ວາງແຜນໄວ້ແລ້ວ ແລະໄດ້ກ່າວມາຕະຫຼອດວ່າຢາກຊ່ວຍເຫຼືອເອື້ອຍນ້ອງເຜ່າມົ້ງຜູ້ທີ່ບໍມີຄວາມໝັ້ນໃຈໂຕເອງ, ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອໃຫ້ໄດ້ຮັບການຊ່ວຍເຫຼືອໃນລະດັບໜຶ່ງບໍ່ວ່າຈະເປັນທາງດ້ານຈິດໃຈ, ວິຊາຊີບອື່ນໆ ຊຶ່ງນີ້ບໍແມ່ນໂຄງການຂອງນ້ອງພຽງຄົນດຽວ ແຕ່ນ້ອງປ່າເປັນໜຶ່ງໃນຜູ້ກໍ່ຕັ້ງ ແລະຢາກເຮັດໃຫ້ເກີດປະໂຫຍດແກ່ຜູ້ທີ່ຕ້ອງການການຊ່ວຍເຫຼືອໂດຍແທ້ຈີງ.

May be a closeup of 1 person

ຫຼ້າສຸດນີ້ກຸ່ມແມ່ຍິງມົ້ງ ຫຼື   Hmong Women Network ໄດ້ແຈ້ງວ່າ ນ້ອງປ່າ ໄດ້ມອບທຶນເບື້ອງຕົ້ນ ມູນຄ່າເກືອບ 10.000.000 ໃຫ້ກັບກຸ່ມ ນີ້ເປັນຈຸດເລີ່ມຕົ້ນຂອງຜູ້ຍິງຄົນນີ້ກໍຄືຢາກພິສູດໃຫ້ແມ່ຍີງຄົນອື່ນໆເຫັນວ່າ ພວກເຮົາທຸກຄົນນັ້ນມີຄຸນຄ່າ ແລະ ສາມາດສ້າງຝັນທີ່ພວກເຮົາຢາກເປັນໃຫ້ກາຍເປັນຈີງໄດ້ ໂດຍສະເພາະແມ່ນປ້າເຢັ້ງຊາໄດ້ແຮງບັນດານໃຈຈາກການເຫັນບາງກຸ່ມຂອງຍິງສາວໆພວກເຮົາເລີ່ມລະເລີຍຄວາມຝັນຂອງຕົນ ແລະ ຈິດໃຈເລີ່ມຫັນເຫໄປກັບວັດຖຸ ແລະ ອາດລືມຕົນເອງໄປ ເຊິ່ງນັ້ນເປັນການເສຍໂອກາດໃນອະນາຄົດໄດ້.

May be an image of 4 people

ແນວຄວາມຄິດດັ່ງກ່າວເກີດຂຶ້ນໃນຫົວໃຈຂອງສາວງາມຄົນນີ້ເມື່ອຄັ້ງຫນຶ່ງທີ່ໄດ້ໄປສຳຜັດກັບບັນຍາກາດທີ່ເຫັນນ້ອງໆ ມາແຕ່ພູດອຍ ລະເລີຍການສຶກສາ ແລະ ໄປມ່ວນຊື່ນກັບໄຟແສງສີ ມັນຄືປະສົບການທີ່ນ້ອງປ່າຍອມຮັບບໍ່ໄດ້ແທ້ໆ ເຊິ່ງນ້ອງຄິດຢາກເຮັດອັນໃດອັນຫນຶ່ງມາພັກດັນ ແລະ ຊ່ວຍຍິງສາວເຫລົ່ານີ້ ຫລື ຊ່ວຍໃຫ້ພວກເຂົາໄດ້ຄິດຖີ່ຖ້ວນກ່ອນການລົງມືຕັດສິນໃຈສ້າງຕົນເອງໄປໃນທາງໃດຫນຶ່ງ.

May be a closeup of 1 person

ປາເຢັ້ງຊາເອງແມ່ນຫນຶ່ງໃນຈຳນວນແມ່ຍິງຍຸກໃຫມ່ທີ່ຈິດໃຈເຂັ້ມແຂງ, ສະດຸ້ງໄວ ແລະ ລົງມືປ່ຽນແປງສັງຄົມຈາກກຸ່ມນ້ອຍໆໄປໃນທາງບວກ ນ້ອງປ່າບອກວ່າສິ່ງທີ່ຕັ້ງໃຈຢາກເຮັດເຖິງຊ່ວຍໄດ້ຫນ້ອຍຫນຶ່ງກໍຕາມແຕ່ນັ້ນຄືໄດ້ປະກອບສ່ວນຊ່ວຍສັງຄົມ… “ໃຫ້ຕາມສິ່ງທີ່ມີ ແລະ ແບ່ງປັນຕາມສິ່ງທີ່ຮູ້… ” ກ່າວໂດຍ ນ້ອງປ່າ.

May be an image of 6 people, people sitting, people standing and indoor

ເພື່ອຝັນດັ່ງກ່າວ ວັນທີ 24 ມັງກອນ 2023, ຫລັງປະຕິບັດພາລະກິດ ການເຂົ້າປະກວດ ນາງງາມຈັກກະວານທີ່ຕ່າງປະເທດຮຽບຮ້ອຍ, ນ້ອງປາ ໄດ້ມອບເງີນສົດຈໍານວນ 500 ໂດລາ ແລະ 2000 ບາດ ໃຫ້ແກ່ທ່ານ ນາງ ຈັນສະຫມອນ ຈະສົ້ວເກົ້າ ຜູ້ຮ່ວມກໍ່ຕັ້ງ ກຸ່ມເຄືອຄ່າຍແມ່ຍິງມົ້ງ  ເພື່ອໃຫ້ເປັນຄັງໃຫ້ແກ່ Hmong Women Network ໄດ້ຫມູນໃຊ້ໃນການເຄື່ອນໄຫວກິດຈະກຳໃຫ້ແກ່ນ້ອງໆແມ່ຍິງ ແລະ ຖືວ່າ ເປັນຄັ້ງປະຫວັດສາດທີ່ Hmong Women Networkມີຄັງເງິນສຳຮອງຫລາຍທີ່ສຸດນັບແຕ່ສ້າງຕັ້ງກຸ່ມມາ.

No photo description available.
ນັ້ນຄືເງິນທຶນສ່ວນຕົວຂອງນ້ອງປ່າທີ່ຢາກມອບໃຫ້ກຸ່ມເຄືອຂ່າຍແມ່ຍິງມົ້ງເພື່ອເປັນງົບພື້ນຖານສຳລັບການເຄື່ອນໄຫວ ແລະກ້າວຕາມຝັນ ແລະເຊື່ອວ່າ ດ້ວຍຄວາມຫວັງ ແລະເຈດຕະນາດີຂອງນ້ອງປ່າເອງ ສັງຄົມຈະຍື່ນມືເຂົ້າຊ່ວຍຫຼາຍຂຶ້ນ. ເຊິ່ງຄວາມຝັນຂອງນ້ອງປ່າບໍ່ໝົດເທົ່ານີ້ ແຕ່ຍັງຈະມີໂຮງຮຽນໃຫ້ຄົນມີຝັນທຸກເຜົ່າໄດ້ໄປຄົ້ນຫາຕົນເອງໃນອະນາຄົດອີກດ້ວຍ.

May be an image of 1 person, standing and indoor